ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ

ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ - Screenshot 2021 08 07 213347 - ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ
ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ - kitchen vibe - ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ

ໃນວັນທີ 6 ສິງຫາ 2021 ເວລາ 13:00 ໂມງ , ຍ້ອນຄວາມບໍ່ພໍໃຈຕໍ່ມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19ໃນໄລຍະລ໋ອກດາວ, ເຮັດໃຫ້ມີແຮງງານຊາວມຽນມາຫລາຍພັນກວ່າຄົນເກີດຄວາມບໍ່ພໍໃຈຮຽກຮ້ອງຕາມຖະໜົນຫົນທາງພາຍໃນເຂດ, ພາຍຫຼັງທີ່ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ , ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ບັນດາຫົວໜ້າພາກສ່ວນທີ່ກ່ຽວຂ້ອງໄດ້ເຈລະຈາໄກ່ເກ່ຍ ,ໂດຍໃຊ້ເວລາປະມານ2 ຊົ່ວໂມງ, ຈຶ່ງສາມາດເຮັດໃຫ້ກຸ່ມຊຸມນຸມດັ່ງກ່າວຍິນຍອມ ແລະ ກັບຄືນສູ່ບ່ອນພັກຂອງຕົນເອງໃນທີ່ສຸດ.
ຍ້ອນການປະສານງານທີ່ວ່ອງໄວ,ຈຶ່ງບໍ່ເກີດມີເຫດການປະທະກັນແຕ່ຢ່າງໃດ,ບໍ່ມີຈຳນວນຜູ້ບາດເຈັບ.ແຕ່ຍ້ອນວ່າມີການລວມຕົວສຳຜັດໃກ້ຊິດກັນເປັນຈຳນວນຫຼາຍ, ຄົນທີ່ກັກຕົວຢູ່ພາກັນໜີອອກຈາກບ່ອນກັກຕົວ. ຝ່າຝືນຕໍ່ກົດລະບຽບ, ເຮັດໃຫ້ມາດຕະການປ້ອງກັນບໍ່ເປັນລະບຽບ ແລະ ເກີດມີກໍລະນີຜູ້ສຳຜັດໃກ້ຊິດເພີ່ມຂຶ້ນຢ່າງຫຼວງຫຼາຍ. ເຊີ່ງສ່ຽງໃນການແຜ່ເຊື້ອເປັນວົງກ້ວາງ.
ກຸ່ມຄົນທີ່ເດີນຂະບວນຮຽກຮ້ອງສ່ວນຫຼາຍແມ່ນກຸ່ມຄົນທີ່ບໍ່ມີວຽກເຮັດ ແລະ ວ່າງງານ , ສ່ວນກຸ່ມຄົນທີ່ມີວຽກເຮັດປົກກະຕິກໍ່ອາໄສຢູ່ບ່ອນເຮັດວຽກຂອງຕົນເອງ. ອົງການປົກຄອງແຂວງໄດ້ມີການປະສານງານກັບທາງມຽນມາເປັນທີ່ຮຽບຮ້ອຍແລ້ວ,ເພື່ອເລັ່ງສົ່ງແຮງງານຊາວມຽນມາກັບຄືນປະເທດ,
ອີງຕາມເພຈ ເຂດເສດຖະກິດພິດເສດສາມຫລ່ຽມຄຳ ໄດ້ແຈ້ງວ່າ: ຕັ້ງແຕ່ກໍ່ສ້າງເຂດເສດຖະກິດພິເສດ ສາມຫຼ່ຽມຄຳຈົນເຖິງປັດຈຸບັນ. ການນຳເຂດໄດ້ຄຳນຶງເຖິງ ນະໂຍບາຍຕ່າງໆຕໍ່ແຮງງານຊາວມຽນມາທີ່ອາໄສຢູ່ພາຍໃນເຂດ.
ເຊິ່ງການຮຽກຮ້ອງໃນຄັ້ງນີ້ ເຂດພິເສດໄດ້ໃຫ້ສິດທິພິເສດແກ່ແຮງງານທ້ອງຖິ່ນ ໂດຍການສະໜອງບ່ອນເຮັດວຽກ, ທີ່ຢູ່ອາໄສ, ຝຶກອົບຮົມຟຣີໃຫ້ແຮງງງານຊາວມຽນມາ ແລະ ຍັງມີການບໍລິການອື່ນໆກ່ຽວກັບການປົກປ້ອງສິດຂອງຜູ້ອອກແຮງງານ.
ໃນໄລຍະລ໋ອກດາວ, ບໍ່ວ່າຈະເປັນຄ່າທີ່ພັກ, ຄ່ານຳ້, ຄ່າໄຟຟ້າ, ຄ່າອາຫານ, ຄ່າກວດໂຄວິດ, ຄ່າຮັກສາປິ່ນປົວ, ຄ່າສັກຢາວັກຊີນຂອງແຮງງານຊາວມຽນມາແມ່ນຟຣີໝົດທຸກຢ່າງ. ການບໍລິຈາກເຄື່ອງຂອງ, ເຂົ້າສານອາຫານແຫ້ງ, ພືດຜັກຕ່າງໆກໍ່ຄຳນຶງເຖິງແຮງງານບໍ່ວ່າທ້ອງຖິນ ຫລື ຊາວແຮງງານຕ່າງປະເທດ.

ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ - 5 - ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ
ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ - 4 - ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ
ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ - 3 - ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ
ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ - Visit Laos Visit SALANA BOUTIQUE HOTEL - ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ
ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ - Visit Laos Visit SALANA BOUTIQUE HOTEL - ເຂດເສດຖະກິດພິເສດສາມຫລ່ຽມຄຳຊີ້ແຈງ ກໍລະນີແຮງງານບໍ່ພໍໃຈ