ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ

ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ - 231767 - ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ
ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ - kitchen vibe - ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ

ໃນກອງປະຊຸມລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ (13/8/1950-13/8/2021) ທີ່ໄດ້ຈັດຂຶ້ນໃນວັນທີ 12 ສິງຫານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເນັ້ນໃຫ້ສື່ມວນຊົນ ແລະ ການພິມຈຳໜ່າຍສືບຕໍ່ເອົາໃຈໃສ່ 7 ວຽກງານຕົ້ນຕໍຄື:

ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ - 2333444 300x200 - ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ

ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ
ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ
  1. ສ້າງ ແລະ ຍົກລະດັບຄຸນທາດການເມືອງໃຫ້ບຸກຄະລະກອນສື່ມວນຊົນເວົ້າລວມ, ເວົ້າສະເພາະແມ່ນຫົວໜ້າອົງການສື່ມວນຊົນ, ຄະນະບັນນາທິການໃຫ້ໄດ້ຮຽນທິດສະດີການເມືອງ-ການປົກຄອງ.
  2. ສ້າງ, ປັບປຸງ ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ແລະ ພາສາຕ່າງປະເທດໃຫ້ພະນັກງານຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດເຊື່ອມໂຍງກັບພາກພຶ້ນ ແລະ ສາກົນ.
  3. ສືບຕໍ່ຫັນເອົາແນວທາງຂອງພັກ, ລະບຽບກົດໝາຍ ເປັນອັນລະອຽດ ເຂົ້າສູ່ວຽກງານຕົວຈີງ ຂອງສື່ມວນຊົນ ແລະ ພິມຈຳໜ່າຍ ເພື່ອໃຫ້ວຽກງານສື່ມວນຊົນພັດທະນາໄປຢ່າງຖືກທິດ, ໜັກແໜ້ນ ແລະ ສາມາດເຂົ້າຮ່ວມການເຄື່ອນໄຫວໃນພາກພື້ນ, ສາກົນ ແລະ ສືບຕໍ່ຫັນເປັນທັນສະໄໝດ້ານຂໍ້ມູນຂ່າວສານ ເພື່ອຮັບໃຊ້ສັງຄົມ ໃນທາງສ້າງສັນ ແລະ ເກີດຜົນປະໂຫຍດສູງສຸດ.
  4. ສື່ມວນຊົນ ຕ້ອງສືບຕໍ່ເປັນເຈົ້າການ ປັບປຸງຕົນເອງທັງທາງດ້ານເນື້ອໃນ ແລະ ຮູບການ ໃຫ້ກະທັດລັດ, ແທດຕົວຈີງ ແລະ ມີປະສິດທິຜົນສູງຂຶ້ນ, ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ຕິດພັນກັບການຕິດຕາມກວດກາ ຜະລິດຕະພັນຂອງສື່ມວນຊົນ ແລະ ພິມຈຳໜ່າຍ ໃຫ້ດຳເນີນໄປຖືກທິດ ເພື່ອຮັບໃຊ້ພັກ, ລັດ ແລະ ປະຊາຊົນເຮົາ.
  5. ເອົາໃຈໃສ່ເປັນພິເສດຕໍ່ການຕິດຕາມກວດກາເນື້ອໃນ, ຫາງສຽງສັງຄົມ ແລະ ຖ້ອຍທຳນອງທີ່ບໍ່ຫວັງດີຕໍ່ລະບອບໃໝ່ ຂອງພວກຄົນບໍ່ດີ, ຢູ່ຕາມສື່ສັງຄົມອອນລາຍ ທັງເປັນເຈົ້າການໃນການຕອບຕ້ານ ຢ່າງທັນການ ແລະ ຖືກທິດ.
  6. ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງດ້ານສື່ມວນຊົນ ແລະ ພິມຈຳໜ່າຍ ໃຫ້ເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ, ຄວບຄຸມພື້ນທີ່ທັງພາຍໃນ ແລະ ຕ່າງປະເທດ, ຮັບປະກັນຫັນເຕັກນິກ, ເຕັກໂນໂລຊີ ໄປສູ່ລະບົບດີຈີຕອນ.
  7. ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຮາກຖານພັກ ໃນຂົງເຂດສື່ມວນຊົນແລະ ການພິມຈຳຫນ່າຍໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນ ຕິດພັນກັບການປັບປຸງກົງຈັກ ການຈັດຕັ້ງ ໃນຂົງເຂດນີ້ ໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການຂະຫາຍຕົວຂອງເຕັກນິກ, ເຕັກໂນໂລຢີ ໃໝ່ ໃນປັດຈຸບັນ.
ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ - 4 - ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ
ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ - 3 - ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ
ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ - 5 - ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍເອົາໃຈໃສ່ 7 ວຽກງານ