ເຈົ້າຄອງເນັ້ນ 3 ບັນຫາສຳຄັນ ຕໍ່ການຊຸກຍູ້ ແລະ ສົ່ງເສີມການດຳເນີນທຸລະກິດ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ເນັ້ນ 3 ບັນຫາສຳຄັນ ຕໍ່ການຊຸກຍູ້ ແລະ ສົ່ງເສີມການດຳເນີນທຸລະກິດໃນ ນວ ໂອກາດເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ອົງການປົກຄອງ ນະຄອນຫຼວງວຽງຈັນ (ນວ) ແລະ ນັກທຸລະກິດ-ນັກລົງທຶນ ທີ່ດໍາເນີນທຸລະກິດ ຢູ່ ນວ, ວັນທີ 29 ກໍລະກົດ 2021 ນີ້ ໂດຍທ່ານເຈົ້າຄອງ ນວ ເນັ້ນ 3 ບັນຫາສຳຄັນຄື:
1. ການດຳເນີນທຸລະກິດແມ່ນຕ້ອງຕື່ນຕົວເປັນເຈົ້າການປະຕິບັດມາດຕະການທາງການແພດຢ່າງເຂັ້ມງວດ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19.
2. ເນັ້ນໃຫ້ບັນດາພະແນກ, ຂະແໜງການວິຊາສະເພາະ ຕ້ອງມີການຄົ້ນຄວ້າ ປັບປຸງກົນໄກອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ພາກທຸລະກິດ ໃນການດຳເນີນທຸລະກິດໃຫ້ຄ່ອງຕົວ ຫັນເຂົ້າສູ່ກົດໝາຍຢ່າງເຂັ້ມງວດ, ມີການຖືບັນຊີ, ມີການແຈ້ງມອບພັນທະອາກອນຕົວຈິງ.
3. ເນັ້ນໃຫ້ຜູ້ປະກອບການ ທີ່ເຮັດການຜະລິດສິນຄ້າ ເບິ່ງເຫັນສິນຄ້າອັນໃດ? ທີ່ມີທ່າແຮງ ມີຄວາມໄດ້ປຽບ ທີ່ຈະສາມາດສຸມໃສ່ພັດທະນາ ສ້າງກາໝາຍ, ຈົດເປັນລິຂະສິດ, ຮັບປະກັນຄຸນນະພາບ ສາມາດແຂ່ງຂັນກັບສິນຄ້າຂອງພາກພື້ນ ແລະ ສາກົນໄດ້.
ພ້ອມທັງໃຫ້ເບິ່ງວ່າຈະຜະລິດຮ່ວມກັນແນວໃດ? ຜະລິດສິນຄ້າທີ່ສົ່ງເສີມຊຶ່ງກັນ ແລະ ກັນ ແນວໃດ? ເພື່ອສ້າງສຳພັນການຜະລິດນຳກັນໃຫ້ເປັນຕ່ອງໂສ້ ຊຶ່ງອາດຈະຊ່ວຍໃຫ້ສາມາດຫຼຸດຕົ້ນທຶນການຜະລິດ ແລະ ມີເງື່ອນໄຂແຂ່ງຂັນກັບສິນຄ້າຂອງຕ່າງປະເທດໄດ້, ທັງນີ້ກໍເພື່ອສູ້ຊົນໃຫ້ມີຜະລິດຕະພັນ ຢ່າງນ້ອຍ 10 ໂຄງການຜະລິດສິນຄ້າປາຍແຫຼມ ຂອງ ນວ ຕາມມະຕິ VII ຂອງອົງຄະນະພັກ ນວ ໃນ 8 ແຜນງານສືບຕໍ່ໂຄງການບຸກທະລຸ ຊຶ່ງແມ່ນແຜນງານທີ 2 ທີ່ໄດ້ກຳນົດໄວ້.