ການປະຖົມພະຍາບານເບື້ອງຕົ້ນເມື່ອຖືກນ້ຳຮ້ອນລວກ


- ໃຊ້ຄວາມເຢັນຫລຸດອຸນຫະພູມຂອງຜິວໃຫ້ໄວທີ່ສຸດ : ເປັນການຢຸດຄວາມຮ້ອນທີ່ໄໝ້ຜິວ ຈະເຮັດໃຫ້ຜິວບໍລິເວນນັ້ນຂະຫຍາຍໂຕໃຄ່ໂພງກ້ວາງຂຶ້ນຈົນກ່ວາຈະເຢັນລົງເອງ ໂດຍໃຊ້ຜ້າຈຸ່ມນຳ້ເຢັນປະຄົບບາດແຜ ໃຫ້ຜ້າມີຄວາມເຢັນຕະຫລອດ ຫາກບາດເຈັບບໍລິເວນແຂນ, ຂາ, ມື, ຕີນ ສາມາດຈຸ່ມລົງໃນນຳ້ເຢັນໆ ປະມານ 10 ນາທີ.
- ຫ້ວານຫາງແຂ້ປິ່ນປົວບາດແຜນຳ້ຮ້ອນລວກໄດ້ : ປົກກະຕິທີ່ໃຊ້ຢາທາສຳລັບບາດແຜໄຟໄໝ້, ນຳ້ຮ້ອນລວກ ທ່ານລອງປ່ຽນມາໃຊ້ຫ້ວານຫາງແຂ້ສົດໆໄດ້ຜົນດີຫລາຍ ເພາະວຸ້ນຈາກໃບຫ້ວານມີສັບພະຄຸນປິ່ນປົວບາດແຜ, ຕໍ່ຕ້ານເຊື້ອແບັກທີເຣຍ ແລະ ຍັງຊ່ວຍສະໝານບາດແຜໄດ້ນຳ, ໃຊ້ໃບທີ່ຢູ່ທາງລຸ່ມກົກ, ປອກເປືອກສີຂຽວອອກ, ລ້າງຢາງສີເຫລືອງອອກໃຫ້ສະອາດດ້ວຍນຳ້ສຸກ ເພື່ອຫລຸດອາການລະຄາຍເຄືອງຜິວໜັງ, ຝານເປັນແຜ່ນບາງໆມາພອກໃສ່ບາດແຜ ແລ້ວໃຊ້ຜ້າພັນບາດທີ່ສະອາດພັນທັບໃຫ້ຊຸ່ມຢູ່ຕະຫລອດເວລາໃນຊົ່ວໂມງທຳອິດ ຕໍ່ຈາກນັ້ນ ທາມື້ລະ 3 – 4 ເທື່ອ ຈົນກ່ວາບາດແຜຈະເຊົາ.
- ຂໍ້ຄວນລະວັງ :
– ບໍ່ຄວນໃຊ້ນຳ້ກ້ອນສຳຜັດບໍລິເວນທີ່ບາດເຈັບ ເພາະນຳ້ກ້ອນຈະມີຫລ່ຽມຄົມ ແລະ ບໍ່ສະອາດ ສິ່ງສຳຄັນເນື້ອເຍື່ອບໍລິເວນນັ້ນອາດຕາຍຍ້ອນຄວາມເຢັນຫລາຍ.
– ບໍ່ຄວນໃຊ້ຂີ້ເຜິ້ງ, ຄຣີມ, ນຳ້ມັນ, ຢາຖູແຂ້ວ ຫລື ຢາໝ່ອງທາບາດແຜ ເພາະຈະເຮັດໃຫ້ຜິວໜັງບໍລິເວນນັ້ນລະບາຍຄວາມຮ້ອນອອກມາບໍ່ໄດ້.
– ຫາກບາດແຜຮຸນແຮງຫລາຍຈົນຄົນປ່ວຍມີອາການຊັອກ ໃຫ້ປະຖົມພະຍາບານເບື້ອງຕົ້ນ ໂດຍໃຫ້ຄົນປ່ວຍນອນລົງ ຍົກຂາສູງຂຶ້ນ, ຫົ່ມຜ້າໃຫ້ຄົນປ່ວຍ ແລ້ວພາສົ່ງໂຮງໝໍ. ຫາກມີແຫວນ ຫລື ສາຍແຂນ ຄວນຖອດອອກ ເພາະນິ້ວມື ຫລື ຂໍ້ມືອາດບວມຈົນຖອດອອກຍາກ, ຫາກເຄື່ອງນຸ່ງຮັດແໜ້ນບໍລິເວນບາດແຜ ບໍ່ຄວນຖອດ ຫລື ປ່ຽນເອງ.
– ບາດແຜລະດັບຮຸນແຮງຫລາຍບໍ່ຄວນໃຊ້ນຳ້ເຢັນໆຫົດໃສ່ ເພາະຈະເຮັດໃຫ້ຄົນປ່ວຍຊັອກ, ກວດເບິ່ງວ່າຄົນປ່ວຍຍັງມີສັນຍານກຳມະຈອນເຕັ້ນຢູ່ຫລືບໍ່ ຫາກບໍ່ຫາຍໃຈ ແລະ ບໍ່ມີກຳມະຈອນເຕັ້ນໃຫ້ເປົ່າປາກ ແລະ ນວດຫົວໃຈ (ສຶກສາວິທີປະຕິບັດຢ່າງຖືກຕ້ອງ) ຟ້າວໂທເອີ້ນລົດໂຮງໝໍ ຫລື ຟ້າວພາຄົນປ່ວຍສົ່ງໂຮງໝໍໂດຍໄວທີ່ສຸດ.
– ຫາກຖືກໄຟໄໝ້ ຫລື ນຳ້ຮ້ອນລວກບໍລິເວນໃບໜ້າ, ຄໍ, ໜ້າເອິກ, ອະໄວຍະວະເພດ ຈະມີຄວາມຮຸນແຮງຫລາຍກ່ວາບໍລິ ເວນອື່ນໆຂອງຮ່າງກາຍ ໂດຍສະເພາະຫາກເປັນບໍລິເວນໃບໜ້າ, ປາກ ແລະ ຄໍ ຕ້ອງຟ້າວຊ່ວຍເຫລືອທັນທີ ເພາະຜູ້ບາດເຈັບອາດ ຫາຍໃຈບໍ່ໄດ້.
ການຈັດການຈັດບາດແຜນຳ້ຮ້ອນລວກ ບໍ່ວ່າຈະເກີດຂຶ້ນກັບໂຕທ່ານເອງ ຫລື ຄົນອ້້ອມຂ້າງ ຈົ່ງມີສະຕິ ແລະ ໃຊ້ຄວາມຮູ້ໃນເລື່ອງການປະຖົມພະຍາບານເບື້ອງຕົ້ນນີ້ ພ້ອມດ້ວຍເຄັດລັບທີ່ເຮົາແນະນຳ ທ່ານເອງກໍໝົດກັງວົນ ແລະ ຮັບມືໄດ້ສະບາຍແລ້ວ.