ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ - 2316045 e1628757367134 - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ
ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ - kitchen vibe - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ

ໃນວັນທີ 12 ສິງຫານີ້ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມລະນຶກວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ (13/8/1950-13/8/2021), ຂຶ້ນທີ່ກະຊວງຂອງຕົນ, ໂດຍການເຂົ້າຮ່ວມຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ແລະ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ກ່ອນໜ້ານີ້ 71 ປີ, ກອງປະຊຸມໃຫຍ່ແນວໂຮມທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 13 ສິງຫາ 1950 ຢູ່ເຂດທີ່ໝັ້ນຂອງການປະຕິວັດ ແລະ  ໄດ້ປະກາດສ້າງຕັ້ງແນວລາວອິດສະຫຼະ ແລະ ພ້ອມນັ້ນກໍໄດ້ປະກາດສ້າງຕັ້ງໜັງສືພິມຂອງຕົນ ໂດຍໃສ່ຊື່ວ່າ “ລາວອິດສະຫລະ” , ໃຕ້ການຊີ້ນຳໂດຍກົງ ແລະ  ຮອບດ້ານຂອງພັກ,ຊຶ່ງມັນໄດ້ກາຍເປັນກອງກຳລັງປະຈັນບານຂອງພັກ ຕໍ່ສູ້ໃນສະໜາມຮົບການເມືອງ – ແນວຄິດ, ເປັນອາວຸດອັນແຫຼມຄົມ ແລະ ເປັນກະບອກສຽງຂອງພັກ-ລັດ ເພື່ອປຸກລະດົມທົ່ວປວງຊົນເຂົ້າຮ່ວມພາລະກິດປະຕິວັດ ກໍ່ຄືສອງຫນ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນເວລານັ້ນ.

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ - 2333444 300x200 - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ - Visit Laos Visit SALANA BOUTIQUE HOTEL - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ
ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ - Visit Laos Visit SALANA BOUTIQUE HOTEL - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ

ຕະຫລອດໄລຍະດັ່ງກ່າວ ເຖິງວ່າ: ການເຄື່ອນໄຫວວຽກງານ ຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ປະສົບກັບອຸປະສັກ ແລະ ສິ່ງທ້າທາຍທົດສອບ ທັງພາຍໃນ ແລະ ພາຍນອກ ຢ່າງໜັກໜ່ວງນາໆປະການກໍຕາມ, ແຕ່ດ້ວຍຄວາມຕັດສິນໃຈ, ຄວາມເສຍສະຫລະ, ຄວາມຮັບຜິດຊອບການເມືອງຂອງພະນັກງານ, ສະມາຊິກພັກ ນັກຮົບສື່ມວນຊົນ ພວກເຮົາສາມາດຍາດໄດ້ຜົນງານອັນໃຫຍ່ຫລວງຫລາຍດ້ານ ມາໃຫ້ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ

ໃນໂອກາດນີ້, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ກໍໄດ້ລາຍງານບາງຜົນງານດີເດັ່ນຂອງສື່ມວນຊົນໃນໄລຍະໜຶ່ງປີຜ່ານມາທີ່ໄດ້ປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຕັ້ງໜ້າສຸມທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນວຽກງານການໂຄສະນາເຜີຍແຜ່ຜົນສໍາເລັດແຫ່ງການປະຕິບັດຫນ້າທີ່ວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນໂຄສະນາແນວທາງນະໂຍບາຍຕ່າງໆຂອງພັກ ແລະ ລັດ ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະ ປຸກລະດົມຄວາມສາມັກຄີປອງດອງ, ພ້ອມຕ້ານປະກົດການຫຍໍ້ທໍ້ຕ່າງໆໄດ້ຢ່າງເຂັ້ມແຂງ, ໂດຍສະເພາະໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ການເຄື່ອນໄຫວວຽກງານຂອງສື່ມວນຊົນໄດ້ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນດ້ານເສດຖະກິດ, ຄວາມສ່ຽງຈາກການຕິດເຊື້ອພະຍາດດັ່ງກ່າວນັ້ນ, ແຕ່ສື່ມວນຊົນຍັງເຄື່ອນໄຫວເຮັດໜ້າທີ່ປະກອບສ່ວນໂຄສະນາໃຫ້ແກ່ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ທັນສະພາບການ, ດ້ວຍການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງພັກ-ລັດ ໄດ້ອໍານວຍຄວາມສະດວກໃຫ້ສື່ມວນຊົນລາວເຄື່ອນໄຫວເຮັດບົດບາດໜ້າທີ່ການເມືອງຂອງຕົນ ແລະ ມີຜົນສໍາເລັດເປັນຢ່າງດີຕະຫລອດມາ. ສາມາດຕີລາຄາໄດ້ວ່າ: ສື່ມວນຊົນລາວໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງທັງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີໂຄງລ່າງພື້ນຖານທີ່ໄດ້ຮັບການພັດທະນາໄປສູ່ຄວາມທັນສະໄໝ ແລະ ຄ່ອຍໆຫັນຈາກລະບົບອານາລ໊ອກໄປສູ່ລະບົບດີຈີຕອນໄດ້ໂດຍພື້ນຖານ ແລະ ການນໍາໃຊ້ເຄືອຂ່າຍອິນເຕີເນັດກໍຄືຊ່ອງທາງສື່ສັງຄົມອອນລາຍເພື່ອສະໜອງຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດແລະ ແຜນພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ຊຸກຍູ້ສົ່ງເສີມທຸລະກິດ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມໄດ້ຢ່າງກ້ວາງຂວາງ.

ໃນໂອກາດດຽວກັນທ່ານ ນາງ ບົວໄຂ ເພັງພະຈັນ ຫົວຫນ້າກົມພິມຈຳຫນ່າຍ ກໍໄດ້ລາຍງານບາງຜົນງານດີເດັ່ນຂອງຂະແຫນງການພິມຈໍາໜ່າຍໃນໄລຍະ 1 ປີຜ່ານມາ ທີ່ໄດ້ເຄື່ອນໄຫວເຮັດພາລະບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໃນການຄຸ້ມຄອງ, ເຜີຍແຜ່ໂຄສະນາກົດໝາຍ ແບະ ນິຕິກຳຕ່າງໆ, ຕິດຕາມກວດກາໂຮງພິມ, ຮ້ານພິມ, ຮ້ານອອກແບບໂຄສະນາຜ່ານສິ່ງພິມ,ຮ້ານຈຳໜ່າຍ, ຜູ້ປະກອບການດ້ານວຽກງານການພິມ, ວັນນະຄະດີຫໍສະໝຸດ ແລະ ແປພາສາຢູ່ພາຍໃນປະເທດໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ລະບຽບຫລັກການ, ກົດໝາຍວ່າດ້ວຍການພິມຈຳໜ່າຍ, ກົດໝາຍວ່າດ້ວຍຫໍສະໝຸດ ແລະ ນິຕິກຳລຸ່ມກົດໝາຍ. ພ້ອມນັ້ນຂະແໜງການພິມຈຳໜ່າຍໄດ້ສ້າງຜະລິດຕະພັນໃໝ່ທີ່ມີຫຼາກຫຼາຍຮູບແບບສີສັນສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານ, ຜູ້ຟັງ, ຜູ້ຊົມນຳໃຊ້ຜະລິດຕະພັນ ແລະ ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນສາມາດເຂົ້າເຖິງຄວາມຮູ້ຂໍ້ມູນຂ່າວສານຫຼາຍຊ່ອງທາງດີຂຶ້ນ.

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ - 5 - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ
ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ - 4 - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ
ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ - 3 - ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ