ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021

ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021 - WhatsApp Image 2021 07 19 at 11 - ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021
ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021 - kitchen vibe - ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021

ໃນວັນທີ 03 ສິງຫາ 2021 ນີ້, ທີ່ກະຊວງສາທາລະນະສຸກ ທ່ານ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາ ໄດ້ຖະແຫລງຂ່າວ ກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ0 4-18 ສິງຫາ 2021 ວ່າ: ອີງຕາມການປະເມີນສະພາບການລະບາດແລະການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການເລກທີ 829/ຫສນຍ, ລົງວັນທີ19 ກໍລະກົດ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນສູນກາງ ເຫັນວ່າ ປະເທດພວກເຮົາ ສາມາດຄວບຄຸມການລະບາດໄດ້ໃນລະດັບດີ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນຊຸມຊົນ ຫຼຸດລົງເປັນສູນໃນບາງໄລຍະ ໂດຍສະເພາະໃນນະຄອນຫຼວງວຽງຈັນ. ແຕ່ເຖິງຢ່າງໃດກໍ່ຕາມ,ເນື່ອງຈາກແຮງງານລາວ ທີ່ຢູ່ປະເທດໃກ້ຄຽງ ກັບຄືນມາ ສປປ ລາວ ນັບມື້ເພີ່ມຂຶ້ນເຮັດໃຫ້ຕົວເລກການຕິດເຊື້ອຈາກການນຳເຂົ້າ ໃນທົ່ວປະເທດ ແມ່ນເພີ່ມຂຶ້ນສູງ, ຊຶ່ງບາງວັນມີຫຼາຍກວ່າ 300ກໍລະນີ ມີທັງສາຍພັນເດວຕາ ແລະ ອານຟາ. ຍ້ອນສະພາບການລະບາດຢູ່ບັນດາປະເທດໃກ້ຄຽງ ຍັງສືບຕໍ່ຮຸນແຮງ ແລະ ມີຫຼາຍສາຍພັນ ແລະ ແຮງງານລາວທີ່ກັບຄືນປະເທດ ກໍ່ນັບມື້ຫຼາຍຂຶ້ນ ຊຶ່ງໃນນັ້ນຈຳນວນໜຶ່ງ ແມ່ນຕິດເຊື້ອພະຍາດCOVID-19 ໃນສາຍພັນຕ່າງໆ.

ສະນັ້ນ ຈຶ່ງມີຄວາມຈຳເປັນທີ່ພວກເຮົາຕ້ອງກະກຽມຄວາມພ້ອມຮອບດ້ານ ລວມທັງຮອງຮັບໃຫ້ແຮງງານລາວກັບຄືນປະເທດ ທັງໃຫ້ສາມາດຄວບຄຸມການລະບາດຂອງພະຍາດ, ຖ້າບໍ່ດັ່ງນັ້ນຈະມີຄວາມສ່ຽງ ເກີດການລະບາດໃນຊຸມຊົນເປັນວົງກວ້າງ.ນອກນັ້ນ ໃນໄລຍະມໍ່ໆມານີ້ ໄດ້ມີການລັກລອບເປີດກິດຈະການທີ່ຕ້ອງຫ້າມ ຍັງມີກໍລະນີຜູ້ຕິດເຊື້ອ ລັກລອບເຂົ້າເມືອງ ແລະ ແຜ່ເຊື້ອໃນຊຸມຊົນ ຢູ່ບາງທ້ອງຖິ່ນ. ຕໍ່ໜ້າສະພາບການດັ່ງກ່າວລັດຖະບານ ຈຳເປັນຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ທີ່ໄດ້ລະບຸໃນຄຳສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 829/ຫສນຍ, ລົງວັນທີ 19 ກໍລະກົດ 2021 ແລະບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 04 ຫາ ເວລາ 24:00 ໂມງ ຂອງວັນທີ 18 ສິງຫາ 2021ດັ່ງນີ້:

ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021 - Visit Laos Visit SALANA BOUTIQUE HOTEL - ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021
ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021 - Visit Laos Visit SALANA BOUTIQUE HOTEL - ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021
  • ມາດຕະການຫ້າມ ແລະ ຈໍາກັດ:
    1. ສືບຕໍ່ເຝົ້າລະວັງຢູ່ບໍລິເວນຊາຍແດນຕ່າງໆ ດ້ວຍການຈັດຕັ້ງກຳລັງລາດຕາເວນ ຢ່າງເປັນປົກກະຕິ, ທັງເພີ່ມຄວາມເຂັ້ມງວດການກວດກາ, ວັດແທກອຸນຫະພູມ ຜູ້ຜ່ານດ່ານຕ່າງໆ ໃຫ້ເຄັ່ງຄັດ ຕິດພັນກັບການຂະຫຍາຍສູນຈຳກັດບໍລິເວນ ກໍ່ຄືສູນປິ່ນປົວ ຢູ່ບາງທ້ອງຖິ່ນ ທີ່ມີແຮງງານລາວ ກັບຄືນປະເທດ ຈຳນວນຫຼາຍ.
    2. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອຢູ່ຕາມຊຸມຊົນຕ່າງໆ ມາປິ່ນປົວ ໂດຍມີການສົມທົບ ລະຫວ່າງ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບ ຂະແໜງສາທາລະນະສຸກ ແລະ ສັງຄົມ ດ້ວຍຫຼາຍວິທີ, ພ້ອມທັງ ເພີ່ມການສັກວັກຊີນ ແກ່ກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດໝາຍ.
    3. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.
    4. ສືບຕໍ່ຫ້າມຫຼິ້ນກິລາທີ່ຮ່າງກາຍ ມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ແຂວງ ຫຼື ເຂດທີ່ມີການລະບາດໃນຊຸມຊົນ.
    5. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ.
    6. ສືບຕໍ່ຫ້າມຈັດງານລ້ຽງສັງສັນຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
    7. ສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູຫຼືເຈວລ້າງມື.
  • ມາດຕະການສືບຕໍ່ຜ່ອນຜັນ:
    1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
    2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
    3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
    4. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ,ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
    5. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວ ແຕ່ລະມື້ໃຫ້ສ້າງບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
    6. ສືບຕໍ່ອະນຸຍາດໃຫ້ເດີນທາງ​​ເຂົ້າ​-ອອກຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະາດໃນຊຸມຊົນ ໄດ້ປົກກະຕິ.
    7. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ;ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.
  • ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນ ຄົບໂດສ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່. ສະເພາະບາງແຂວງ ທີ່ພວມມີການລະບາດໃນຊຸມຊົນ ທັງມີແຮງງານລາວກັບຄືນ ປະເທດ ໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດ ຕໍ່ການເດີນທາງໄປ-ມາ ພາຍໃນແຂວງ ແລະ ການເຂົ້າ-ອອກ ລະຫວ່າງແຂວງຕົນ ກັບ ແຂວງອື່ນ.
    1. ສືບຕໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນຄ້າເຂົ້າ​-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບຕາມຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງແລະຄຳແນະນຳຂອງກະຊວງໂຍທາທິການແລະຂົນສົ່ງສະບັບເລກທີ242/ຍທຂ, ລົງວັນທີ23ເມສາ2021.
    2. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ລວມທັງ ສຳນັກງານ, ວິສາຫະກິດຕ່າງໆ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນອງຕົນ ມາປະຈຳການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະພູມ, ມີເຈວລ້າງມືຢູ່ທາງເຂົ້າ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ,ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
    3. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.
  1. ສືບຕໍ່ອະນຸຍາດໃຫ້ສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ບໍ່ມີການລະບາດໃນຊຸມຊົນເປີດບໍລິການໄດ້ ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງຫ້າມບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
  2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ,ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ປິດບໍລິການ ເວລາ 20:00 ໂມງ.
  3. ສືບຕໍ່ອະນຸຍາດໃຫ້ເປີດຊັ້ນຮຽນອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ທຸກຊັ້ນ ຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ຈັດຫ້ອງຮຽນແບບຮັກສາໄລຍະຫ່າງແລະ ປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດCOVID-19 ຢ່າງເຂັ້ມງວດ.

 

ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021 - 4 - ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021
ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021 - 5 - ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021
ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021 - 3 - ຖະແຫລງຂ່າວສືບຕໍ່ມາດຕະການຜ່ອນຜັນອອກໄປອີກ 15 ວັນ, ເລີ່ມແຕ່ວັນທີ 4-18 ສິງຫາ 2021