ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ?

ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ? - kitchen vibe - ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ?

ຮົາມັກສົງໄສກັນຢູ່ສະເໝີວ່າ ນອນຫລັບດົນປານໃດຈຶ່ງຈະພຽງພໍ ແລະ ເໝາະສົມກັບຄວາມຕ້ອງການຂອງຮ່າງກາຍ ເຊິ່ງເມື່ອມໍ່ໆນີ້ມີວຽກງານວິໄຈໃໝ່ເລື່ອງນີ້ຕີພິມເຜີຍແຜ່ໃນວາລະສານສະລີບ ໃຫ້ຂໍ້ມູນກ່ຽວກັບການນອນຫລັບທີ່ໜ້າສົນໃຈໄວ້ ພິຈາລະນາກັນ.

ວຽກງານວິໄຈຈາກທີມວິໄຈແຟັງລັງດັ່ງກ່າວ ໃຊ້ການວິໄຈດ້ວຍການກວດສອບວິເຄາະຂໍ້ມູນກ່ຽວກັບການນອນຫລັບ ທີ່ເກັບ ລວບລວມໄດ້ຈາກໂຄງການສຸຂະພາບປະຈຳປີຂອງທາງການແຟັງລັງ ທີ່ລວບລວມຈາກກຸ່ມຕົວຢ່າງຊາຍ 1.875 ຄົນ, ຍິງ 1.875 ຄົນ ຂໍ້ມູນເຫລົ່ານັ້ນມີທັງປະລິມານການນອນ ແລະ ຄຸນນະພາບໃນການນອນຂອງກຸ່ມຕົວຢ່າງ ລວມທັງຂໍ້ມູນດ້ານສຸຂະ ພາບກ່ຽວກັບເລື່ອງນີ້ ເຊັ່ນ : ມີອາການນອນບໍ່ຫລັບ ຫລື ບໍ່ ແລະ ມີອາການເຫງົານອນຫລາຍປານໃດໃນຕອນກາງເວັນ. ນອກ ຈາກນັ້ນ ຍັງດຶງເອົາຂໍ້ມູນຂອງກຸ່ມຕົວຢ່າງຈາກສະຖາບັນປະກັນສັງຄົມມາເບິ່ງວ່າກຸ່ມຕົວຢ່າງລາປ່ວຍຫລາຍໜ້ອຍປານໃດນຳ ອີກ.

ຜົນສະແດງໃຫ້ເຫັນວ່າ : ໃນກຸ່ມແມ່ຍິງ ຜູ້ທີ່ລາປ່ວຍໜ້ອຍທີ່ສຸດສະເລ່ຍ 7,6 ຊົ່ວໂມງ. ສ່ວນຜູ້ຊາຍ 7,8 ຊົ່ວໂມງ ເຊິ່ງຖືເປັນ ໄລຍະເວລາການນອນທີ່ສົມບູນແບບຂອງກຸ່ມຕົວຢ່າງ. ໃຜກໍຕາມທີ່ມີຄ່າສະເລ່ຍການນອນຫລາຍກ່ວາ ຫລື ໜ້ອຍກ່ວາເວລາດັ່ງ ກ່າວຈະສ່ຽງຕໍ່ການລາປ່ວຍເພີ່ມຫລາຍຂຶ້ນ ຈົນເຖິງຢ່າງຫລາຍທີ່ສຸດ 8 ມື້ໃນໄລຍະເວລາ 1 ປີ ໂດຍຜູ້ຊາຍທີ່ນອນເປັນເວລາດົນ ເໝາະສົມທີ່ສຸດ ລາປ່ວຍສະເລ່ຍພຽງປີລະ 5,93 ມື້. ສ່ວນແມ່ຍິງຈະລາປ່ວຍປີລະ 7,64 ມື້ເທົ່ານັ້ນ. ວຽກງານວິໄຈນີ້ສອດຄ່ອງ ກັບຜົນການວິໄຈກ່ອນໜ້ານີ້ ເຊິ່ງພົບວ່າ ໄລຍະເວລາທີ່ເໝາະສົມຂອງການນອນໃນແຕ່ລະຄືນນັ້ນຢູ່ລະຫ່ວາງ 5 – 9 ຊົ່ວໂມງ ແລະ ຂຶ້ນຢູ່ກັບເພດ, ອາຍຸ ແລະ ຄຸນນະພາບໃນການນອນນຳອີກ.

ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ? - 4 - ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ?
ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ? - 5 - ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ?
ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ? - 3 - ຜູ້ຍິງນອນຫລາຍ ຜູ້ຊາຍນອນໜ້ອຍ ແມ່ນຄວາມຈິງຫລືບໍ່ ?