ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ

ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ - IMG 20210805 WA0005 - ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ
ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ - kitchen vibe - ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ

ໃນວັນທີ 3 ສິງຫາ 2021 ທີ່ຫ້ອງປະຊຸມ VIP ກະຊວງການເງິນ, ທ່ານ ໂພລ ແຄລີ (Paul Kelly) ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ, ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນໂຈມ ອຸບົນປະເສີດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນໃນໂອກາດຮັບໜ້າທີ່ເປັນລັດຖະມົນຕີກະຊວງການເງິນຄົນໃໝ່.

ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດຍັງໄດ້ມີການແລກປ່ຽນບາງບັນຫາສໍາຄັນດັ່ງນີ້ເປັນຕົ້ນ: ການຊ່ວຍ ເຫຼືອເພື່ອການພັດທະນາຂອງອົດສະຕຣາລີໃຫ້ສປປ ລາວມີ 3 ຂະແໜງການຫຼັກຄື: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຄ້າ – ການລົງທຶນ ແລະ ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ອົດສະຕຣາລີຍັງໄດ້ໃຫ້ການຊ່ວຍເຫຼືອຕໍ່ເຫດການໄພພິບັດນໍ້າຖ້ວມ,ການຊ່ວຍເຫຼືອໃນໄລຍະການລະບາດພະຍາດ COVID-19.
ໃນນີ້, ຍັງໄດ້ມີການຮ່ວມມືລະຫວ່າງກົມພາສີລາວ ແລະ ກົມກວດກາຄົນເຂົ້າເມືອງ ແລະ ປ້ອງກັນຊາຍແດນ ອົດສະຕຣາລີ ນັບແຕ່ປີ 2016 ສໍາລັບສິ່ງທີ່ທ້າທາຍທີ່ສປປລາວ ແລະ ກະຊວງການເງິນກໍາລັງປະເມີນໃນປັດຈຸບັນ (ແກ້ໄຂບັນຫາໜີ້ສິນສາທາລະນະ ແລະການພັດທະນາບຸກຄະລາກອນທີ່ສາມາດຮອງຮັບການຫັນເປັນທັນສະໄໝ) ແລະ ສ່ວນວຽກງານບຸລິມະສິດທີ່ສປປລາວ ຕ້ອງການຄວາມຊ່ວຍເຫຼືອ (ການຊອກຫາແຫຼ່ງລາຍຮັບບົ່ມຊ້ອນ, ການຫັນເປັນທັນສະໄໝເພື່ອເພີ່ມລາຍຮັບ ແລະ ໃຫ້ລາຍຈ່າຍໄດ້ຮັບປະສິດທິຜົນສູງ, ການພັດທະນາບຸກຄະລາກອນ ແລະ ຍັງໄດ້ສ້າງສາຍສຳພັນອັນດີງາມລະຫວ່າງສອງປະເທດລວມເຖິງການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການບໍລິຫານ, ການຄົ້ນຄ້ວາ ແລະ ການພັດທະນາກົດໝາຍ ແລະ ລະບຽບການພາສີ ການສືບສວນ ແລະ ປາບປາມການລະເມີດ ຫຼືການຝ່າຝືນກົດໝາຍພາສີ: ການຝຶກອົບຮົມ ແລະ ການແລກ ປ່ຽນແປງບົດຮຽນທາງດ້ານເຕັກນິກວິຊາການພາສີ, ອຳນວຍຄວາມສະດວກໃນການປະສານງານ ນຳອີກດ້ວຍ.

ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ - Visit Laos Visit SALANA BOUTIQUE HOTEL - ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ
ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ - Visit Laos Visit SALANA BOUTIQUE HOTEL - ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ

ໂອກາດດັ່ງກ່າວ, ທ່ານ ໂພລ ແຄລີ (Paul Kelly) ເອກອັກຄະລັດຖະທູດອົດສະຕຣາລີປະຈໍາ ສປປ ລາວໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມືໃນການປະຕິບັດວຽກງານ ເວົ້າລວມເວົ້າສະເພາະກໍຄື ກະຊວງການເງິນ ທີ່ໃຫ້ຄວາມສໍາຄັນເຂົ້າໃນການຮ່ວມມື ແລະການຊ່ວຍເຫຼືອທີ່ຜ່ານມາ.

ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ - 4 - ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ
ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ - 3 - ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ
ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ - 5 - ລັດຖະບານອົດສະຕຣາລີພ້ອມໃຫ້ການສະໜັບ ສະໜູນສປປ ລາວ 3 ຂະແໜງການ