ຊົມເຊີຍນະຄອນຫລວງສັ່ງຮີບຮ້ອນແກ້ໄຂການນຳເອົາແຄມທາງເປັນບ່ອນຝາກລົດ ແລະ ຂາຍເຄື່ອງ
ສະບາຍດີ ເພື່ອນຜູ້ອ່ານທັງຫລາຍ, ນັບວ່າເປັນໜ້າຍິນດີ ແລະ ຊົມເຊີຍທີ່ການນຳຂັ້ນສູງຂອງນະຄອນຫລວງວຽງຈັນ ໄດ້ແນະນຳໃຫ້ພາກສ່ວນກ່ຽວຂ້ອງ ຄືພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບພະແນກຕຳຫລວດຈະລາຈອນ, ຫ້ອງການຄຸ້ມຄອງບໍລິຫານຕົວເມືອງ ແລະ ເມືອງຕ່າງໆ ໃຫ້ຮີບຮ້ອນແກ້ໄຂສະພາບນຳເອົາແຄມທາງຫລວງເປັນບ່ອນຈອດລົດ ແລະ ວາງຂາຍເຄື່ອງຂອງຕ່າງໆ ອັນເປັນຕົ້ນເຫດເຮັດໃຫ້ຕົວເມືອງຂາດຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ ແລະ ກໍ່ໃຫ້ເກີດການສັນຈອນແອອັດ ໂດຍສະເພາະຢູ່ເຂດແຄມທາງບໍລິເວນຕະຫລາດຂົວດິນ, ຕະ ຫລາດທາດຫລວງ, ໜອງດ້ວງ, ສີໄຄ, ໂພນຕ້ອງ ແລະ ຫລາຍແຫ່ງອື່ນໆອີກ ເຊິ່ງສະພາບດັ່ງກ່າວໄດ້ແກ່ຍາວເປັນຊຳເຮື້ອມາຫລາຍປີແລ້ວ, ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂ.
ການອອກຄຳສັ່ງແນະນຳດັ່ງກ່າວໄດ້ມີຂຶ້ນຢູ່ໃນກອງປະຊຸມປຶກສາຫາລືຮ່ວມກັນລະຫວ່າງທ່ານຮອງເຈົ້າຄອງນະ ຄອນຫລວງວຽງຈັນ ແກ້ວພິລາວັນ ອາໄພລາດ ແລະ ຂະແໜງການກ່ຽວຂ້ອງດັ່ງກ່າວ ເມື່ອມໍ່ໆມານີ້ ໂດຍທ່ານຮອງເຈົ້າຄອງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນອອກຄຳສັ່ງແຈ້ງການ ຫລື ຂໍ້ຫ້າມຕ່າງໆ ເພື່ອແກ້ໄຂ ແລະ ສະກັດກັ້ນສະພາບຫຍໍ້ທໍ້ດັ່ງກ່າວ ໂດຍສະເພາະແມ່ນການສວຍໂອກາດນຳເອົາແຄມທາງຫລວງເຮັດເປັນບ່ອນຝາກລົດ ແລະ ວາງຂາຍເຄື່ອງຊະຊາຍ, ພ້ອມໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງມີການຕິດປ້າຍຫ້າມ, ຂີດເສັ້ນຫ້າມ ຫລື ເຮັດຮົ້ວກັ້ນຢູ່ບໍລິເວນໃດທີ່ຮ້າຍແຮງ ແລະ ຖ້າພົບເຫັນຍັງມີການລະເມີດອີກແມ່ນໃຫ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ພ້ອມໃຫ້ມີການກວດກາແກ້ໄຂການປຸກສ້າງຕໍ່ເທີບ, ເງີບກວມເອົາແຄມທາງ ແລະ ກວດກາຄວາມເປັນລະບຽບຮຽບຮ້ອຍຂອງການຕິດຕັ້ງປ້າຍໂຄສະນາຕ່າງໆໃຫ້ເໝາະສົມ. ພ້ອມນັ້ນກໍເລັ່ງໃຫ້ຂະແໜງໂຍທາປັບປຸງ ແລະ ແຕ້ມເສັ້ນຈະ ລາຈອນ, ປົວແປງໄຟອຳນາດ ແລະ ປ້າຍເຕືອນການຈະລາຈອນຕາມສາຍທາງຕ່າງໆຄືນ ໃໝ່. ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສັນຈອນໄປມາສະດວກສະບາຍ, ຕີຖອຍສະພາບແອອັດອັ່ງອໍດັ່ງທີ່ເຄີຍເປັນມາໃຫ້ຕົກໄປ.