ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19

ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19 - 15885 e1627985114882 - ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19
ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19 - kitchen vibe - ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19

ໃນວັນທີ 30 ກໍລະກົດຜ່ານມານີ້, ຈັງຫວັດມຸກດາຫານລາຊະອານາຈັກໄທໄດ້ນຳເອົາອຸປະກອນການແພດຈຳນວນຫນຶ່ງມອບໃຫ້ໂຮງໝໍແຂວງສະຫວັນນະເຂດ. ເຊິ່ງພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ດ່ານຊາຍແດນຂົວມິດຕະພາບ II (ສະຫວັນນະເຂດ) ໂດຍການເຂົ້າຮ່ວມຂອງທ່ານສັນຕິພາບພົມວິຫານເຈົ້າແຂວງສະຫວັນນະເຂດ ແລະ ທ່ານບຸນຊ້ວຍ ນ້ອຍພັນເທີຍະ ຮອງຜູ້ວ່າຣາຊະການຈັງຫວັດມຸກດາຫານ, ຊຶ່ງ ເຄື່ອງທີ່ນຳມາມອບປະກອບມີ: ເຄື່ອງຕິດຕາມສັນຍານຊີບ 4 ເຄື່ອງ, ເຄື່ອງກະຕຸ້ນຫົວໃຈອັດຕະໂນມັດ 2 ເຄື່ອງ, ເຄື່ອງວັດແທກຄວາມອີ່ມຕົວຂອງອົກຊີແຊນໃນເລືອດຈຳນວນ 8 ເຄື່ອງແລະເຄື່ອງວັດແທກອຸນນະພູມອິນຟາເລດຈຳນວນ 20 ເຄື່ອງ, ລວມມູນຄ່າ 698.000 ບາດ (ສະກຸນເງິນໄທ).

ໃນພິທີ ທ່ານເຈົ້າແຂວງສະຫວັນນະເຂດກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫລືອອັນມີຄ່າດັ່ງກ່າວ ແລະ ຢືນຢັນວ່າຈະນຳໃຊ້ເຄື່ອງມືການແພດເລົ່ານີ້ເຂົ້າໃນການຕ້ານ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ, ພ້ອມສະແດງ ຄວາມຂອບໃຈມາຍັງທ່ານຜູ້ວ່າຣາຊະການຈັງຫວັດມຸກດາຫານທີ່ໄດ້ອຳນວຍຄວາມສະດວກ ກະກຽມທີ່ພັກອາໃສຊົ່ວຄາວໃຫ້ແຮງງານລາວໄດ້ກັບຄືນປະເທດດ້ວຍຄວາມປອດໄພ.

ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19
ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19

ຂ່າວໃຫ້ຮູ້ຕື່ມວ່າ: ໃນຕອນເຊົ້າຂອງວັນດຽວກັນທ່ານອະທິປຣັດໂຣດຈະນະໄພບູນກົງສຸນໃຫຍ່ຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດໄດ້ມອບອາຫານຈຳນວນ 490 ຊຸດ, ພ້ອມດ້ວຍຜ້າອັດປາກ-ດັງຈຳນວນ 2 ແກັດລວມມູນຄ່າ 50.000 ບາດເພື່ອໃຫ້ກຳລັງໃຈແພດ-ໝໍທີ່ກຳລັງປະຕິບັດໜ້າທີ່ຢູ່ຕາມຈຸດກັກກັນຊົ່ວຄາວ ແລະ ສູນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແຫ່ງຕ່າງໆໃນແຂວງສະຫວັນນະເຂດ ແລະ ໃນວັນທີ 2 ສິງຫານີ້, ອົງການພຸດທະສາສະໜາສັມພັນລາວ (ອພສ) ແຂວງສະຫວັນນະເຂດໄດ້ນຳເງິນຈຳນວນ 15 ລ້ານກ່ວາກີບ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງທີ່ພັກຂອງພະນັກງານແພດຫມໍໃນຈຸດຄັດກອງພະຍາດໂຄວິດ-19 ຂອງໂຮງໝໍແຂງອີກດ້ວຍ.ພ້ອມ ນີ້, ບໍລິສັດສາຍບົວເພັດມະນີບໍລິຫານ, ຈັດການ ແລະຮັບຕ້ອນ ຊຶ່ງເປັນບໍລິສັດທີ່ຮັບສຳປະທານຕຶກພິເສດໂຮງໝໍແຂວງ ກໍ່ໄດ້ປະກອບສ່ວນເງິນຈຳນວນ 10 ລ້ານກີບ ຊ່ວຍເຫຼືອທີມແພດກັກໂຕຂອງໂຮງໝໍແຂວງ.
ເມື່ອບໍ່ດົນມານີ້, ອພສ ແຂວງ ກໍ່ໄດ້ມີການປະກອບສ່ວນງົບປະມານ 30 ລ້ານກີບ ເພື່ອປັບປຸງສະຖານທີ່ຕິດຕັ້ງຕູ້ເກັບຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19 ປະຈຳໂຮງໝໍແຂວງ ແລະບໍລິສັດສາຍບົວເພັດມະນີ ກໍ່ໄດ້ມອບເງິນຊ່ວຍທີມແພດກັກໂຕ ເປັນເງິນ 14 ລ້ານກີບ.

ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19 - 4 - ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19
ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19 - 3 - ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19
ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19 - 5 - ມຸກດາຫານມອບອຸປະກອນການແພດໃຫ້ສະຫວັນນະເຂດຕອບໂຕ້ໂຄວິດ-19