ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ

ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ - 022203 2021 - ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ
ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ - kitchen vibe - ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ

ການເຮັດວຽກໃນປັດຈຸບັນນີ້ ເຮົາລ້ວນຕ້ອງຕິດຕໍ່ກັບຄົນຕ່າງຊາດ ຫລື ມີເພື່ອນຮ່ວມງານເປັນຄົນຕ່າງຊາດຈົນເອີ້ນວ່າ ເປັນເລື່ອງປົກກະຕິເລີຍກໍເວົ້າໄດ້ ເຊິ່ງການຕ້ອງເຮັດວຽກກັບຄົນຕ່າງຊາດກໍເຮັດໃຫ້ເຮົາອາດຈະໄດ້ຍິນຄຳສັບພາສາອັງກິດ ຫລາຍໆຄຳຢູ່ຕະຫລອດ ເຊິ່ງບາງຄຳເຮົາກໍອາດຈະບໍ່ຄ່ອຍເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄຳສັບນັ້ນກໍມີ. ດັ່ງນັ້ນ, ມື້ນີ້ ພວກເຮົາຈຶ່ງລວບລວມຄຳສັບພາສາອັງກິດທີ່ໃຊ້ໃນການເຮັດວຽກມາໃຫ້ບັນດາທ່ານໄດ້ສຶກສາກັນ ວ່າຄຳສັບທີ່ເຮົາອາດຈະໄດ້ ຍິນເລື້ອຍໆນັ້ນແປວ່າຫຍັງແດ່ ດັ່ງນີ້ :

  • agenda (n.) ອະເຈັນດາ – ວາລະການປະຊຸມ
  • Condition (n.) ຄອນດິເຊິນ – ເງື່ອນໄຂ.
  • Capability (n.) ຄາພະບິລິທີ – ຄວາມສາມາດ.
  • Concern (n.) ຄອນເຊິນ – ຂໍ້ກັງວົນ.
  • Consistency (n.) ຄອນຊິສເທັນຊີ – ຄວາມໝັ້ນຄົງ.
  • Discuss (v.) ດິສກັສ – ຖະແຫລງ, ອະພິປາຍ.
  • Develop (v.) ດີເວລລົບ – ພັດທະນາ.
  • Evaluation (n.) ອີວາລູເອເຊິນ – ການປະເມີນ.
  • Effective (adj.) ເອັບເຟັກທີບ – ໄດ້ຜົນດີ.
  • Flexible (adj.) ເຟລັກຊິໂບ – ປັບຕົວໄດ້.
  • Recruitment (n.) ຣີຄຣູດເມິນ – ການຄັດຫາບຸກຄົນ.
  • Invest ອິນເວສ – ລົງທຶນ.
  • Implement ອິມພລີເມິນ – ເຮັດໃຫ້ເປັນຜົນ.
  • Intern (n.) ອິນເທີນ – ເດັກຝຶກງານ.
  • Meeting (n.) ມີສທິງ – ການປະຊຸມ.
  • Offer (v.) ອັອບເຟີ – ສະເໜີ.
  • Observe (v) ອັອບເສີບ – ສັງເກດ.
  • Overload (v.) ໂອເວີໂຫລດ – ໜັກເກີນໄປ.
  • Probation (n.) ໂປຣເບເຊິນ – ໄລຍະທົດສອບ.
  • Process (n.) ໂປຣເຊສ – ຂະບວນການ.
  • Policy (n.) ໂພລິຊີ – ນະໂຍບາຍ.
  • Priority (n.) ໄພຣອໍຣິທີ – ການມີສິດກ່ອນ.
  • Provide (v.) ໂພຣວາຍ – ຈັດຫາໃຫ້.
  • Productive (adj.) ໂພຣດັກທີບ – ທີ່ກໍ່ໃຫ້ເກີດຜົນ.
  • Revenue (N.) ຣີເວນີວ – ລາຍໄດ້.
  • Statistics (n.) ສະເຕທິສຕິກ – ສະຖິຕິ.
  • Structure (n.) ສະຕຣັກເຈີ – ໂຄງສ້າງ.
  • Significance (n.) ຊິກນິຟິເກິລ – ຄວາມສຳຄັນ.
  • Urgent (adj.) ເອີເຈັນ – ຮີບດ່ວນ, ເລັ່ງດ່ວນ.
  • Workflow (n.) ເວີກໂຟລ – ຂັ້ນຕອນການເຮັດວຽກ.
ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ - 5 - ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ
ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ - 3 - ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ
ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ - 4 - ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ
ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ - Visit Laos Visit SALANA BOUTIQUE HOTEL - ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ
ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ - Visit Laos Visit SALANA BOUTIQUE HOTEL - ລວມຄຳສັບພາສາອັງກິດທີ່ມັກໃຊ້ຫລາຍໃນການເຮັດວຽກ