10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ

10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ - 020605 2021 - 10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ
10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ - kitchen vibe - 10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ

 

  1. ໝູ່ເພື່ອນ ແລະ ຄົນອ້ອມຂ້າງມີສ່ວນບໍ່ໜ້ອຍ : ບາງເທື່ອການຍ່າງໂຕຄົນດຽວໄປໃນບ່ອນຕ່າງໆກໍເປັນເລື່ອງດີທີ່ທ່ານ ຈະໄດ້ຢູ່ກັບຕົນເອງຫລາຍຂຶ້ນ, ແຕ່ຖ້າເປັນແບບນັ້ນຫລາຍເກີນໄປ ອາດຈະເປັນສາເຫດທີ່ໃຜຫລາຍໆຄົນເບິ່ງວ່າທ່ານ ເປັນຄົນທີ່ຮັກຊີວິດສັນໂດດເກີນໄປ ຫລື ບໍ່ກໍອາດຈະບໍ່ມີໃຜຄົບຫາກັບທ່ານເລີຍກໍເປັນໄດ້ ສະນັ້ນ ຍ່າງໄປລົມ ຫລື ໄປ ທ່ຽວຕາມບ່ອນຕ່າງໆກັບໝູ່ເພື່ອນຂອງທ່ານແດ່.
  2. ມາລະຍາດທາງສັງຄົມ : ແນ່ນອນວ່າທ່ານເກີດມາບໍ່ໄດ້ໃຊ້ຊີວິດຢູ່ໂຕຄົນດຽວໄປຕະຫລອດ ທ່ານຕ້ອງມີໄປພົບປະໝູ່ ເພື່ອນ ຫລື ຕ້ອງໄປສົນທະນາກັບບຸກຄົນພາຍນອກຫລວງຫລາຍເຕັມໄປໝົດ ດັ່ງນັ້ນ ເລື່ອງຂອງການວາງໂຕໃຫ້ເໝາະ ສົມຖືກຕ້ອງຕາມກາລະເທສະ ແລະ ການຮຽນຮູ້ມາລະຍາດຕ່າງໆທາງສັງຄົມຈຶ່ງເປັນສິ່ງຈຳເປັນທີ່ຕ້ອງຍຶດຖືເອົາໄວ້ ຫລາຍໆ ເຊິ່ງເມື່ອທ່ານມີຄວາມເຄົາລົບ ແລະ ເກງໃຈຄົນອື່ນໆແລ້ວ ຄົນອື່ນໆກໍຈະເຄົາລົບ ແລະ ເກງໃຈທ່ານຄືກັນ.
  3. ຮູ້ຈັກໃຊ້ນ້ຳສຽງຢ່າງຖືກຕ້ອງ : ບາງເທື່ອປະໂຫຍກພຽງ 1 ປະໂຫຍກ ຫາກເວົ້າດ້ວຍນ້ຳສຽງທີ່ແຕກຕ່າງກັນແລ້ວ ຄວາມໝາຍທີ່ຢາກສື່ກໍອາດຈະຜິດພ້ຽນກັນໄປໄດ້ ເຊັ່ນ : ປະໂຫຍກທີ່ວ່າ “ຈັບສິ່ງຂອງຢູ່ບ່ອນນັ້ນມາໃຫ້ແດ່” ຫາກເວົ້າ ດ້ວຍນ້ຳສຽງແຂງກະດ້າງແລ້ວ ກໍຈະປຽບດັ່ງເປັນການອອກຄຳສັ່ງ ແບບຢາກໄດ້ດຽວນີ້ໂດຍທັນທີ, ແຕ່ຖ້າໃຊ້ນ້ຳສຽງ ທີ່ອ່ອນຫວານ ຂໍກັນດີໆ ກໍຈະໃຫ້ອາລົມທີ່ໄຫວ້ວານແດ່ ເຊິ່ງຫາກເປັນທ່ານທີ່ໄດ້ຍິນສຽງທັງ 2 ສຽງນີ້ ຄົງເດົາບໍ່ຍາກ ເລີຍແມ່ນບໍ່ວ່າຈະເລືອກຈັບສິ່ງຂອງນັ້ນມາໃຫ້ໃຜຫລາຍກ່ວາ…
  4. ຄຳເວົ້າຄົນຊົງພະລັງ : ເລື່ອງຂອງຄຳເວົ້າ ເຖິງຈະຟັງແບບຜິວເຜີນກໍຈະເປັນການເວົ້າໃຫ້ຄົນອື່ນໆຟັງທົ່ວໆໄປ, ແຕ່ ຄວາມຈິງແລ້ວຄຳເວົ້າຂອງຄົນເຮົານີ້ແມ່ນອາວຸດຊັ້ນເລີດທີ່ຈະໄວ້ຕໍ່ລອງກັບຄົນອື່ນໆໄດ້ຢ່າງດີ. ຖ້າທ່ານເລືອກໃຊ້ຄຳ ເວົ້າດີໆ ມີສິລະປະ ຫລື ຮູ້ຈັກພິກປີ້ນໃຫ້ຄຳເວົ້າມີຄວາມຈົບງາມ ໃຜທີ່ໄດ້ມາຟັງທ່ານເວົ້າ ກໍຈະເກີດຄວາມຮູ້ສຶກທີ່ປະ ທັບໃຈ ແລະ ຮູ້ສຶກເຫັນດີເຫັນງາມໄປກັບຄວາມຄິດຂອງທ່ານນຳ, ແຕ່ຖ້າກົງກັນຂ້າມກັນ ຄື ເວົ້າບໍ່ດີ, ໃຊ້ຄຳຜິດຄວາມ ໝາຍ ຫລື ເວົ້າຈາແຂງກະດ້າງ ກໍຈະບໍ່ມີໃຜຟັງທ່ານ ແລະ ທ່ານຈະກາຍເປັນຄົນທີ່ບໍ່ຄ່ອຍໜ້າຄົບຫານຳໄປໃນທີ່ສຸດ.
  5. ຮູ້ຂີດຄວາມສາມາດຂອງຕົນເອງ : ຄົນເຮົາຄວນຈະຮູ້ວ່າຄວາມສາມາດຂອງຕົນເອງໃນການເຮັດສິ່ງຕ່າງໆນັ້ນມີ ຫລາຍ ຫລື ໜ້ອຍປານໃດ, ສິ່ງໃດຊຳນານ, ສິ່ງໃດຮູ້, ສິ່ງໃດເກັ່ງ ກໍຄວນຈະເຮັດໃຫ້ເຕັມທີ່ ແລະ ດຶງສັກກະຍະພາບ ບ່ອນນັ້ນອອກມາໃຊ້ໃຫ້ເຖິງທີ່ສຸດ, ແຕ່ຖ້າເລື່ອງໃດບໍ່ຮູ້, ບໍ່ຊຳນານ ຫລື ບໍ່ພ້ອມ ກໍຄວນທີ່ຈະເຮັດໄປຕາມຄວາມສາມາດ ໄດ້ເທົ່າໃດກໍເອົາເທົ່ານັ້ນ ຢ່າໄປດັນທຸລັງເຮັດຈົນເສຍວຽກເສຍງານໄປກ່ອນ, ພະຍາຍາມເລືອກສິ່ງທີ່ແມ່ນໃນສິ່ງທີ່ມັກ ແລະ ທຸກຢ່າງຈະດີຂຶ້ນເອງ.
  6. ອິດທິພົນຂອງສີສຳຄັນບໍ່ໜ້ອຍ : ເລື່ອງຂອງສີສັນຕ່າງໆທີ່ເຮົາເຄີຍຮຽນເຄີຍເຫັນກັນມານັ້ນ ທ່ານເຊື່ອຫລືບໍ່ວ່າມີສ່ວນ ສຳຄັນທີ່ຊ່ວຍໃນເລື່ອງຂອງການຕັດສິນໃຈ ແລະ ຊ່ວຍໃນເລື່ອງຂອງພາບລັກຄົນໄດ້ຢ່າງຫລວງຫລາຍແທ້ໆ ສິ່ງໜຶ່ງທີ່ ສະທ້ອນໄດ້ຢ່າງຈະແຈ້ງກໍແມ່ນສີສັນຂອງເຄື່ອງນຸ່ງຫລາກຫລາຍຮູບແບບທັງຫລາຍນັ້ນເອງ ງ່າຍໆເຊັ່ນ : ຄົນສ່ວນ ຫລາຍມັກຈະຕີຄວາມໝາຍກັນວ່າ ຜູ້ຊາຍຄົນໃດທີ່ນຸ່ງເສື້ອສີບົວ ກໍຈະມີຄວາມໝາຍຢູ່ 2 ແບບ ຄື ບໍ່ກຳລັງມີຄວາມຮັກ ກໍຄົງເປັນພວກຜູ້ຊາຍເຈົ້າສຳອາງແນ່ນອນ ຫລື ຫາກຄົນນຸ່ງເຄື່ອງໂທນສີດຳເຂັ້ມໝົດໂຕຈົນຮອດເກີບ ກໍໝັ້ນໃຈເລີຍວ່າ ເປັນພວກຣັອກເກີທີ່ຈັດເຕັມກັບຊີວິດແນ່ນອນ.
  7. ສຽງຄ່ອຍ – ສຽງດັງ ກໍມີຄວາມໝາຍ : ຫາກທ່ານເປັນຄົນທີ່ເວົ້າອ້ອມຄ້ອມຢູ່ໃນລຳຄໍ ບໍ່ເປັ່ງສຽງໃຫ້ດັງໆຈະແຈ້ງ ທ່ານຮູ້ຫລືບໍ່ວ່ານັ້ນໝາຍຄວາມວ່າແນວໃດ ? ມັນໝາຍຄວາມວ່າທ່ານເປັນຄົນທີ່ບໍ່ມີຄວາມໝັ້ນໃຈໃນໂຕເອງເລີຍ ເຊິ່ງ ເປັນແບບນີ້ຕໍ່ໄປມີຫວັງຈະບໍ່ມີໃຜຟັງທ່ານອີກຕໍ່ໄປແນ່ນອນ, ຕ້ອງກ້າໆແດ່ ເວົ້າຈາໃຫ້ສຽງດັງໆເຂົ້າໄວ້ ຄົນອື່ນໆຈະ ໄດ້ຮັບຮູ້ຄວາມຄິດເຫັນຂອງທ່ານ.
  8. ຊົມເຊີຍຄົນອື່ນແດ່ ບໍ່ແມ່ນເລື່ອງເສຍຫາຍ : ກຳລັງໃຈເປັນສ່ວນສຳຄັນທີ່ຊ່ວຍຊຸກຍູ້ຊີວິດໃຫ້ກ້າວໜ້າຕໍ່ໄປຢ່າງສົດໃສ ຫາກຄົນອ້ອມຂ້າງຂອງທ່ານເຮັດວຽກດີ ຫລື ໄປເຮັດສິ່ງດີໆມາ ທ່ານກໍຄວນຈະຍ້ອງຍໍຊົມເຊີຍເຂົາແດ່ຈັກໜ້ອຍ.
  9. ເຄື່ອງແຕ່ງກາຍ ຊ່ວຍໄດ້ແທ້ໆ : ເລື່ອງຂອງການແຕ່ງກາຍກໍສຳຄັນບໍ່ໜ້ອຍ ເວົ້າໃຫ້ເຫັນພາບງ່າຍໆກໍຄື ການແຕ່ງກາຍ ຂອງເຮົານັ້ນຈະເປັນຈຸດສັງເກດອັນດັບທຳອິດທີ່ຄົນເຮົາຈະເບິ່ງກັນກ່ອນ ຖ້າແຕ່ງແບບສະບາຍໆເກີນໄປ ເສື້ອຍືດທຳມະ ດາໆ ໂສ້ງຂາສັ້ນ, ເກີບແຕະ ກໍອາດຈະຖືກເໝົາລວມໄປວ່າເປັນຄົນທີ່ແຕ່ງໂຕບໍ່ເປັນ ແລະ ບໍ່ມີຄວາມໜ້າເຊື່ອຖືເລີຍ.
  10. ຮູ້ຈັກຈູງໃຈຄົນຢ່າງມີເຫດຜົນ : ການທີ່ທ່ານຈະເຮັດໃຫ້ຄົນອື່ນໆຍອມຮັບໃນໂຕທ່ານໄດ້ ເລື່ອງຂອງການດຶງດູດຈິດໃຈ ກໍເປັນສິ່ງສຳຄັນ ທີ່ທ່ານຕ້ອງມີ. ດຶງດູດໃນບ່ອນນີ້ບໍ່ໄດ້ໝາຍຄວາມວ່າໃຫ້ຄົນອື່ນໆມາເຊື່ອແບບສະໜິດໃຈເລີຍວ່າທຸກ ຢ່າງຕ້ອງເປັນໄປໃນສິ່ງທີ່ທ່ານກຳໜົດ, ແຕ່ມັນເປັນການສະແດງເຖິງຄວາມໝັ້ນໃຈໃນຕົນເອງຕໍ່ເລື່ອງບາງເລື່ອງທີ່ ທ່ານຊຳນານ, ຊື່ນຊົມ ຫລື ສາມາດຕອບບັນຫານັ້ນໆໄດ້ ຫາກມີຄົນສົງໄສ ຫລື ຂັດຂ້ອງໃຈກັບສິ່ງນັ້ນຢູ່.
10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ - 4 - 10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ
10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ - 3 - 10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ
10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ - 5 - 10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ
10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ - Visit Laos Visit SALANA BOUTIQUE HOTEL - 10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ
10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ - Visit Laos Visit SALANA BOUTIQUE HOTEL - 10 ວິທີສ້າງພາບລັກ ປ່ຽນແປງຕົນເອງໃຫ້ຄົນອື່ນຮູ້ຈັກເກງໃຈ