ບົດບາດ ແລະ ສິດຜົນປະໂຫຍດຂອງແມ່ຍິງໃນສັງຄົມບາງປະເທດ

- Untitled design - ບົດບາດ ແລະ ສິດຜົນປະໂຫຍດຂອງແມ່ຍິງໃນສັງຄົມບາງປະເທດ

- Untitled 1 3 - ບົດບາດ ແລະ ສິດຜົນປະໂຫຍດຂອງແມ່ຍິງໃນສັງຄົມບາງປະເທດໂດຍ: ວິ​ເສດ ສະ​ແຫວ​ງສຶກສາ

ເນື່ອງຈາກວ່າພວກເຮົາມີເດືອນມີນາໝົດເດືອນ (ເວົ້າມ່ວນກັບທ່ານຜູ້ອ່ານຊື່ໆ). ດັ່ງນັ້ນ ຈຶ່ງຍັງຖືວ່າບໍ່ທັນຫລ້າສວາຍທີ່ຈະສືບຕໍ່ເວົ້າເລື່ອງບັນຫາແມ່ຍິງຢູ່ບ້ານເພິ່ນເມືອງທ່ານ ເພື່ອສົ່ງທ້າຍວັນແມ່ຍິງສາກົນປະຈຳປີນີ້ (8 ມີນາ). ໃນຕົວຈິງ ບົດຄວາມສ່ວນຫລາຍກ່ຽວກັບແມ່ຍິງ ບໍ່ວ່າຈະເປັນບົດພາຍໃນ ກໍຄືບົດຕ່າງປະເທດທີ່ລົງຜ່ານສື່ນັ້ນມັນຈະຊີ້ໃຫ້ເຫັນບັນຫາ ແລະ ສິ່ງທ້າທາຍທີ່ກະທົບຕໍ່ແມ່ຍິງ ເຊັ່ນຄວາມບໍ່ສະເໝີພາບທາງການເມືອງ, ເສດຖະກິດ ແລະ ສັງຄົມ, ແມ່ຍິງຖືກເອົາລັດເອົາປຽບ ເຊັ່ນຢູ່ບາງປະເທດມີຮອດກົດໝາຍກຳນົດໃຫ້ຜູ້ຊາຍເປັນໃຫຍ່ໃນຄອບຄົວແບບ “ກົກຊີ້ຕາຍ-ປາຍຊີ້ເປັນ” ເຖິງຂັ້ນມີການປະທ້ວງໃຫ້ລຶບລ້າງລະບົບດັ່ງກ່າວ. ດັ່ງທີ່ເປັນຂ່າວໃນເດືອນກັນຍາປີ 2016 ແຕ່ສຸດທ້າຍກໍໄປບໍ່ລອດ, ແອກກົດໝາຍດັ່ງກ່າວມັນມີຮາກເຄົ້າເຫງົ້າກໍຢັ່ງເລິກໃນສັງຄົມເກີນໄປ.

ສຳລັບມື້ນີ້, ຜູ້ຂຽນມີເລື່ອງທີ່ຍ່າງສວນທາງກັບບັນຫາທີ່ກ່າວມາຂ້າງເທິງນັ້ນ ຄືກ່ຽວກັບສັງຄົມທີ່ຍອມຮັບສິດແມ່ຍິງໃນການເປັນເຈົ້າ-ສິດນຳພາໃນຄອບຄົວເສຍແຕ່ວ່າມັນມີຈຳນວນໜ້ອຍເກີນໄປ. ຂໍເລີ່ມຕົ້ນຈາກສັງຄົມຊົນເຜົາຈາມ ທີ່ມີຖິ່ນຖານກະຈາຍຢູ່ກຳປູເຈຍແດ່, ຢູ່ຫວຽດນາມແດ່ ແລະ ສ່ວນໜຶ່ງຢູ່ໄທ. ສັງຄົມເຜົ່າຈາມຍົກໃຫ້ແມ່ຍິງເປັນໃຫຍ່, ຖ້າເປັນໃນຄອບຄົວກໍແມ່ນຜູ້ເປັນແມ່ເປັນຫົວໜ້າ, ພວກລູກໆໃສ່ນາມສະກຸນນຳເບື້ອງແມ່, ຊັບສິນ ແລະ ການ ສືບທອດມູນມໍລະດົກນັ້ນແມ່ຍິງໄດ້ຮັບບູລິມະສິດ. ພິເສດແມ່ຍິງມີເສລີພາບໃນການເລືອກຜູ້ຊາຍມາເປັນຜົວ. ຖ້າພົບຜູ້ບ່າວຄົນໃດເປັນທີ່ຕິດຕາຕ້ອງໃຈ, ຝ່າຍຜູ້ສາວກໍຈະໃຫ້ພໍ່ແມ່ໄປສູ່ຂໍ. ເມື່ອແຕ່ງກັນແລ້ວ, ສ່ວນຫລາຍຝ່າຍຊາຍຕ້ອງໄປຢູ່ນຳຄອບຄົວຝ່າຍຍິງ. ຢູ່ອິນໂດເນເຊຍກໍມີຊົນເຜົ່າໜຶ່ງ ຊື່ວ່າເຜົ່າມິນັງກາບາວ (Minangkabau) ເຊິ່ງມີຈຳນວນ 4 ລ້ານຄົນ. ຄົນເຜົ່ານີ້ແຕ່ໃດໆມານັບຖືສາສະໜາຜີ, ຕໍ່ມາໄດ້ຮັບອິດທິພົນສາສະໜາຮິນດູ, ສາສະໜາພຸດ ແລະ ໃນປັດຈຸບັນຫັນມານັບຖືສາສະໜາອິດສະລາມ. ເມື່ອເວົ້າຮອດສາສະໜາອິດສະລາມຫລາຍຄົນອາດເໝົາເອົາວ່າ ແມ່ຍິງຄົງຕໍ່າຕ້ອຍດ້ອຍສິດ, ຜູ້ຊາຍມີສິດເອົາເມຍໄດ້ຮອດ 4 ຄົນ (ຕາມປະເພນີອິດສະລາມ). ແຕ່ໃນສັງຄົມເຜົ່າມິນັງກາບາວພັດຕ່າງ ຄືໄດ້ຍົກໃຫ້ “ແມ່” ເປັນໃຫຍ່ໃນຄອບຄົວຕາມຄຳພີໂກຣານ (Koran) ທີ່ໃຫ້ສິດແມ່ຍິງໃນການຄອບຄອງວັດຖຸຊັບສິນ ແລະ ສິດຕັດສິນບັນຫາໃນສັງຄົມຂອງເຜົ່າ. ນີ້ລະຄືຈຸດທີ່ແຕກຕ່າງຈາກບົດບາດທົ່ວໄປຂອງແມ່ຍິງໃນສັງຄົມອິດສະລາມ. ຢູ່ ສປ ຈີນ ກໍມີຊົນເຜົ່າໜຶ່ງ ຊື່ວ່າ ມາຊົວ ຫລື ມາຊຸໂອ (Masuo) ເປັນເຜົ່າທີ່ຢູ່ກັນເປັນຄອບຄົວໃຫຍ່ ໂດຍແມ່ເປັນຫົວໜ້າຄອບຄົວ. ໃນສັງຄົມຂອງເຜົ່ານີ້ບໍ່ມີຄຳສັບທີ່ໝາຍເຖິງ “ຜົວ” ຫລື “ພໍ່” ເພາະສັງຄົມເຜົ່ານີ້ປະຕິບັດລະບົບ “ແຕ່ງດອງສັນຈອນ” (Walking Marriages) ຄືຜູ້ຊາຍສາມາດມາພົບແມ່ຍິງຊົ່ວຂ້າມຄືນໄດ້, ລູກໆທີ່ເກີດມາກໍຈະຖືກລ້ຽງດູເບິ່ງແຍງໃນຄອບຄົວຂອງຜູ້ເປັນແມ່, ສ່ວນຝ່າຍຊາຍບໍ່ມີບົດບາດຫຍັງໃນການລ້ຽງລູກ ເພາະພວກເຮົາແຍກຢູ່ເປັນກຸ່ມຜູ້ຊາຍຕ່າງຫາກ. ຢູ່ອິນເດຍຫັ້ນກໍມີຊົນເຜົ່າໜຶ່ງ ຊື່ວ່າ ຄາສີ (Khasi) ທີ່ໃຫ້ຄວາມສຳຄັນແກ່ແມ່ຍິງເປັນພິເສດ. ຕົວຢ່າງເມື່ອລູກຍິງເກີດມາກໍຈະມີການສະຫລອງກັນຍ່າງຄຶກຄື້ນ, ຖ້າເປັນລູກຊາຍຈະຖືເປັນເລື່ອງທຳມະດາ, ລູກສາວຫລ້າໃນຄອບຄົວມັກຈະເປັນຜູ້ໄດ້ສືບທອດມູນມໍລະດົກທັງໝົດຂອງຄອບຄົວ. ຖ້າຄອບຄົວໃດບໍ່ມີລູກຍິງກໍຈະຕ້ອງໄດ້ຂໍເດັກຍິງມາເປັນລູກລ້ຽງ ເພື່ອສືບທອດມູນມໍລະດົກ. ປະເພນີແບບນີ້ເປັນທີ່ ບາດໃຈຜູ້ຊາຍເຖິງຂັ້ນຜູ້ຊາຍຕ້ອງໄດ້ຕັ້ງກຸ່ມ ເພື່ອທວງສິດສະເໝີພາບ. ທີ່ຍົກຂຶ້ນມານີ້ແມ່ນເພື່ອໃຫ້ເຫັນມຸມແປກໆຂອງສັງຄົມທີ່ຖືແມ່ຍິງເປັນໃຫຍ່. ແຕ່ທີ່ສຸດຂອງທີ່ສຸດບັນຫາ ເຊິ່ງສັງຄົມໂລກປັດຈຸບັນຕ້ອງຮັບປະກັນນັ້ນກໍຄືຄວາມສະເໝີພາບຍິງ-ຊາຍທີ່ຮັບປະກັນດ້ວຍກົດໝາຍ ແລະ ມີຕົວຈິງໃນພາກປະຕິບັດ.

- Wave100S AD to Website 2020 0 - ບົດບາດ ແລະ ສິດຜົນປະໂຫຍດຂອງແມ່ຍິງໃນສັງຄົມບາງປະເທດ

    ບົດນີ້ຖອດມາຈາກໜັງສື ພິມ The Nation ສະບັບວັນທີ 11/03/2017.

- WhatsApp Image 2020 05 27 at 5 - ບົດບາດ ແລະ ສິດຜົນປະໂຫຍດຂອງແມ່ຍິງໃນສັງຄົມບາງປະເທດ
- WhatsApp Image 2020 05 27 at 5 - ບົດບາດ ແລະ ສິດຜົນປະໂຫຍດຂອງແມ່ຍິງໃນສັງຄົມບາງປະເທດ
error: Alert: ເນື້ອຫາຂ່າວມີລິຂະສິດ !!