ຂະແໜງອຸດສາຫະກຳ ແລະ ການຄ້າ ນໍາໃຊ້ມາດຕະການຕໍ່ຕ້ານການນໍາເຂົ້າ ແລະ ລັກລອບການນໍາເຂົ້າສິນຄ້າ ເພື່ອສົ່ງເສີມກາານຜະລິດຢູ່ພາຍໃນ
August 7, 2021 - 4:41 PM

ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 6 ສິງຫາ 2021 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງ ກ່ຽວກັບການນໍາໃຊ້ມາດຕະການ ເພື່ອຕໍ່ຕ້ານການນໍາເຂົ້າ ຫລື ລັກລອບການນໍາເຂົ້າສິນຄ້າທີ່ຜະລິດໄດ້ຢູ່ພາຍໃນ ເພື່ອປົກປ້ອງສິດຜົນປະໂຫຍດ ຂອງຜູ້ຊົມໃຊ້, ພ້ອມທັງເປັນການປົກປ້ອງຜູ້ຜະລິດພາຍໃນວ່າ: ຜ່ານມາກົມການຄ້າພາຍໃນ ໄດ້ສ້າງຕັ້ງອົງການກວດກາການຄ້າຂຶ້ນ ກັບກົມການຄ້າພາຍໃນ, ຢູ່ທ້ອງຖິ່ນ ຂຶ້ນກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫລວງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເຮັດໜ້າທີ່ຕິດຕາມກວດກາສິນຄ້ານອກລະບົບ, ການດໍາເນີນທຸລະກິດທີ່ບໍ່ມີໃບທະບຽນ, ບໍ່ຖືກກັບວັດຖຸປະສົງ ແລະ ກວດກາດ້ານລາຄາສິນຄ້າ, ສິນຄ້າໝົດອາຍຸ, ບໍ່ໄດ້ຄຸນນະພາບ, ປອມແປງ, ຮຽນແບບ ນີ້ກໍເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ພ້ອມທັງເປັນການປົກປ້ອງຜູ້ຜະລິດພາຍໃນ.
ໃນໄລຍະ 3 ປີ (2018-2020) ຜ່ານມາ ອົງການປະຕິບັດວຽກງານກວດກາ ການຄ້າໃນຂອບເຂດທົ່ວປະເທດ ລວມທັງສູນກາງ ແລະ ທ້ອງຖິ່ນ ໄດ້ເຄື່ອນໄຫວຕິດຕາມກວດກາ ການລະເມີດລະບຽບການຄຸ້ມຄອງການຄ້າ, ການຄ້າສິນຄ້ານອກລະບົບ ແລະ ການດໍາເນີນທຸລະກິດທີ່ບໍ່ມີທະບຽນວິສາຫະກິດ ໄດ້ທັງໝົດ 3.454 ກໍລະນີ, ໃນນັ້ນແກ້ໄຂແລ້ວ 3.400 ກໍລະນີ; ຍັງຄ້າງ 54 ກໍລະນີ; ໄດ້ສືບຕໍ່ປະສານ ສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຕ້ານ ແລະ ສະກັດກັ້ນການຄ້າຂາຍນອກລະບົບ, ຊຶ່ງສາມາດກັກ, ຍຶດ ບາງປະເພດສິນຄ້າອຸປະໂພກ ແລະ ບໍລິໂພກ ໄດ້ຈໍານວນໜຶ່ງ ເປັນຕົ້ນແມ່ນ ສິນຄ້າ ບໍລິ ໂພກທີ່ໝົດອາຍຸການນໍາໃຊ້, ສິນຄ້າເຊື່ອມຄຸນນະພາບ, ສິນຄ້າປອມແປງ. ເຊິ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫົວໜ້າຄະນະໜ່ວຍງານທີ່ 2 ຂອງຄະນະ 51 ກ່ຽວກັບການສົ່ງເສີມການຜະ ລິດ ແລະ ຕ້ານການນໍາເຂົ້າສິງຄ້າອຸປະໂພກ, ບໍລິໂພກ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຈຸງານທີ 1 ເພື່ອເຄື່ອນໄຫວຕິດຕາມ, ກວດກາການລັກລອບນໍາເຂົ້າສິນຄ້າອຸປະໂພກ, ບໍລິໂພກ ປະ ເພດສະບຽງອາຫານ ແລະ ພືດຜັກ. ຈາກນັ້ນ, ກໍມີການເຄື່ອນໄຫວ ຕິດຕາມກວດກາການລັກລອບສິນຄ້າດັ່ງກ່າວ ຢູ່ຕາມດ່ານຕ່າງໆ ແລະ ຕາມຈຸດລຽບແມ່ນໍ້າຂອງ ເປັນຕົ້ນ ດ່ານຂົວມິດຕະພາບສາກົນລາວ-ໄທ 1, ດ່ານທ້ອງຖິ່ນ ທ່າເດື່ອ, ເກົ້າລ້ຽວ, ບ້ານວັງ ແຂວງວຽງຈັນ ສາມາດຕ້ານສະກັດກັ້ນ ແລະ ຍຶດສິນຄ້າປະເພດພຶດຜັກ ທີ່ລັກລອບນໍາເຂົ້າ ແລະ ມີສານເຄມີເຈືອປົນ ເກີນມາດຕະຖານກໍານົດ (ສານປົນເປື້ອນ).
ທ່ານລັດຖະມົນຕີ ຍັງໃຫ້ຮູ້ຕື່ມວ່າ: ເພື່ອເປັນການສ້າງສິ່ງອໍານວຍຄວາມສະດວກ ໃຫ້ເຈົ້າໜ້າທີ່ປະຈໍາດ່ານ ແລະ ຜູ້ປະກອບການ ໃນການນໍາເຂົ້າສິນຄ້າ, ກະຊວງ ອຄ ພາຍໃຕ້ຄະນະສະເພາະກິດດັ່ງກ່າວ ໄດ້ສໍາເລັດການສັງລວມບັນດາກົດໝາຍ ແລະ ລະບຽບການທີ່ຕິດພັນ ກັບການນໍາເຂົ້າສິນຄ້າ ທີ່ເປັນເປົ້າໝາຍສົ່ງເສີມການຜະລິດພາຍໃນ ຂອງບັນດາຂະແໜງການ ລວມທັງຂະແໜງອຸດສາຫະກໍາ ແລະ ການຄ້າ (ການເກືອດຫ້າມ ແລະ ຂໍອະນຸຍາດນໍາເຂົ້າ ແລະ ການປົກປ້ອງຜູ້ຊົມໃຊ້), ຂະແໜງກະສິກໍາ ແລະ ປ່າໄມ້ (ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ (SPS) ຕໍ່ການນໍາເຂົ້າພືດ ແລະ ສັດ), ຂະແໜງສາທາລະນະສຸກ (ມາດຕະການ SPS ແລະ ການຕິດສະຫລາກອາ ຫານ ແລະ ເຄື່ອງດື່ມ) ແລະ ຂະແໜງການເງິນ (ຂັ້ນຕອນແຈ້ງເສຍພາສີ-ອາກອນ ແລະ ການກວດ ກາແຫລ່ງກໍາເນີດສິນຄ້າ). ນອກນັ້ນ, ໄດ້ສໍາເລັດການຮ່າງເບື້ອງຕົ້ນຄູ່ມືແນະນໍາ ການຈັດຕັ້ງປະຕິບັດມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ສໍາລັບການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໂດຍອີງໃສ່ ບັນດາກົດໝາຍ ແລະ ລະບຽບການທີ່ໄດ້ວາງອອກຂ້າງເທິງ, ໂດຍໄດ້ອະທິບາຍລະອຽດແຕ່ລະມາດຕະການ ເພື່ອໃຫ້ພາກສ່ວນກ່ຽວຂ້ອງໄດ້ເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໄດ້ພ້ອມທັງໄດ້ກໍານົດ ບັນດາໜ້າວຽກເປັນໄລຍະສັ້ນ, ກາງ ແລະ ຍາວ. ທັງນີ້, ກໍ່ເພື່ອໃຫ້ສາມາດເປັນບ່ອນອີງ ແລະ ນໍາໃຊ້ເພື່ອເຮັດໃຫ້ການນໍາເຂົ້າສິນຄ້າປະເພດຕ່າງໆ ໄດ້ຮັບການປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫລັກການ.