ສາເຫດ ແລະ ວິທີແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
August 5, 2021 - 3:29 PM

ໃນວາລະກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດຊຸດທີ XI ເທື່ອທີ 1 ຄັ້ງວັນທີ 5 ສິງຫາ 2021 ນີ້, ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະເໜີສາເຫດຕົ້ນຕໍທີ່ພາໃຫ້ມີຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ ແລະ ວິທີການແກ້ໄຂຄື:
- ສາເຫດ:
- ການຈັດຕັ້ງປະຕິບັດ ຫລື ຫັນເອົາບັນດາແນວທາງ ແລະ ນະໂຍບາຍຂອງພັກ-ລັດຖະບານວາງອອກມາເປັນແຜນການ ແລະ ໂຄງການຕົວຈິງມີຄວາມຊັກຊ້າ, ຂາດປະສິດທິພາບ ແລະ ຂາດຄວາມເປັນເຈົ້າການຂອງຂະແໜງການທັງຂັ້ນສູນກາງ ແລະ ທ້ອງຖິ່ນ.
- ການຄຸ້ມຄອງລັດຕາມກົດໝາຍຂອງບັນດາຂະແໜງການ ແລະ ອົງການອຳນາດການປົກຄອງມີຫລາຍບ່ອນຍັງບໍ່ທັນເຂັ້ມງວດ ແລະ ສັກສິດ, ເຊິ່ງເປັນສາເຫດພາໃຫ້ມີປາກົດການຫຍໍ້ທໍ້ໃນຂົງເຂດເສດຖະກິດ-ການເງິນ ແລະ ໜີ້ສິນຢ່າງຫລວງຫລາຍ ໂດຍສະເພາະ ການລະເມີດວິໄນແຜນການ-ການເງິນ, ຊ່ອງວ່າງຮົ່ວໄຫລດ້ານ ງົບປະມານ, ບໍ່ເຄົາລົບລະບຽບການອະນຸມັດ ແລະ ຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆ.
- ການບໍລິຫານລັດຍັງບໍ່ທັນໂລ່ງລຽນ, ມີຫລາຍຂັ້ນຫລາຍຂອດ ແລະ ຊັກຊ້າ, ການແບ່ງຂັ້ນຄຸ້ມຄອງ ຕາມທິດສາມສ້າງບໍ່ທັນຈະແຈ້ງ ແລະ, ຂາດກົນໄກການປະສານທີ່ວ່ອງໄວ ແລະ ກົມກຽວ.
- ການປຸກລະດົມທຸກພາກສ່ວນໃນສັງຄົມ ເພື່ອຍູ້ແຮງການຜະລິດ-ບໍລິການ ແລະເຂົ້າຮ່ວມໃນການ ປະຕິບັດສິດ ແລະພັນທະຕໍ່ລັດ ຍັງເຮັດບໍ່ທັນໄດ້ດີ ແລະ ເລິກເຊິ່ງ.
ຈາກສາເຫດດັ່ງກ່າວນີ້, ການຂະຫຍາຍຕົວຂອງເສດຖະກິດປະເທດເຮົາມີທ່າອ່ຽງຫລຸດລົງໃນໄລຍະ 5 ປີຜ່ານມາຈາກລະດັບ 7% ໃນປີ 2016 ມາເປັນ 3,3% ໃນປີ 2020 ແລະ ການຄຸ້ມຄອງເສດຖະກິດມະຫາພາກມີຄວາມຫຍຸ້ງຍາກ ເນື່ອງຈາກຂາດສະພາບຄ່ອງດ້ານແຫລ່ງທຶນ.
- ມາດຕະການແກ້ໄຂ
- ການສ້າງພື້ນຖານການຜະລິດທີ່ມີທ່າແຮງໃຫ້ກາຍເປັນຖານລາຍຮັບທີ່ຫມັ້ນຄົງ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະ ສິນຄ້າກະສິກໍາທີ່ມີຕະຫລາດຮອງຮັບແລ້ວ, ໂຄງການທົດລອງສົ່ງອອກແຮ່ເຫລັກ ແລະ ການ ການຜະລິດ-ບໍລິການຕາມເສັ້ນທາງລົດໄຟ ແລະ ທາງດ່ວນ, ເພື່ອຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ແລະ ສ້າງລາຍຮັບເງິນຕາຕ່າງປະເທດໃຫ້ເພີ່ມຂື້ນ;
- ແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ໂດຍເລັ່ງຟື້ນຟູທຸລະກິດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິ ຕາມນະໂຍບາຍ ແລະ ມາດຕະການຂອງລັດຖະບານທີ່ໄດ້ກໍານົດອອກ ໃນແຈ້ງການ 532/ຫສນຍ, ພ້ອມທັງ ແກ້ໄຂບັນຫາການວ່າງງານ ແລະ ສ້າງສີມືແຮງງານຕາມຄວາມຕ້ອງການ ຂອງຕະຫລາດແຮງງານຕົວຈິງໃຫ້ໄດ້ໄວ;
- ເລັ່ງແກ້ໄຂຄວາມບອບບາງດ້ານງົບປະມານ ໂດຍສະເພາະ ການເກັບລາຍຮັບບໍ່ຄົບຖ້ວນ, ບໍ່ສົມຄູ່ກັບທ່າແຮງບົ່ມຊ້ອນ ແລະ ອັດການຮົ່ວໄຫລ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານໃຫ້ຮັດກຸມ ແລະ ມີປະສິດ ທິຜົນສູງຂຶ້ນ, ປະຢັດລາຍຈ່າຍງົບປະມານທີ່ບໍ່ຈໍາເປັນ. ພ້ອມນັ້ນ, ເລັ່ງແກ້ໄຂໜີ້ສິນສາທາລະນະພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດປະຄັບປະຄອງໄດ້;
- ສ້າງສະເຖຍລະພາບດ້ານເງິນຕາ ໂດຍແກ້ໄຂການຂາດດຸນຊໍາລະກັບຕ່າງປະເທດ ເພື່ອເພີ່ມລະດັບຄັງສໍາຮອງເງິນຕາຕ່າງປະເທດໃຫ້ພຽງພໍ, ການຄຸ້ມຄອງຮ້ານແລກປ່ຽນເງິນຕາໃຫ້ຮັດກຸມ ເພື່ອຮັກສາສະເຖຍລະ ພາຍຄ່າເງິນກີບ ແລະ ລາຄາສິນຄ້າ, ດັດສົມປະລິມານເງິນ M2 ໃຫ້ສອດຄ່ອງເພື່ອຊຸກຍູ້ການຜະລິດບໍລິການໃຫ້ຂະຫຍາຍຕົວ, ພ້ອມນັ້ນ, ເລັ່ງສະຫນອງແຫຼ່ງທຶນທີ່ມີແລ້ວ ເພື່ອຟື້ນຟູເສດຖະກິດໂດຍໄວ;
- ຍົກສູງປະສິດທິພາບຂອງການບໍລິຫານລັດດ້ວຍກົດຫມາຍ ໂດຍສະເພາະ ການບັງຄັບໃຊ້ກົດຫມາຍ-ນິຕິກໍາລຸ່ມກົດຫມາຍໃຫ້ເຂັ້ມງວດ, ແກ້ໄຂການສໍ້ລາດບັງຫຼວງ, ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃຫ້ດີຂຶ້ນ ແລະ ແກ້ໄຂປະກົດການຊ່ວຍໃຊ້ໜ້າທີ່ຂອງພະນັກງານໃນທາງທີ່ບໍ່ຖືກຕ້ອງ.
- ສຸມໃສ່ການພັດທະນາມະນຸດໃຫ້ມີຄຸນນະພາບ, ມີຈຸດສຸມ ແລະ ຫັນເປັນຊ່ຽວຊານຕິດພັນການຫັນເປັນທັນສະໄຫມ ແລະ ວິຖີຊີວິດແບບໃຫມ່ (New Normal).