ຄະນະສະເພາະກິດຂັ້ນສູນກາງ ແນະນຳໃຫ້ຄະນະສະເພາະກິດແຕ່ຂັ້ນເຂັ້ມງວດກຽມພ້ອມຮັບມືກັບແຮງງານທີ່ກັບມາຈາກປະເທດເພື່ອນບ້ານ

ໃນວັນທີ 23 ກໍລະກົດ 2021 ນີ້, ທີ່ສຳນັກງານນາຍົກລັດຖະ ມົນຕີ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄ ວິດ-19 ຂັ້ນສູນກາງໄດ້ປະຊຸມຮ່ວມກັບຄະນະສະເພາະກິດບັນດາແຂວງ ແລະ ນະຄອນຫຼວງວຽງຈັນແບບທາງໄກ (Video Conference), ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄ ວິດ-19.
ສຳລັບແຜນຮັບມືກັບກໍລະນີຕິດເຊື້ອຂອງແຮງ ງານລາວທີ່ກັບມາຈາກປະເທດໃຫ້ຄຽງໃຫ້ເອົາໃຈໃສ່ມາດຕະການສະເພາະໜ້າທີ່ເລັ່ງດ່ວນ ໂດຍສະເພາະໃຫ້ບັນດາແຂວງປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວໃຫ້ພຽງ ພໍກັບແຮງງານລາວທີ່ຈະເດີນທາງກັບມາ, ກວດກາຄືນສະຖານທີ່ເໝາະສົມ ແລະ ມີຄວາມພ້ອມທີ່ດີ ເປັນຕົ້ນສະຖານທີ່, ອຸປະກອນຮັບໃຊ້ ແລະ ອື່ນໆ, ພ້ອມທັງໃຫ້ມີການບໍລິຫານຄຸ້ມຄອງທີ່ເປັນລະບົບ.
ໃຫ້ຄະນະສະເພາະກິດຂັ້ນສູນກາງ ສົມທົບກັບພາກສ່ວນກ່ຽວ ຂ້ອງຮີບຮ້ອນຈັດສົ່ງເຄື່ອງມື, ອຸປະກອນການແພດ ແລະ ຢາ, ພ້ອມທັງ ຄົ້ນຄວ້າງົບປະມານທີ່ ຈຳເປັນໃຫ້ພຽງພໍ ແລະ ທັນການໃຫ້ບັນດາແຂວງ ໂດຍສະເພາະ ແຂວງທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ, ໃຫ້ກະຊວງສາທາລະນະສຸກ ຄົ້ນຄວ້າສົ່ງທີມແພດ ແລະ ອາສາສະໝັກລົງຊ່ວຍແຂວງທີ່ມີແຮງງານກັບມາຈໍານວນຫຼາຍໃນການກວດວິເຄາະຫາເຊື້ອ ແລະ ປິ່ນປົວ, ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້ໂດຍສະເພາະແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກປະສານກັບ ແຂວງເຊິ່ງໜ້າຂອງປະເທດໃກ້ຄຽງ ເພື່ອຄາດຄະເນເບິ່ງຈໍານວນແຮງງານທີ່ຢູ່ແຂວງຂອງຕົນທີ່ ຈະກັບມາຕື່ມໃນຕໍ່ໜ້າແຕ່ລະວັນ ມີຫຼາຍປານໃດ, ກັບເວລາໃດ ແລະ ອື່ນໆ ເພື່ອວາງແຜນຮັບມືໄດ້ຊັດ ເຈນ.
ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີໂຄສະນາເຜີຍແຜ່ແນວ ທາງນະໂຍບາຍຂອງພັກ-ລັດກໍຄືກົດໝາຍ ແລະ ລະບຽບການ ກ່ຽວກັບແຮງງານໃຫ້ແກ່ແຮງງານລາວທີ່ກັບມາຈຳກັດບໍລິເວນ ໃນສູນ ເພື່ອໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ, ຄົ້ນຄິດ, ຕັດສິນໃຈ ຊອກວຽກເຮັດງານທຳຢູ່ພາຍໃນປະເທດ ຫຼື ໄປແບບຖືກກົດໝາຍ.
ໃຫ້ອົງການປົກຄອງບ້ານ ແລະ ຄອບຄົວ, ເປັນເຈົ້າການໃນການບອກ ສອນສຶກສາອົບຮົມແນວຄິດໃຫ້ ລູກຫຼານຂອງຕົນ; ໃຫ້ໜ່ວຍງານງົບປະມານ ແລະ ພະລາທິການເອົາໃຈໃສ່ການປະຕິບັດນະໂຍບາຍອຸດໜູນພິເສດໃຫ້ເຈົ້າໜ້າທີ່, ແພດໝໍ ແລະ ອາສາສະໜັກ.
ໃຫ້ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ກັບມາ ນັ້ນ ໃຫ້ລະອຽດຊັດເຈນເພື່ອເປັນບ່ອນອີງໃນການເຝິກສີມືແຮງ ງານ ແລະ ປະສານກັບຂະແໜງ ການ, ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດ, ບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນໃນ ການຈັດຫາວຽກເຮັດງານທຳໃຫ້ ແຮງງານເຫຼົ່ານັ້ນໃນຕໍ່ໜ້າ.
ໃຫ້ກອງເລຂາຄະນະສະເພາະກິດ ສ້າງແຜນຮອບດ້ານໃຫ້ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ລົງໄປຕິດຕາມ, ຊຸກຍູ້ ແລະ ໃຫ້ການຊ່ວຍ ເຫຼືອການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ສະ ກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ຢູ່ບັນດາແຂວງທີ່ມີ ການລະບາດ.
ນຳເອົາຄຳຖະແຫຼງ ຂອງທ່ານນາຍົກລັດຖະມົນຕີ ໃນ ວັນທີ 20 ກໍລະກົດ ທີ່ຜ່ານມາ ແລະ ແຈ້ງການຂອງຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ສະ ບັບເລກທີ 829/ຫສນຍ, ລົງວັນທີ 19 ກໍລະກົດ 2021 ໄປ ຄົ້ນຄວ້າປຶກສາຫາລື ແລະ ຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.
ໂດຍ: ກົມປະຊາສຳພັນ ຫສນຍ