ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ

ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ - file 20 - ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ
ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ - kitchen vibe - ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ

ສະພາແຫ່ງຊາດຫວຽດນາມ ໄດ້ຜ່ານແຜນການທີ່ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ເພື່ອລົງທຶນພັດທະນາປະເທດໃນປີໜ້າ. ແຜນການສະບັບນີ້ແມ່ນນອນຢູ່ໃນມະຕິຂອງແຜນການການເງິນແຫ່ງຊາດ ແລະ ການກູ້ຢືມ, ການສຳລະໜີ້ສິນສາທາລະນະໃນໄລຍະ 2021-2025.

ແຜນການດັ່ງກ່າວຖືກຮັບຮອງໂດຍສະພາແຫ່ງຊາດຫວຽດນາມເມື່ອວັນທີ 28 ກໍລະກົດນີ້. ຕາມແຜນການແລ້ວ, ປີໜ້ານີ້ ການເກັບລາຍຮັບເຂົ້າງົບປະມານແຫ່ງຊາດຄາດວ່າຈະຢູ່ທີ່ປະມານ 8,3 ຕື້ດົງ ແລະ ລາຍຈ່າຍຈະຢູ່ທີ່ ປະມານ 10,26 ຕື້ດົງ, ໃນນັ້ນ ອັດຕາສ່ວນການລົງທຶນໂດຍສະເລ່ຍແລ້ວຈະຢູ່ທີ່ 28%.

ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ

ສະພາແຫ່ງຊາດມີມະຕິເຫັນດີກູ້ຢືມ 3,068 ລ້ານຕື້ດົງ ເພື່ອດຸ່ນດ່ຽງລາຍຮັບ ລາຍຈ່າຍ ແລະ ການລົງທຶນໃນປີໜ້າ.

ສະພາແຫ່ງຊາດຍັງມີມະຕິເພດານໜີ້ສິນແຕ່ລະປີບໍ່ໃຫ້ເກີນ 60% GDP ແລະ ການຕິດໜີ້ລັດຖະບານບໍ່ໃຫ້ເກີນ 50% GDP ເມື່ອທຽບໃສ່ການແຈ້ງເຕືອນໃນລະດັບ 55% GDP ແລະ 45% GDP ຕາມລຳດັບ.

ໃນໄລຍະປີ 2021-2025 ລັດຖະບານມີແຜນສຳລະໜີ້ໂດຍກົງປະມານ 25% ຂອງການເກັບລາຍຮັບແຫ່ງຊາດທັງໝົດ ບໍ່ນັບການກູ້ຢືມຄືນ. ໃນນັ້ນ ສຳລະໜີ້ຕ່າງປະເທດຂອງລັດສູງສຸດຢູ່ທີ່ 25% ຂອງການສົ່ງອອກທັງໝົດ ບໍ່ລວມການສຳລະຕົ້ນທຶນໄລຍະສັ້ນທີ່ຕໍ່າກວ່າ 12 ເດືອນ.

ແຫລ່ງຂ່າວ: RFA

ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ - 4 - ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ
ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ - 3 - ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ
ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ - 5 - ຫວຽດນາມ ຈະກູ້ຢືມເງິນຫຼາຍກວ່າ 3 ລ້ານຕື້ດົງ ໃນປີໜ້າ