WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022

WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022 - 8d5418ba 6468 4d04 b185 3990a4495d3e - WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022
WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022 - kitchen vibe - WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022

ໃນສະຖານະການຄືທຸກວັນນີ້ ມັນບອກໃຫ້ເຫັນວ່າ ຍາກທີ່ຈະຄວບຄຸມພະຍາດລະບາດໂຄວິດ-19 ໃຫ້ໝົດໄປໃນປີນີ້ໄດ້. ຖ້າໂຊກດີປີ 2022 ຈຶ່ງຈະຄວບຄຸມໄດ້. ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 19 ກໍລະກົດຜ່ານມາ ຫົວໜ້າໂຄງການສຸກເສີນຂອງອົງການອະນາໄມໂລກ ທ່ານ Mike Ryan ໃຫ້ຄວາມເຫັນວ່າ ເຂົາເອງສຸດທີ່ຢາກຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ໃນປີນີ້ ແຕ່ສະຖານະການປັດຈະບັນເຫັນວ່າ ຍາກທີ່ຈະຄວບຄຸມໄດ້.

ສຳນັກຂ່າວ ຊີເອັນບີຊີ ໂດຍອ້າງຄຳພະຍາກອນຂອງທ່ານ Ryan ວ່າ “ເບື້ອງຕົ້ນ ຂ້າພະເຈົ້າຄິດວ່າມັນຈະໝົດໄປໃນປີນີ້ ແຕ່ຄືສິເປັນໄປບໍ່ໄດ້. ຖ້າຫາກໂຊກດີອາດເປັນປີໜ້າຈຶ່ງຈະຄວບຄຸມມັນໄດ້”

WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022 - Visit Laos Visit SALANA BOUTIQUE HOTEL - WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022
WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022 - Visit Laos Visit SALANA BOUTIQUE HOTEL - WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022

ເຖິງຢ່າງໃດກໍຕາມ, ທ່ານໃຫ້ຮູ້ວ່າ ຍັງພໍມີແນວທາງທີ່ຈະຜັກດັນເຮັດໃຫ້ການຄວບຄຸມພະຍາດໃນທົ່ວໂລກໄດ້ໃຫ້ໄວຂຶ້ນ, ໃນນັ້ນເງື່ອນໄຂທີ່ສຳກໍຄືແຕ່ລະຊາດຕ້ອງຮັບປະກັນການແບ່ງປັນວັກຊີນໃຫ້ສະເໝີພາບ ແລະ ແຕ່ລະປະເທດກໍຄວນຈັດຕັ້ງປະຕິບັດມາດຕະການໄລຍະຫ່າງທາງສັງຄົມ ແລະ ການສະໜັບສະໜູນທາງການເງິນໃຫ້ກັບລະຍົບສາທາລະນະສຸກ ໃຫ້ພຽງພໍເພື່ອເຄື່ອນໄຫວໃຫ້ມີປະສິດທິຜົນ.

ຖ້າປະຊາກອນໂລກຫາກບໍ່ໄດ້ສັກວັກຊິນ ແລະ ສຳຜັດໃກ້ສິດກັນນັບມື້ດົນນານອອກໄປເທົ່າໃດ ກໍຍິ່ງມີຄວາມສ່ຽງກັບພະຍາດກາຍພັນນັບມື້ສູງຂຶ້ນເຊັ່ນດຽວກັນ. ເຈົ້າໜ້າທີ່ ອົງການອະນາໄມໂລກໃຫ້ຮູ້ວ່າ ການເດີນທາງໄປມາຫາສູ່ກັນລະຫວ່າງຊາດນັ້ນກໍ ຄວນຈະຈຳກັດລົງ ຖ້າຫາກບໍ່ມີຄວາມຈຳເປັນແທ້ໆ.

WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022 - 4 - WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022
WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022 - 5 - WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022
WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022 - 3 - WHO ກ່າວວ່າ: ຖ້າໂຊກດີ ໂຄວິດ-19 ຈະໝົດໄປໃນປີ 2022