ຄຳມ່ວນ ກຽມຄວາມພ້ອມດ້ານສະຖານທີ່ປິ່ນປົວ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19

ທ່ານ ແກ້ວອຸດອນ ບຸດສິງຄອນ ຮອງເຈົ້າແຂວງຄຳມ່ວນ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ ໃຫ້ຮູ້ວ່າ: ມາຮອດວັນທີ 15 ກໍລະກົດ 2021 ນີ້ ແຂວງຄຳມ່ວນມີຜູ້ຕິດເຊື້ອສະສົມທັງໝົດຕິດເຊື້ອສະສົມ 51 ຄົນ, ປິ່ນປົວຫາຍດີ 10 ຄົນ ແລະ ຍັງສືບຕໍ່ປິ່ນປົວ 41 ຄົນ. ຜູ້ຕິດເຊື້ອສ່ວນຫລາຍແມ່ນແຮງງານນຳເຂົ້າປະເທດເພື່ອນບ້ານ, ຕະຫລອດໄລຍະ 1 ປີ ຄືແຕ່ເລີ່ມມີການລະບາດໃນຕົ້ນເດືອນມີນາ 2020 ມາຮອດປັດຈຸບັນມີແຮງງານເຂົ້າມາຫລາຍກວ່າ 13.000 ຄົນ. ໂດຍທາງແຂວງໄດ້ກຳນົດເອົາເມືອງທ່າແຂກ ແລະ ອີກ 5 ເມືອງເປັນສູນຈໍາກັດບໍລິເວນ, ສາມາດຮອງຮັບໄດ້ເຖິງ 1.000 ຄົນ.
ທ່ານຮອງເຈົ້າແຂວງໃຫ້ຮູ້ຕື່ມວ່າ: ຄະນະສະເພາະກິດແຂວງຈະເພີ່ມສູນຮອງຮັບປິ່ນປົວຜູ້ຕິດເຊື້ອຢູ່ໂຮງຮຽນການເມືອງ-ການປົກຄອງ ສາມາດຮອງຮັບໄດ້ 200-300 ຄົນ, ແລະ ໄດ້ປັບປຸງພື້ນທີ່ຮອງຮັບສູນຈຳກັດບໍລິເວນ, ເພີ່ມອຸປະກອນເຂົ້າໃນສູນ ແລະ ຈັດສັນຂອບເຂດການຈຳກັດບໍລິເວນຂອງແຮງງານແຕ່ລະຊຸດບໍ່ໃຫ້ໄປປະປົນກັນ.
ພ້ອມນີ້, ກໍໄດ້ປັບປຸງມາດຕະການເຂັ້ມງວດໂດຍອະນຸຍາດໃຫ້ໃຊ້ເຮືອຫາປາແຕ່ 8:00-16:00 ໂມງ, ໃຫ້ໜ່ວຍງານເຄື່ອນທີ່ອອກລາດຕະເວນ 24 ຊົ່ວໂມງ ແລະ ໃຊ້ໂດຣນບິນຊ່ວຍກວດກາຕາມຈຸດສ່ຽງຕ່າງໆ.