8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ

8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ - 021903 2021 - 8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ
8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ - kitchen vibe - 8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ

ການຮຽນຮູ້ໄວຍະກອນຂອງພາສານັ້ນອາດຈະບໍ່ແມ່ນເລື່ອງງ່າຍ, ແຕ່ຖ້າເຮົາຈຳເປັນທີ່ຈະຕ້ອງໃຊ້ໄວຍະກອນພາສາອັງກິດ ເພື່ອການສອບເສັງ ຫລື ເຮົາກຳລັງເຮັດວຽກທີ່ຕ້ອງໃຊ້ທັກສະພາສາອັງກິດທີ່ຖືກຕ້ອງ ຫລື ເພື່ອຢາກຮຽນຮູ້ໄວຍະກອນພາສາ ອັງກິດເພື່ອຄວາມມ່ວນຊື່ນສະໜຸກສະໜານ ມື້ນີ້ພວກເຮົາມີ 8 ເວັບໄຊໃນການຮຽນພາສາອັງກິດມາແບ່ງປັນໃຫ້ບັນດາທ່ານ.

  1. British Council – Grammar and Vocabulary : ເປັນເວັບໄຊແຫ່ລງຮຽນຮູ້ພາສາອັງກິດອອນລາຍທີ່ມີຊື່ສຽງ ໄປທົ່ວໂລກ ເຊິ່ງເປັນເວັບໄຊທີ່ມີໄວຍະກອນຫລວງຫລາຍໃຫ້ຝຶກຝົນ ໂດຍການສອນໄວຍະກອນພາສາອັງກິດແບບສັ້ນ, ກະທັດຮັດ, ເຂົ້າໃຈງ່າຍ ແລະ ມີເກມໃຫ້ຫລິ້ນທົບທວນເພື່ອເພີ່ມຄວາມເຂົ້າໃຈ. ທ່ານສາມາດເຂົ້າໄປຢ້ຽມຊົມເວັບໄຊ ໄດ້ທີ່ http://learnenglish.britishcouncil.org/english-grammar-reference.
  2. org : ເຖິງວ່າເຮົາຈະຫາກໍເລີ່ມຮຽນພາສາອັງກິດ ຫລື ມີຄວາມຊ່ຽວຊານໃນການໃຊ້ພາສາ ອັງກິດມາໃນລະດັບໜຶ່ງແລ້ວ ແລະ ຢາກຮຽນຮູ້ໄວຍະກອນທີ່ສັບຊ້ອນ ແລະ ຍາກຍິ່ງຂຶ້ນ EnglishGrammar ເປັນໜຶ່ງໃນເວັບໄຊທີ່ໜ້າສົນໃຈ ເພາະມີເນື້ອໃນທີ່ລະອຽດ ອັບເດດເນື້ອໃນຢ່າງສະໝ່ຳສະເໝີ ເພື່ອໃຫ້ເຮົາໄດ້ຮຽນຮູ້ ກົດໄວຍະກອນພາສາອັງກິດຢ່າງຖືກຕ້ອງ ລວມທັງສາມາດດາວໂຫລດເນື້ອໃນມາອ່ານ ຫລື ເຮັດບົດຝຶກຫັດອອນລາຍ ໄດ້ນຳອີກ. ທ່ານສາມາດເຂົ້າໄປຢ້ຽມຊົມເວັບໄຊໄດ້ທີ່ https://www.englishgrammar.org/
  3. English Club – Grammar : ເປັນແຫ່ລງຮຽນຮູ້ໄວຍະກອນພາສາອັງກິດ, ການອ່ານອອກສຽງ, ຄຳສັບພາສາອັງກິດ, ການຂຽນ ແລະ ຫົວຂໍ້ທີ່ໜ້າສົນໃຈຕ່າງໆຫລວງຫລາຍ ໂດຍມີການອະທິບາຍເຖິງຫລັກການໃຊ້ ຢ່າງລະອຽດ ລວມທັງມີບົດຝຶກຫັດໃຫ້ຝຶກເຮັດ ເຊິ່ງເໝາະສົມສຳລັບຜູ້ທີ່ເລີ່ມຕົ້ນຮຽນພາສາອັງກິດໄປຈົນເຖິງຜູ້ທີ່ໃຊ້ ພາສາອັງກິດລະດັບກາງ (Intermediate level) ໂດຍທ່ານສາມາດເຂົ້າໄປຢ້ຽມຊົມເວັບໄຊໄດ້ທີ່ https://www.englishclub.com/grammar/
  4. Perfect English Grammar : ເວັບໄຊພາສາອັງກິດທີ່ມີບົດຄວາມ ແລະ ສອນໄວຍະກອນ ໂດຍອາຈານຜູ້ສອນ ພາສາອັງກິດຫລາຍຄົນ ໂດຍເຮົາສາມາດເລືອກໄດ້ໃນການທີ່ຈະເນັ້ນໄວຍະກອນ, ການຮຽນຄຳສັບ ຫລື ການຮຽນຮູ້ ໃນຮູບແບບປະໂຫຍກຕົວຢ່າງ. ນອກຈາກນີ້, ຍັງມີບົດຝຶກຫັດທີ່ເຮົາສາມາດເຮັດແບບອອນລາຍໄດ້ນຳ. ທ່ານສາມາດ ເຂົ້າຢ້ຽມຊົມເວັບໄຊໄດ້ທີ່ https://www.perfect-english-grammar.com/index.html
  5. EduFind English Grammar Guide : ເວັບໄຊຮຽນພາສາອັງກິດທີ່ມີການສອນໄວຍະກອນແບບຍົກຕົວຢ່າງ ປະກອບ ເຊິ່ງເຮັດໃຫ້ເຮົາເຂົ້າໃຈຈະແຈ້ງຫລາຍຂຶ້ນ. ທ່ານສາມາດເຂົ້າຢ້ຽມຊົມເວັບໄຊໄດ້ທີ່ https://www.ef.com/wwen/english-resources/
  6. Using English : ມີບົດຝຶກຫັດທົດສອບຄວາມເຂົ້າໃຈກ່ອນຮຽນ ແລະ ຫລັງຮຽນ ລວມທັງກິດຈະກຳມ່ວນໆໃນແຕ່ລະ ຫົວຂໍ້, ມີຄັງຄຳສັບກິລິຍາວະລີ (Phrasal verb)ແລະ ອື່ນໆທີ່ໜ້າສົນໃຈ. ທ່ານສາມາດເຂົ້າຢ້ຽມຊົມເວັບໄຊໄດ້ທີ່ https://www.usingenglish.com/
  7. Purdue OWL : Writing & Grammar : ຫາກທ່ານຢາກທີ່ຈະພັດທະນາການໃຊ້ແກຣມມ່າ ແລະ ການຂຽນ ບົດຄວາມທີ່ຖືກຕ້ອງໃນເລື່ອງຂອງການອ້າງແຫ່ລງທີ່ມາ ແລະ ຫລີກເວັ້ນການຂຽນທີ່ຮຽນແບບແນວຄວາມຄິດຂອງ ຜູ້ອື່ນ ເວັບໄຊນີ້ຈະຊ່ວຍຕອບໂຈດໃນການພັດທະນາທັກສະການຂຽນ ເພາະວ່າມີຂໍ້ມູນ, ເຕັກນິກ, ວິທີຕ່າງໆທີ່ຈະມາ ແບ່ງປັນໃຫ້ບັນດາທ່ານໄດ້ລອງເອົາໄປໃຊ້ໄດ້ຈິງ. ທ່ານສາມາດເຂົ້າຢ້ຽມຊົມເວັບໄຊໄດ້ທີ່ https://owl.purdue.edu/owl/purdue_owl.html
  8. English Grammar Secrets : ເປັນອີກໜຶ່ງທາງເລືອກໃນການຮຽນໄວຍະກອນພາສາອັງກິດ ເພາະຈະມີການສອນ ໃຫ້ເຮົາອ່ານຄຳບັນລະຍາຍຂອງກົດໄວຍະກອນແບບສັ້ນ ແລະ ມີຕົວຢ່າງໃຫ້ເຮົາລອງໄດ້ຝຶກຝົນ ເພື່ອໃຫ້ເຮົາທົບທວນ ແລະ ຈື່ຈຳໄດ້ດີຍິ່ງຂຶ້ນ. ທ່ານສາມາດເຂົ້າຢ້ຽມຊົມເວັບໄຊໄດ້ທີ່ https://englishgrammarsecrets.com/
8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ - 4 - 8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ
8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ - 5 - 8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ
8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ - 3 - 8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ
8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ - Visit Laos Visit SALANA BOUTIQUE HOTEL - 8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ
8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ - Visit Laos Visit SALANA BOUTIQUE HOTEL - 8 ເວັບໄຊທີ່ຈະເຮັດໃຫ້ທ່ານເກັ່ງໄວຍະກອນພາສາອັງກິດໄດ້ຫລາຍຂຶ້ນ