ພາກລັດພົບປະພາກທຸລະກິດຫາລືຊຸກຍູ້ສົ່ງເສີມ, ອໍານວຍຄວາມສະດວກພາສີ-ອາກອນຕໍ່ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ

ໃນວັນທີ 2 ສິງຫາ 2021 ຜ່ານມາ, ທີ່ກະຊວງການເງິນ, ກົມພາສີ ຮ່ວມກັບ ກົມສ່ວຍສາອາກອນ, ໄດ້ຈັດກອງປະຊຸມປຶກສາຫາລືພົບປະກັບພາກທຸລະກິດໃນການຄຸ້ມຄອງຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານພາສີ-ອາກອນຕໍ່ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ, ໂດຍການປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດ ຖະມົນຕີກະຊວງການເງິນ, ມີທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີຄະນະກົມສ່ວຍສາອາກອນ, ກົມພາສີ, ບັນດາຫົວໜ້າພະແນກ-ຮອງພະແນກ, ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຜູ້ອໍານວຍການບໍລິສັດ ແລະ ຄະນະວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ເພື່ອປຶກສາຫາລື, ແລກປ່ຽນຄວາມຄິດເຫັນຕໍ່ກັບການປັບປຸງກົນໄກການຊຸກຍູ້ ສົ່ງ ເສີມ ແລະ ອຳນວຍຄວາມສະດວກດ້ານພາສີ-ອາກອນ ຕໍ່ຜູ້ດຳເນີນທຸລະກິດນຳເຂົ້າ-ສົ່ງອອກດ້ວຍຮູບການງົດເກັບ ອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມຢູ່ຂອດນຳເຂົ້າໃຫ້ມາເກັບ, ແຈ້ງ-ມອບຢູ່ຂອດຂາຍພາຍໃນ, ໂດຍໄດ້ເຊີນບັນດາບໍລິສັດເປົ້າໝາຍທີ່ມີຄວາມສົນໃຈເຂົ້າຮ່ວມໂຄງການ,ເພື່ອປຶກສາຫາລື ແລະ ເປັນເອກະພາບກ່ອນການຈັດຕັ້ງປະຕິບັດກົນໄກດັ່ງກ່າວ.
ທັງນີ້, ເພື່ອປັບປຸງກົນໄກດັ່ງກ່າວເລັ່ງໃສ່ປະຕິຮູບຂະແໜງລາຍຮັບໃຫ້ຫັນເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ເຮັດໃຫ້ການຈັດເກັບລາຍຮັບມີປະສິດທິຜົນ, ຫຼຸດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ, ພ້ອມນີ້, ກໍເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດແນໃສ່ສ້າງຄວາມເຂັ້ມແຂງ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນລະຫວ່າງຫົວໜ່ວຍ ທຸລະກິດພາຍໃນປະເທດ ແລະ ຕ່າງປະເທດ.
ສຳລັບວຽກງານດັ່ງກ່າວປັດຈຸບັນໄດ້ສຳເລັດການຮ່າງຄຳແນະນຳ ວ່າດ້ວຍການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ອຳ ນວຍຄວາມສະດວກ ດ້ານພາສີ-ອາກອນຕໍ່ຜູ້ດຳເນີນທຸລະກິດ ນຳເຂົ້າ-ສົ່ງອອກ ແລະ ໄດ້ທາບທາມຮ່າງຄຳແນະນຳສະບັບດັ່ງກ່າວກັບບັນດາຫົວໜ່ວຍທີ່ເປັນເປົ້າໝາຍ, ຊຶ່ງປະກອບມີຈຳນວນ 13 ບໍລິສັດ; ໄດ້ຄົ້ນຄວ້າ, ປຶກສາຫາລື ດ້ານເຕັກນິກລະບົບການເຊື່ອມໂຍງເຊື່ອມຈອດ ໂດຍສະເພາະກົນໄກການເຊື່ອມຕໍ່ລະບົບການຂາຍ ( POS ) ກັບ ລະບົບ TaxRIS ແລະ ອື່ນໆ; ກະກຽມຄວາມພ້ອມທາງດ້ານເຕັກນິກ, ວິເຄາະຜົນໄດ້ຮັບ ແລະ ຜົນກະທົບຕໍ່ພາກທຸລະກິດ ໃນທາງກົງ ແລະ ທາງອ້ອມເພື່ອເປັນຂໍ້ມູນໃນການຄົ້ນຄວ້າ, ວິໄຈ, ມີການປັບປຸງຮ່າງ ຄຳແນະນຳຕາມຜົນການແລກປ່ຽນຄໍາຄິດຄໍາເຫັນຂອງບໍລິສັດ ແລະ ພາກລັດ, ພ້ອມກັບໄດ້ລົງທາບທາມຮ່າງຄຳແນະນຳດັ່ງກ່າວກັບບັນດາບໍລິສັດເປົ້າໝາຍໃໝ່ທີ່ຂຶ້ນກັບການຄຸ້ມຄອງຂອງສ່ວຍສາອາກອນປະຈໍານະຄອນຫຼວງຈໍານວນ 15 ບໍລິສັດ ນໍາອີກດ້ວຍ.
ຜ່ານການທາບທາມປຶກສາຫາລືກັບກັບບັນດາບໍລິສັດເຫັນວ່າຫຼາຍບໍລິສັດ ແມ່ນມີຄວາມສົນໃຈເຂົ້າຮ່ວມ ແຕ່ຕ້ອງໄດ້ມີການປັບປຸງເພື່ອໃຫ້ສາມາດປະກອບເຂົ້າເງື່ອນໄຂ ແລະ ມາດຖານ ກຳນົດ ແລະ ຕ້ອງໄດ້ເຮັດວຽກຮ່ວມກັນຕື່ມດ້ານເຕັກນິກ ໂດຍສະເພາະໃນການເຊື່ອມຕໍ່ລະບົບຂອງບໍລິສັດ ກັບ ລະບົບ TaxRIS ມາຮອດປັດຈຸບັນມີບໍລິສັດທີ່ເຫັນດີເຂົ້າຮ່ວມໂຄງການທົດລອງມີ 4 ບໍລິສັດ ແລະ ມີ 6 ບໍລິສັດທີ່ມີຄວາມສົນໃຈ ແລະ ຢູ່ໃນໄລຍະການພິຈາລະນາເຂົ້າຮ່ວມ.
ໂອກາດດັ່ງກ່າວ,ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ທິດຊີ້ນຳເພື່ອເປັນການປຶກສາຫາລືກັນ ແລະ ແລກປ່ຽນຄໍາຄິດຄໍາເຫັນໃນການພັດທະນາກະຊວງການເງິນກ້າວໄປສູ່ການປະຕິບັດມາດຕະ ຖານສາກົນ,ກ່ຽວກັບການຄຸ້ມຄອງທາງດ້ານການຄ້າການລົງທຶນສະດວກທາງດ້ານການດໍາເນີນທຸລະກິດ, ໄດ້ມີການປັບປຸງກົນໄກດໍາເນີນທຸລະກິດເຮັດໃຫ້ຜູ້ປະກອບການມີຄວາມສະດວກສະບາຍ ແລະມີລະບົບແຈ້ງພາສີປະຕູດຽວນຳອີກ.