ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ - 230687162 1690350001168773 5789381656240925870 n - ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ - kitchen vibe - ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ

ໃນວັນທີ 5 ສິງຫາ 2021 ທີ່ກະຊວງການຕ່າງປະເທດ ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ (ແບບທາງໄກ).

1. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ
ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ການາດາ ໃນໄລຍະ 1 ປີຜ່ານມາ, ໂດຍສະເພາະການຮ່ວມມືເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ ຫລັງໂຄວິດ-19. ກອງປະຊຸມເຫັນດີສືບຕໍ່ຮ່ວມມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ການພັດທະນາແບບຍືນຍົງ, ການສຶກສາ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ ລວມທັງການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ. ກອງປະຊຸມ ໄດ້ເຫັນດີຮ່ວມກັນໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ ໂດຍເນັ້ນໃສ່ການເສີມຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ສອງຜ່າຍ ໂດຍສະເພາະແມ່ນການຊອກຫາຊ່ອງທາງ ໃນການເປີດການຄ້າເສລີລະຫວ່າງ ອາຊຽນ ແລະ ການາດາ. ພ້ອມດຽວກັນນີ້, ກອງປະຊຸມໄດ້ສະແດງຄວາມຂອບໃຈ ການາດາ ທີ່ໄດ້ສະໜອງອຸປະກອນທາງການເພດ ເຂົ້າໃນການປ້ອງກັນ ແລະ ການສະກັດກັ້ນພະຍາດໂຄວິດ ໃນໄລຍະຜ່ານມາໃຫ້ແກ່ອາຊຽນ ລວມທັງການປະກາດຊ່ວຍເຫລືອອາຊຽນ ໃນການຮັບມືກັບພະຍາດໂຄວິດ-19 ເປັນຈໍານວນເງິນ 3.5 ລ້ານໂດລາ ການາດາ ໃນໄລຍະເວລາ 3 ປີ. ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ ການຕ້ານການກໍ່ການຮ້າຍ ແລະ ອາດ ຊະຍາກໍາຂ້າມຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາອື່ນໆ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ

2. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ
ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການພົວພັນຮ່ວມມືອາຊຽນ-ນິວຊີແລນ ຕະຫລອດໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ນິວຊີແລນ ໄລຍະ 2021-2025, ເຊິ່ງກວມເອົາ 3 ເສົາຄ້ຳ ການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ; ການເຊື່ອມຈອດ; ການພັດທະນາຊັບພະຍາກອນມະນຸດ; ແລະ ອື່ນໆ. ພ້ອມນີ້, ກອງປະຊຸມເຫັນດີຈະສຸມໃສ່ບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກ ໂດຍສະເພາະ ການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19; ການຮ່ວມມືດ້ານເສດຖະກິດ-ການຄ້າ ເປັນຕົ້ນ ການສືບຕໍ່ຜັນຂະຫຍາຍເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA) ແລະ ສັນຍາການເປັນຄູ່ຮ່ວມເສດຖະກິດຮອບດ້ານຢູ່ລະດັບພາກພື້ນ (RCEP); ການເຊື່ອມຈອດອາຊຽນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານຂໍ້ລິເລິ່ມການເຊື່ອມໂຍງອາຊຽນ ສະບັບທີ 4 ຫລື ແຜນປະຕິບັດງານໄອເອໄອ ສະບັບທີ່ 4; ການສະໜອງທຶນສືກສາໄລຍະສັ້ນ ແລະ ໄລຍະຍາວ; ການຫັນໄປສູ່ເສດຖະກິດດິຈີຕອນ; ການພັດທະນາແບບຍືນຍົງ ລວມທັງການພັດທະນາຕົວເມືອງອັດສະລິຍະອາ ຊຽນ ແລະ ອື່ນໆ. ນອກຈາກນີ້, ກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ ຄວາມປອດໄພທາງໄຊເບີ, ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ ແລະ ບັນຫາອື່ນໆ.

ໃນຕອນແລງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມພິທີ່ຮັບເອົາ ສະຫະຣາຊະອານາຈັກອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ ເພື່ອເປັນການສືບຕໍ່ເສີມຂະ ຫຍາຍການພົວພັນຮ່ວມມື ກັບບັນດາປະເທດນອກພາກພື້ນ ກໍຄື ນະໂຍບາຍຫັນສູ່ພາຍນອກຂອງອາຊຽນ. ປັດຈຸບັນ ອາຊຽນ ມີການຮ່ວມມືກັບ 11 ຄູ່ເຈລະຈາ ຄື: ອົດສະຕຣາລີ, ການາດາ, ສປ ຈີນ, ອິນເດຍ, ສະ ຫະພາບເອີຣົບ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫລີ, ຣັດເຊຍ, ສະຫະຣາຊະອານາຈັກອັງກິດ ແລະ ສະຫະລັດ ອາເມລິກາ.
ຂ່າວ: ກົມການຂ່າວກະຊວງການຕ່າງປະເທດ

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ - 5 - ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ - 3 - ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ - 4 - ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ