ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ

ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ - 022804 2021 e1627293503351 - ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ
ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ - kitchen vibe - ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ
  1. ຄົງຕ້ອງອອກກຳລັງກາຍເພື່ອລະບາຍຮໍໂມນແຫ່ງຄວາມເຄັ່ງຄຽດອອກໄປໃຫ້ໝົດ ຈະເປັນການອອກກຳລັງກາຍໃນ ລະຫ່ວາງການເຮັດວຽກ ເຊັ່ນ : ການຍ່າງຂຶ້ນ-ລົງຂັ້ນໄດ ຫລື ຈະຫລິ້ນກິລາ ຫລື ເຮັດວຽກເຮືອນໃນຕອນແລງຫລັງ ເລີກວຽກ ຫລື ໃນມື້ພັກກໍໄດ້. ການອອກກຳລັງກາຍຈົນໄດ້ເຫື່ອຈະກະຕຸ້ນໃຫ້ຮ່າງກາຍຫລັ່ງຮໍໂມນແຫ່ງຄວາມສຸກ ອອກມາ ຊ່ວຍໃຫ້ຮ່າງກາຍ ແລະ ຈິດໃຈສົດຊື່ນຫ້າວຫັນຂຶ້ນ.
  2. ຕ້ອງພັກຜ່ອນໃຫ້ພຽງພໍ ບໍ່ຈຳເປັນຢ່າເອົາວຽກກັບເມືອເຮັດຢູ່ເຮືອນ, ຕ້ອງຮູ້ຈັກບໍລິຫານເວລາ ເພື່ອຈະໄດ້ມີເວລາ ພັກຜ່ອນສ່ວນໂຕ ແລະ ມີເວລາໃຫ້ຄອບຄົວນຳ, ຢ່າລືມວ່າເຄື່ອງຈັກຍັງຕ້ອງມີເວລາຢຸດພັກ ແລະ ຟື້ນບຳລຸງ ທ່ານເອງ ກໍເຊັ່ນກັນ ຕ້ອງມີເວລາພັກຜ່ອນແດ່ເພື່ອຈະໄດ້ມີພະລັງສຳລັບການເຮັດວຽກໃນມື້ຕໍ່ໄປ.
  3. ການປຶກສາຫາລືບັນຫາທີ່ທ່ານໜັກໃຈກັບຄົນໃກ້ຊິດ ເຖິງວ່າບາງເທື່ອເຂົາອາດຊ່ວຍທ່ານແກ້ບັນຫາບໍ່ໄດ້, ແຕ່ການໄດ້ ເວົ້າສິ່ງທີ່ອົດກັ້ນໃນໃຈອອກໄປ ແລະ ໄດ້ຄຳປອບໃຈກັບມາ ທ່ານຈະຮູ້ສຶກດີຂຶ້ນ, ສະບາຍໃຈຂຶ້ນ ແລະ ເມື່ອໃຈສະບາຍ ສະໝອງປອດໂປ່ງ ກໍອາດຄິດແກ້ບັນຫາໄດ້ໃນເວລາຕໍ່ມາ.
  4. ການຮູ້ຈັກປັບປ່ຽນຄວາມຄິດ ຢ່າເມົາແຕ່ວິຕົກກັງວົນໃຫ້ຫລາຍເກີນໄປ, ລອງຄິດໃນຫລາຍໆແງ່ມຸມ, ຄິດໃນສິ່ງດີໆ, ຄິດຢ່າງມີຄວາມຫວັງແດ່ ແລະ ຢ່າຄິດໝົກໝຸ້ນແຕ່ບັນຫາຂອງຕົນເອງ, ຄິດເຖິງຄົນອື່ນນຳແດ່ ຍັງມີຄົນລຳບາກກ່ວາ ທ່ານອີກຫລາຍ ຈະໄດ້ມີກຳລັງໃຈຕໍ່ສູ້ບັນຫາຕໍ່ໄປ.
  5. ການຝຶກເຕັກນິກຄາຍຄວາມເຄັ່ງຄຽດ ເຊັ່ນ : ການຫາຍໃຈເຂົ້າເລິກໆ ໃຫ້ທ້ອງປ່ອງອອກ ແລະ ຫາຍໃຈອອກຊ້າໆ ໃຫ້ທອງແວບລົງ ຈະຊ່ວຍຫລຸດຜ່ອນຄວາມເຄັ່ງຄຽດ, ຄາຍຄວາມກັງວົນ, ຫລຸດຄວາມຢ້ານ ແລະ ຄວາມຕື່ນເຕັ້ນ ລົງໄດ້. ນອກຈາກນີ້, ຄວນຝຶກສະມາທິເພື່ອສະຫງົບຈິດໃຈ ໂດຍມີສະຕິຢູ່ກັບລົມຫາຍໃຈເຂົ້າອອກ ຈະຊ່ວຍຄາຍຄວາມ ເຄັ່ງຄຽດໄດ້ເປັນຢ່າງດີ.

 

ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ - 4 - ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ
ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ - 5 - ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ
ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ - 3 - ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ
ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ - Visit Laos Visit SALANA BOUTIQUE HOTEL - ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ
ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ - Visit Laos Visit SALANA BOUTIQUE HOTEL - ວິທີຊ່ວຍຫລຸດຄວາມເຄັ່ງຄຽດຈາກການເຮັດວຽກ