ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ

ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ - cd6fb628 ac9a 4b3f ad5f 63d99863a563 - ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ
ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ - kitchen vibe - ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ

ໃນວັນທີ 28 ກໍລະກົດ 2021 ນີ້ ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 13 ຂຶ້ນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ເພື່ອຮ່ວມກັນປຶກສາຫາລື ກຳນົດທິດທາງແກ້ໄຂບັນຫາ ເພື່ອປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ ໃນ ສປປ ລາວ ໂດຍໄດ້ທົບທວນການຈັດຕັ້ງປະຕິບັດຂອງກອງປະຊຸມ ຄັ້ງທີ 12 ແລະ ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂບັນຫາສໍາລັບ 32 ບັນຫາບຸລິມະສິດທີ່ຄົງຄ້າງ ຈາກ 40 ບັນຫາບຸລິມະສິດ.

ກອງປະຊຸມດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ , ມີຜູ້ຕາງໜ້າຈາກຂະແໜງ ການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທູດຕານຸທູດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ
ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ

ໂອກາດກ່າວເປີດກອງປະຊຸມ, ທ່ານ ພັນຄໍາ ວິພາວັນ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສົ່ງເສີມຄວາມຫລາກຫລາຍທາງເສດຖະກິດ ສົ່ງເສີມການປັບຕົວທາງເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ກໍຄື ການພັດທະນາເສດຖະກິດຂອງ ສປປ ລາວ ຢ່າງຍືນຍົງ ແລະ ມີສ່ວນຮ່ວມ; ພ້ອມທັງໄດ້ສະຫລຸບນະໂຍບາຍ ແລະ ແຜນຍຸດທະສາດທີ່ສໍາຄັນຂອງລັດຖະບານ ເພື່ອສົ່ງເສີມການລົງທຶນຂອງພາກເອກະຊົນເຂົ້າໃນຂະແໜງການທີ່ບໍ່ເອື່ອຍອີງໃສ່ ຊັບພະຍາກອນທໍາມະຊາດ, ລວມທັງຂະແໜງອຸດສາຫະກໍາປຸງແຕ່ງທົ່ວໄປ, ການທ່ອງທ່ຽວ ແລະ ການປຸງແຕ່ງຜະລິດຕະພັນກະສິກໍາ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ເສດຖະກິດຂອງ ສປປ ລາວ ຖົດຖອຍລົງຫລາຍ ໃນປີ 2020 ເຮັດໃຫ້ອັດຕາຂະຫຍາຍຕົວຂອງເສດຖະກິດຫລຸດລົງໃນລະດັບ 0,5%, ມີ 15% ຂອງແຮງງານໄດ້ສູນເສຍວຽກເຮັດງານທຳ; ພ້ອມກັນນັ້ນ ຈໍານວນເງິນສົ່ງກັບບ້ານເກີດຈາກແຮງງານລາວຢູ່ຕ່າງປະເທດໄດ້ຫລຸດລົງ. ເຖິງວ່າໃນປີນີ້, ຂະແໜງອຸດສາຫະກຳໄດ້ຟື້ນຕົວຂຶ້ນເຊັ່ນ: ພະລັງງານ, ບໍ່ແຮ່, ອຸດສາຫະກຳປຸ່ງແຕ່ງເພື່ອສົ່ງອອກ ແຕ່ຂະແໜງບໍລິການ ໂດຍສະເພາະໂຮງແຮມ, ຂົນສົ່ງທາງອາກາດ ແລະ ບັນດາຂະແໜງປິ່ນອ້ອມການທ່ອງທ່ຽວ ຍັງມີຄວາມຫຍຸ້ງຍາກ ຍ້ອນການລະບາດຂອງພະຍາດໂຄວິດ-19 ຮອບ 2 ຢູ່ ສປປ ລາວ.

ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ກ່າວລາຍງານຄວາມຄືບໜ້າຂອງການແກ້ໄຂບັນດາບຸລິມະສິດ ທີ່ຜູ້ປະກອບການໄດ້ສະເໜີຜ່ານກົນໄກວິທີການປະສານງານວຽກງານກອງປະຊຸມທຸລະກິດ ຫຼື LBF ຊຶ່ງເຫັນວ່າໄດ້ຮັບການແກ້ໄຂ ຫລື ໄດ້ມີຄໍາຕອບຊັດເຈນແລ້ວ ປະກອບມີ 8 ບັນຫາ ຈາກ 40 ບັນຫາ ເປັນຕົ້ນແມ່ນບັນຫາຄ່າທໍານຽມຈົດທະບຽນຫຼັກຊັບຄໍ້າປະກັນເງິນກູ້ດ້ວຍສິດນຳໃຊ້ທີ່ດິນ; ບັນຫານະໂຍບາຍການເປີດກວ້າງດ້ານນິຕິກຳ ໃນການໃຫ້ບໍລິການທາງດ້ານການເງິນຜ່ານເຕັກໂນໂລຊີ; ບັນຫາຂັ້ນຕອນການອະນຸຍາດແຜນນຳເຂົ້າສິນຄ້າ ແລະ ວັດຖຸດິບ ທີ່ໄດ້ຮັບການຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມພາຍໃຕ້ກົດໝາຍສົ່ງເສີມການລົງທຶນ; ບັນຫາອັດຕາຄ່າໄຟຟ້າຂອງຂະແໜງກະສິກຳ; ບັນຫາຂັ້ນຕອນການອະນຸຍາດເອກະສານເພື່ອຊໍາລະພາສີສາງສິນຄ້າ; ບັນຫາລະບຽບການຄຸ້ມຄອງດ້ານອະສັງຫາລິມະຊັບ; ບັນຫາພາສີນໍາເຂົ້າວັດຖຸອຸປະກອນເພື່ອມາຮັບໃຊ້ການຜະລິດທີ່ມີມູນຄ່າສູງ ແລະ ບັນຫາການເຂົ້າຫາຖານຂໍ້ມູນການຜະລິດກະສິກຳໃນ ສປປ ລາວ.

ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ - 4 - ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ
ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ - 5 - ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ
ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ - 3 - ລັດຖະບານ-ພາກທຸລະກິດ ປຶກສາຫາລືເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ