ຕຳຫລວດກຸ່ມເພຍວັດມອບລົດໃຫຍ່ຄືນເຈົ້າຂອງເດີມ
July 20, 2017 - 6:02 PM
ໃນວັນທີ 20 ກໍລະກົດນີ້, ທ່ານພັນໂທ ໂອໄດ ພິມມະຈັນ ຫົວໜ້າ ປກສ ກຸ່ມເພຍວັດເມືອງສີສັດຕະນາກນະຄອນຫລວງວຽງຈັນໄດ້ມອບລົດໃຫຍ່ໝາຍເລກທະບຽນ ກຄ 2393 ໃຫ້ກັບເຈົ້າຂອງເດີມ, ຫລັງຈາກລົດຄັນດັ່ງກ່າວຖືກຄົນຮ້າຍລັກເອົາໄປໃນວັນທີ 16 ກໍລະກົດຜ່ານມາຢູ່ເຂດບ້ານຫາຍໂສກເມືອງ ຈັນທະບູລີນະຄອນຫລວງວຽງຈັນ ແລະ ໄປຈອດໄວ້ສະຖານທີ່ຝາກລົດໜ້າໂຮງໝໍມະໂຫສົດໃນສະພາບແວ່ນປະຕູໜ້າດ້ານຂວາແຕກ ແລະ ປະຕູດ້ານໜ້າຊ້າຍຖືກງັດ, ແຕ່ໂຊກດີມີເຈົ້າໜ້າທີ່ໄປພົບເຫັນ ແລະ ໄດ້ພົວພັນຫາເຈົ້າຂອງລົດ, ສ່ວນຄົນຮ້າຍໄດ້ເອົາຕົວຫລົບໜີໄປ, ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວຄົນຮ້າຍມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.
ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາມີປະກົດການຫຍໍ້ທໍ້ເກີດຂຶ້ນ 2 ພັນກວ່າເລື່ອງ, ສ່ວນໃຫຍ່ແມ່ນສະພາບລັກຊັບພົນລະເມືອງຄື: ມີລົດໃຫຍ່ເສຍ 3 ຄັນ, ລົດຈັກ 328 ຄັນ ແລະ ຊັບສິນອື່ນໆເສຍຫາຍຫລາຍຕື້ກີບ.