ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII ຮອບທີ 2

ໃນວັນທີ 16 ກໍລະກົດ 2021 ນີ້, ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການເງິນ, ໄດ້ຈັດກອງປະຊຸມທາບທາມ ບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2.
ໂດຍການເປັນປະທານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ຜູ້ຕາງໜ້າຈາກຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ດາວອນ ທອງຈັນ ປະທານສະຫະພັນແມ່ຍິງກະຊວງການເງິນ, ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການເງິນເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ນາງ ດາວອນ ທອງຈັນ ໄດ້ຂຶ້ນຜ່ານແຈ້ງການວ່າດ້ວຍການຈັດຕັ້ງການທາບທາມບຸກຄະນະກອນຮອບ 2 ເພື່ອຄັດເລືອກເປົ້າໝາຍສະໝັກເຂົ້າໃນຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວສະໄໝທີ VIII. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານບົດແນະນໍາກ່ຽວກັບການທາບທາມບຸກຄະລະກອນສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2 ແລະ ຜ່ານມາດຕະຖານ, ເງື່ອນໄຂ ຂອງພະນັກງານເພດຍິງທີ່ລົງສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII. ທັງນີ້, ກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈໃນການຄັດເລືອກບຸກຄະລະກອນເຂົ້າໃນໂຄງປະກອບຢ່າງເລິກເຊິ່ງ, ເພື່ອຄັດເລືອກໃຫ້ໄດ້ບຸກຄະລາກອນທີ່ຄົບເງື່ອນໄຂ, ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ສາມາດນຳພາ-ຊີ້ນຳກໍຄືການພັດທະນາວຽກງານແມ່ຍິງທີ່ແບກຫາບພາລະກິດໃຫ້ແມ່ຍິງໃນຂອບເຂດທົ່ວປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ຈາກນັ້ນ, ກໍໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນ ຮອບທີ 2 ເພື່ອກຽມເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ທີ່ຈະໄຂຂຶ້ນໃນໄວໆນີ້.