ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ

ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ - 316d9a19 556f 4f50 828c fd39d6883bfc - ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ
ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ - kitchen vibe - ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ

ໃນວັນທີ 16 ກໍລະກົດ 2021, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ໄດ້ໃຫ້ກຽດ ຕ້ອນຮັບການຢ້ຽມຂໍ່ານັບຂອງທ່ານ ນາງ ອີນາ ມາຊຸຍລີອົງນີເຕ (Ina MACIULIONYTE) ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ (EU) ປະຈໍາ ສປປ ລາວ.

ໃນໂອກາດເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ທ່ານ ນາງ ອີນາ ມາຊຸຍລີອົງນີເຕ ໃຫ້ຮູ້ວ່າໃນໄລຍະຜ່ານມາກະຊວງ ການເງິນໄດ້ປະສານສົມທົບ ແລະ ເຮັດວຽກຮ່ວມກັບບັນດາພາກສ່ວນກ່ຽວຂ້ອງ ແລະ ອີຢູ, ເພື່ອປະຕິບັດບັນດາເງື່ອນ ໄຂເພີ່ມເຕີມ ເພື່ອເຮັດໃຫ້ສາມາດບັນລຸເງື່ອນໄຂອະນຸມັດເບີກຖອນ ແລະ ເພື່ອເປັນການກະກຽມການປະຕິບັດເງື່ອນ ໄຂການເບີກຖອນເງິນແຜນງານດັດແກ້ມະຫາພາກ ເພື່ອດຸນດ່ຽງງົບປະມານຂອງປີ 2021.

ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ
ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ

ສະນັ້ນ, ເພື່ອແຈ້ງບັນ ດາເງື່ອນໄຂການຂໍອະນຸມັດເບີກຖອນເງິນແຜນງານດັດແກ້ມະຫາພາກ, ເພື່ອດຸນດ່ຽງງົບປະມານຂອງ 2 ແຜນງານ ເພື່ອ ສະໜັບ ສະໜູນວຽກງານຂະແໜງສຶກສາ ແລະ ໂພຊະນາການ ປີ 2021. ທັງນີ້, ກໍ່ເພື່ອແຈ້ງໃຫ້ຊາບຂ່າວດີຈາກສຳນັກງານໃຫຍ່ ກ່ຽວກັບການອະນຸມັດງົບປະມານຊ່ວຍເຫຼືອລ້າ ຈຳນວນ 42,9 ລ້ານເອີໂຣ (515 ຕື້ກີບ) ເຊິ່ງຈະຖືກເບີກຈ່າຍເຂົ້າບັນຊີຄັງເງິນແຫ່ງຊາດ ໃນອີກ 2-3 ທິດຂ້າງໜ້າ. ການອະນຸມັດງົບປະມານດັ່ງກ່າວ ແມ່ນພາຍໃຕ້ແຜນງານການສະໜັບສະໜູນງົບປະມານຂອງສະຫະພາບເອີຣົບ ໃຫ້ແກ່ຂະແໜງການສຶກສາ (ແຜນງານສະໜັບສະໜູນການສຶກສາຂັ້ນພື້ນຖານ) ແລະ ຂະແໜງການໂພຊະນາການ (ແຜນງານສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ).

ການສະໜັບສະໜູນດັ່ງກ່າວແມ່ນເປັນໄປໄດ້ຍ້ອນແຜນງານຕອບໂຕ້ໂຄວິດ-19 ຂອງອີຢູ ທີ່ໄດ້ຖືກຮັບຮອງໃນປີ 2020 ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຂອງໂຄວິດ-19 ຕໍ່ຂະແໜງການສຶກສາ ແລະ ສາທາລະນະສຸກ ແລະ ເພື່ອປົກປ້ອງຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດ.

ພ້ອມກັນນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະໃຫ້ການຊ່ວຍເຫຼືອ ອໍານວຍຄວາມສະດວກ ແລະ ເປັນໃຈກາງ ໃນການປະສານງານ ສໍາລັບການສະເໜີສະພາບໍລິຫານ ພິຈາລະນາ ການອະນຸມັດຂໍເບີກຖອນເງິນ ແຜນງານດັດແກ້ມະຫາພາກ ເພື່ອດຸນດ່ຽງງົບປະມານ 2 ແຜນງານຈາກອີຢູ ເພື່ອສະໜັບສະໜູນວຽກງານຂະແໜງການສຶກສາ ແລະ ໂພຊະນາການ ຢູ່ ສປປ ລາວ ຈໍານວນ 42,9 ເອີໂຣ.

ນອກຈາກນັ້ນ ກໍ່ຈະສືບຕໍ່ຊີ້ນໍາບັນດາກົມວິຊາການທີ່ກ່ຽວຂ້ອງ ໃຫ້ດໍາເນີນການກະກຽມແຕ່ຫົວທີ ເພື່ອຫຼີກລ້ຽງການແກ່ຍາວການອະນຸມັດການອະນຸມັດຂໍເບີກຖອນ ແລະ ພ້ອມທີ່ຈະເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງ ແລະ ອີຢູ ເພື່ອຮັບປະກັນໃຫ້ສາມາດປະຕິບັດບັນດາເງື່ອນໄຂ ເພື່ອບັນລຸເງື່ອນໄຂການເບີກຖອນ ແລະ ບັນລຸຕາມເປົ້າໝາຍຕາມແຜນການທີ່ກໍານົດໄວ້. ພ້ອມນັ້ນ, ກໍ່ຫວັງວ່າຈະໃຫ້ການສືບຕໍ່ສະໜັບສະໜູນ ຊ່ວຍເຫຼືອ ສປປ ລາວ ໄປເລື້ອຍໆ.

ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ - 4 - ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ
ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ - 5 - ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ
ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ - 3 - ລັດຖະມົນຕີກະຊວງການເງິນ ຕ້ອນຮັບເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ