ລວມ 5 ພາສາທີ່ຄວນສົນໃຈ ອະນາຄົດມີໂອກາດຊອກວຽກໄດ້ງ່າຍ
July 19, 2021 - 9:10 AM

ການໄດ້ພາສາທີ 3 ນັ້ນ ຖືວ່າໄດ້ປຽບໃນການຊອກວຽກ ເພາະວ່າການເຮັດວຽກໃນປັດຈຸບັນນັ້ນຕ້ອງມີການຕິດຕໍ່ສື່ສານກັບ ຕ່າງປະເທດຫລາຍກ່ວໃນອະດີດ. ດັ່ງນັ້ນ, ໃນແຕ່ລະບໍລິສັດກໍລ້ວນແຕ່ແນມຫາພະນັກງານທີ່ມີຄວາມສາມາດໃນການສື່ສານ ພາສາມາຮ່ວມງານນຳນັ້ນເອງ. ມື້ນີ້ພວກເຮົາຈຶ່ງລວບລວມພາສາທີ່ໜ້າສົນໃຈນອກຈາກພາສາອັງກິດທີ່ຄວນຈະຮຽນຮູ້ເອົາໄວ້ ເປັນພາສາທີ 3 ເພື່ອເປັນປະໂຫຍດໃນອະນາຄົດການເຮັດວຽກ ຈະມີພາສາຫຍັງແດ່ນັ້ນມາເບິ່ງກັນເລີຍ.
- ພາສາຈີນ : ເປັນພາສາທີ່ໄດ້ຮັບຄວາມນະຍົມບໍ່ໜ້ອຍກ່ວາພາສາອັງກິດ ເພາະປະເທດຈີນເປັນປະເທດມະຫາອຳນາດ ແລະ ບໍລິສັດຈີນສ່ວນຫລາຍກໍເລີ່ມເຂົ້າມາເຮັດທຸລະກິດໃນປະເທດເຮົາຫລາຍຂຶ້ນ ເຊິ່ງຄົນຈີນສ່ວນຫລາຍກໍບໍ່ໄດ້ເວົ້າ ພາສາອັງກິດ. ດັ່ງນັ້ນ, ເຮັດໃຫ້ຄົນທີ່ສາມາດເວົ້າ ແລະ ສື່ສານພາສາຈີນໄດ້ຈຶ່ງກາຍເປັນທີ່ຕ້ອງການໃນບໍລິສັດຕ່າງໆທີ່ ມີການຕິດຕໍ່ກັບປະເທດຈີນ.
- ພາສາຍີ່ປຸ່ນ : ເປັນພາສາທີ່ເອີ້ນວ່າສາມາດຍົກສູງເງິນເດືອນຂອງເຮົາຂຶ້ນໄດ້ຫລາຍເລີຍ ເພາະໂຮງງານອຸດສາຫະກຳ ສ່ວນຫລາຍມັກຈະເປັນບໍລິສັດຈາກຍີ່ປຸ່ນ ຄືກັນກັບຄົນຈີນ ຄົນຍີ່ປຸ່ນມັກທີ່ຈະບໍ່ເວົ້າພາສາອັງກິດ. ດັ່ງນັ້ນ, ການສາມາດ ສື່ສານພາສາຍີ່ປຸ່ນໄດ້ກໍເອີ້ນວ່າໄດ້ປຽບສຳລັບຄົນທີ່ຢາກເຮັດວຽກໃນບໍລິສັດທີ່ຕ້ອງມີການຕິດຕໍ່ກັບປະເທດຍີ່ປຸ່ນ.
- ພາສາເຢຍລະມັນ : ເພາະປະເທດເຢຍລະມັນເປັນປະເທດມະຫາອຳນາດທາງດ້ານເສດຖະກິດຂອງເອີຣົບ ແລະ ຂອງໂລກ. ດັ່ງນັ້ນ, ການເຮັດວຽກກັບບໍລິສັດຈາກທາງເຢຍລະມັນຈຶ່ງເປັນເລື່ອງທີ່ໜ້າສົນໃຈ ແລະ ເຖິງວ່າພາສາເຢຍລະມັນຈະເປັນພາສາທີ່ຮຽນຍາກ, ແຕ່ໜ້ອຍຄົນທີ່ເວົ້າເຢຍລະມັນໄດ້ ດັ່ງນັ້ນ ຈຶ່ງເອີ້ນວ່າເປັນໂອກາດ ທີ່ສູງທີ່ຈະຫາວຽກເຮັດໃນສາຍນີ້.
- ພາສາຝຣັ່ງ : ເປັນພາສາສຳລັບຄົນທີ່ມີຄວາມສົນໃຈໃນວຽກສິລະປະ ແລະ ຄົນໃນປະເທດຝຣັ່ງສ່ວນຫລາຍກໍບໍ່ຄ່ອຍ ເວົ້າພາສາອື່ນນຳອີກ. ດັ່ງນັ້ນ, ການເວົ້າພາສາຝຣັ່ງໄດ້ຈຶ່ງກາຍເປັນຂໍ້ໄດ້ປຽບສຳລັບຄົນທີ່ມີຄວາມສົນໃຈທາງດ້ານ ສິລະປະ ແລະ ຢາກເຮັດວຽກໃນປະເທດນີ້.
- ພາສາເກົາຫລີ : ຈາກການທີ່ເກົາຫລີຟີເວີໃນປະເທດລາວເຮົາມາດົນຫລາຍປີ ຈຶ່ງເຮັດໃຫ້ປະເທດເກົາຫລີຈຶ່ງມາເປີດ ທຸລະກິດໃນປະເທດລາວເຮົາຫລາຍຂຶ້ນກ່ວາເກົ່າ ຈຶ່ງເຮັດໃຫ້ຄວາມຕ້ອງການສຳລັບຜູ້ທີ່ສາມາດເວົ້າພາສາເກົາຫລີໄດ້ ກາຍເປັນທີ່ຕ້ອງການສຳລັບການເຮັດວຽກຫລາຍຍິ່ງຂຶ້ນ.