ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ

ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ - Moo Jae In e1628317470273 - ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ
ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ - kitchen vibe - ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ

ອ້າງຕາມຂ່າວ ເຊອຸນ ຂອງສ.ເກົາຫລີ, ວັນທີ 5 ສິງຫາ, ທ່ານ ມຸນແຈອິນ ປະທານາທິບໍດີ ຂອງສ.ເກົາຫລີ ກ່າວວ່າ: ພວກເຂົາ ໄດ້ວາງແຜນ ໃຊ້ເງິນລົງທຶນ ປະມານ 2,2 ຕື້ວອນ ເພື່ອເຮັດໃຫ້ ສ.ເກົາຫລີ ກາຍເປັນໜຶ່ງ ໃນປະເທດ ທີ່ມີຖານ ການຜະລິດ ວັກຊິນ ປ້ອງກັນໂຄວິດ-19 ລາຍໃຫຍ່ສຸດ ຂອງໂລກ ພາຍໃນປີ 2025. ໂດຍທ່ານ ມຸນແຈອິນ ກ່າວໃນກອງປະຊຸມ ຄະນະກຳ ມະການ ພາກລັດ ແລະ ພາກເອກະຊົນ ທີ່ໄດ້ຈັດຂຶ້ນ ເພື່ອຫາທາງ ເພີ່ມການຜະລິດ ວັກຊິນ ທ່າມກາງບັນຫາ ການຂາດແຄນ ວັກຊິນ ແລະ ການສົ່ງມອບວັກຊິນ ທີ່ຊັກຊ້າ, ຊຶ່ງຈະກຳນົດໃຫ້ ວັກຊິນໂຄວິດ-19 ເປັນໜຶ່ງໃນສາມ ເຕັກໂນໂລຊີ ເຊິງຍຸດທະສາດ ລະດັບຊາດ ຂອງ ສ.ເກົາຫລີ ຮ່ວມກັບສານ ກິ່ງໂຕນຳ ຫລື ເຊມິຄອນດັກເຕີຣ ແລະ ແບັດເຕີຣີ ເພື່ອຍົກລະດັບ ການລົງທຶນ , ການຫລຸດຜ່ອນພາສີ ແລະ ແຮງດຶງດູດອື່ນໆ.

ໃນການຊ່ວຍໃຫ້ ບໍລິສັດ ນໍາວັດຖຸດິບ ຊິ້ນສ່ວນ ຫລື ເຄື່ອງມື ໃນປະເທດ ມາໃຊ້, ພ້ອມທັງ ລະບຸວ່າ: ທຸກຝ່າຍ ຈະມີສ່ວນຮ່ວມ ໃນການຊຸກຍູ້ ໃຫ້ສ.ເກົາຫລີ ເປັນໜຶ່ງໃນ 5 ຂອງຜູ້ຜະລິດ ວັກຊິນໂຄວິດ-19 ລາຍໃຫຍ່ຂອງໂລກ ພາຍໃນປີ 2025, ດ້ວຍເງິນລົງທຶນ 2,2 ຕື້ວອນ ຕະຫລອດ 5 ປີຕໍ່ໜ້າ, ຊຶ່ງພວມຫາທາງ ຂະຫຍາຍ ຄວາມຮ່ວມມື ລະຫວ່າງປະເທດ ດ້ວຍການສ້າງ ພັນທະມິດ ດ້ານວັກຊິນກັບ ເຢຍລະມັນ, ອັງກິດ ແລະ ປະເທດ ອື່ນໆ ລວມເຖິງການ ອະນຸຍາດ ໃຫ້ບໍລິສັດຕ່າງ ປະເທດ ເຂົ້າມາລົງທຶນ ໃນສ.ເກົາຫລີ ອີກດ້ວຍ.

ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ
ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ - 3 - ສ.ເກົາຫລີ ຕັ້ງເປົ້າ ເປັນຜູ້ຜະລິດວັກຊີນ ລາຍໃຫຍ່ຂອງໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!