ນັກວິທະຍາສາດອັງກິດເຕືອນວ່າ ອາດເກີດ “ໂຄວິດກາຍພັນໃໝ່”

ກຸ່ມນັກວິທະຍາລະດັບສູງຂອງອັງກິດເຕືອນວ່າ ອາດເກີດ ໂຄວິດກາຍພັນຊະນິດໃໝ່ໃນອະນາຄົດ ພ້ອມທັງຊີ້ວ່າ ມີຄວາມເປັນໄປໄດ້ທີ່ຈະເກີດຂຶ້ນຈິງ ແລະ ເຮັດໃຫ້ຄົນເສຍຊິວິດເຖິງ 1 ໃນ 3 ຄົນໄດ້
ວັນທີ 31 ກໍລະກົດຜ່ານມາ ເວັບໄຊ ເດລິເມລ ລາຍງານວ່າ ກຸ່ມຜູ້ຊ່ຽວຊານທີ່ປຶກສາດ້ານວິທະຍາສາດໃນສະຖານະການສຸກເສີນ (SAGE) ຂອງລັດຖະບານອັງກິດ ລົງໃນໜັງສືພິມລາຍງານຄວາມຮ້າຍກາດຂອງເຊື້ອໄວຣັສໂຄວິດ-19 ກາຍພັນທີ່ຈະເກີດຂຶ້ນໃນອະນາຄົດວ່າ ອາດເຮັດໃຫ້ມີຜູ້ເສຍຊີວິດໃນອັດຕາສູງເໝືອນກັນກັບໂຣກທາງເດີນຫາຍໃຈຕາເວັນອອກກາງ ຫຼື MERS ຊຶ່ງມີອັດຕາເສຍຊີວິດສູງເຖິງ 35% ຂອງຜູ້ຕິດເຊື້ອ ຫຼື ເສຍຊິວິດ 1 ຄົນຕໍ່ຜູ້ຕິດເຊື້ອ 3 ຄົນ.
ກຸ່ມນັກວິທະຍາສາດລະດັບສູງຂອງລັດຖະບານອັງກິດ ເປີດເຜີຍເຖິງໄພຄຸກຄາມຂອງເຊື້ອໄວຣັສໂຄວິດ-19 ກາຍພັນທີ່ອາດເກີດຂຶ້ນໃນອະນາຄົດ ຫຼື ອີກບໍ່ດົນຂ້າງໜ້າວ່າ ອາດເປັນໂຣກກາຍພັນລະດັບສຸດຍອດທີ່ອາດຕ້ານທານວັກຊີນໂຄວິດທີ່ທົ່ວໂລກກຳລັງເລັ່ງສັກໃຫ້ກັບປະຊາຊົນໃນຂະນະນີ້ ຫາກເຊື້ອໄວຣັດກາຍພັນຊະນິດນີ້ ເປັນການລວມຕົວກັນຂອງເຊື້ອໂຄວິດກາຍພັນຕົວຮ້າຍກາດໃນເວລານີ້ໄດ້ແກ່ໂຄວິດສາຍພັນເບຕາ(ແອຟຣິກກາ) ມາລວມກັບເຊື້ອໂຄວິດສາຍພັນ ອັນຟາ (ອັງກິດ) ຫຼື ເຊື້ອໂຄວິດ ເດລຕາ (ອິນເດຍ).
SAGE ຊີ້ວ່າ ການລວມຕົວກັນຂອງເຊື້ອໂຄວິດກາຍພັນເຫຼົ່ານີ້ອາດນຳໄປສູ່ການເກີດເຊື້ອໂຄວິດ-19 ກາຍພັນທີ່ມີຄວາມແຂງແກ່ນ ຈົນເຮັດໃຫ້ຜູ້ຕິດເຊື້ອເກີດອາການປ່ວຍໜັກ ແລະ ເສຍຊິວິດເພີ່ມສູງຂຶ້ນ.