ການຈັດຫາອາຊີບໃຫ້ແຮງງານລາວທີ່ຫລັ່ງໄຫລກັບປະເທດ ເປັນສິ່ງສຳຄັນ ທີ່ຄວນໄດ້ຮັບແກ້ໄຂດ່ວນ

- 228924604 814313992586324 4547647850933964793 n - ການຈັດຫາອາຊີບໃຫ້ແຮງງານລາວທີ່ຫລັ່ງໄຫລກັບປະເທດ ເປັນສິ່ງສຳຄັນ ທີ່ຄວນໄດ້ຮັບແກ້ໄຂດ່ວນ
- kitchen vibe - ການຈັດຫາອາຊີບໃຫ້ແຮງງານລາວທີ່ຫລັ່ງໄຫລກັບປະເທດ ເປັນສິ່ງສຳຄັນ ທີ່ຄວນໄດ້ຮັບແກ້ໄຂດ່ວນ

ໂດຍ: ມຶກບໍ່ແຫ້ງ

ໃນສະພາບປົກກະຕິທີ່ບໍ່ມີການລະບາດຂອງພະຍາດຄືທຸກມື້ນີ້ນັ້ນ ແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວເຂົາເຈົ້າ ແລະປະເທດພວກເຮົາປີໜຶ່ງຫຼາຍຮ້ອຍລ້ານກີບ ແຕ່ເມື່ອ ການລະບາດຂອງພະຍາດໂຄວິດ 19 ແລ້ວເຮັດໃຫ້ບັນດາແຮງງານເຫຼົ່ານັ້ນຈຳຕ້ອງໄດ້ກັບບ້ານທັງມີຄວາມສ່ຽງຕິດເຊື້ອພະຍາດ ແລະ ທັງອຸກອັ່ງໃຈໃນການປະກອບອາຊີບໃໝ່.

- Visit Laos Visit SALANA BOUTIQUE HOTEL - ການຈັດຫາອາຊີບໃຫ້ແຮງງານລາວທີ່ຫລັ່ງໄຫລກັບປະເທດ ເປັນສິ່ງສຳຄັນ ທີ່ຄວນໄດ້ຮັບແກ້ໄຂດ່ວນ

ການລະບາດຂອງພະຍາດໃນຮອບໃໝ່ນີ້ໄດ້ເຮັດຜູ້ຄົນວ່າງງານກວ່າ 3 ແສນຄົນເຊິ່ງ ແລະ 4 ແສນຄົນຖືກໂຈະວຽກ. ນອກນັ້ນ ຍັງຄາດການວ່າຢ່າງໜ້ອຍປະມານ 3-5% ຂອງປະຊາກອນຈະກາຍເປັນຜູ້ທຸກຍາກເພາະບໍ່ວຽກເຮັດງານທຳກໍຂາດລາຍໄດ້ ເພາະສະນັ້ນຄຳຖາມ ທີ່ສຳຄັນທີ່ໃນຕອນນີ້ກໍຄື ບັນດາແຮງງານລາວທີ່ກັບຄືນມາປະເທດຕ່າງໜ້ອຍ 2 ແສນຄົນນັ້ນເຂົາເຈົ້າຈະເຮັດຫຍັງ?

ລັດຖະບານພວກເຮົາກໍໄດ້ຖືວ່າ ການຊອກວຽກເຮັດງານທຳຮອງຮັບແຮງງານລາວທີ່ກັບຄືນມາປະເທດນັ້ນແມ່ນເລື່ອງທີ່ສຳຄັນໂດຍມີກະຊວງແຮງງານ ແລະ ສະຫວັດດິການສັງຄົມ ເປັນໃຈກາງໃນການຊອກຫາ ຕຳແໜ່ງງານວ່າງ ຈາກພາກສ່ວນຕ່າງໆເພື່ອເອົາໃຈໃສ່ຊ່ວຍເຫຼືອແຮງງານລາວ.

“ກົມການເມືອງສູນກາງພັກ, ລັດຖະບານໄດ້ມີຄວາມເປັນຫວ່ງເປັນໃຍ ເປັນພິເສດຕໍ່ການກັບຄືນມາຂອງແຮງງານລາວ, ໂດຍໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດທີ່ສຸດຕໍ່ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ລວມທັງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ” ທ່ານ ນາງ ຄຳໃບ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມໄດ້ກ່າວໃນ ວັນທີ 9 ສິງຫາ 2021 ໃນວາລະດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX.

ມາຮອດປັດຈຸບັນກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໄດ້ປະສານສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ, ເຂດເສດຖະກິດພິເສດ ແລະ ເສດຖະກິດສະເພາະ ແລະ ຫົວໜ່ວຍແຮງງານສາມາດຊອກຫາຕໍາແໜ່ງງານຫວ່າງໄດ້ແລ້ວ 6.000 ກວ່າຕໍາແໜ່ງ ແລະ ສືບຕໍ່ຊອກເອົາຂໍ້ມູນຕໍາແໜ່ງງານໃໝ່ຕື່ມ ເພື່ອຝຶກຜູ້ອອກແຮງງານເຂົ້າສູ່ຕໍາແໜ່ງງານ, ຝຶກເພື່ອປະກອບອາຊີບອິດສະຫລະ ແລະ ໃນກໍລະນີຜູ້ອອກແຮງງານມີຄວາມຕ້ອງການໄປເຮັດວຽກຢູ່ຕ່າງປະເທດກໍໃຫ້ໄປຕາມກົດໝາຍ.

ຜ່ານມາການສະໜອງແຮງງານໃນບັນດາໂຮງຈັກໂຮງງານໃນປະເທດເຮົາກໍຂ້ອນຂ້າງຫຍຸ້ງຍາກ, ຂາດແຄນແຮງງານເຮັດໃຫ້ບັນດານັກລົງທຶນມີຄວາມລັງເລໃຈໃນການລົງທຶນຖ້າຫາກຂາດແຮງງານທີ່ພຽງພໍ ແລະ ມີຄຸນນະພາບ, ມາບັດນີ້ຈຶ່ງເປັນໂອກາດທີ່ສຳຄັນໃນການຕື່ມເຕັມຊ່ອງວ່າງນີ້.

ການກັບມາຂອງແຮງງານລາວນັ້ນ ແມ່ນໂອກາດໜຶ່ງທີ່ເຂົາເຈົ້າເຫຼົ່ານັ້ນຈະໄດ້ບັນຈຸໃນຕະຫຼາດແຮງງານລາວໃນປັດຈຸບັນ ໂດຍສະເພາະບັນດາຕຳແໜ່ງງານທີ່ທາງກະຊວງແຮງງານເພິ່ນຈັດຫາໃຫ້. ພ້ອມນັ້ນ ບັນດາແຂວງກໍໄດ້ຄົ້ນຄວ້າຊອກຫາວຽກເຮັດງານໃຫ້ແຮງງການກັບຄືນສູ່ບ້ານເກີດເມືອງນອນເຊັ່ນກັນ ໂດຍສະເພາະຢູ່ສະຫວັນນະເຂດນັ້ນ ເພິ່ນກໍໄດ້ພະຍາຍາມຊອກວຽກເຮັດງານທຳໃຫ້ແກ່ແຮງງານລາວ ເຊັ່ນໃນຂົງເຂດກະສິກຳປຸງແຕ່ງ ກໍມີການລົງທຶນຂອງບໍລິສັດ ເອອາບີຊີ ຢູ່ເມືອງ ຈຳພອນ ແລະ ເມືອງ ສອງຄອນ ທີ່ເນື້ອທີ 100.000 ເຮັກຕາ ທີ່ຄາດວ່າຈະຕ້ອງການແຮງງານປະມານ 50.000 ຄົນ, ນອກນັ້ນ ກໍຍັງມີໂຄງການສ້າງຂົວປາກຊັນ-ບຶງການທີ່ກຳລັງຕ້ອງການຊ່າງເຫຼັກ ແລະ ຊ່າງຈອດຈຳນວນຫຼາຍເຊິ່ງເຊື່ອແນ່ວ່າທັກສະເຫຼົ່ານີ້ແຮງງານມີຢູ່ແລ້ວຈາກປະສົບການເຮັດວຽກຢູ່ປະເທດເພື່ອນບ້ານ.

ນອກຈາກ ບັນດາວຽກງງານທີ່ເປັນໄລຍະສັ້ນ, ຕາມລະດູການແລ້ວ ຍັງແມ່ນໂອກາດສຳລັບ ພວກເຮົາໃນການສ້າງ ແຮງງານເຫຼົ່ານັ້ນໃນການສຸມໃສ່ວຽກງານການຜະລິດ ກະສິກຳສົ່ງອອກໄລຍະຍາວ ໂດຍສະເພາະ ການຕົກລົງ ການສົ່ງອອກ ຜະລິດກະສິກຳ ຂອງລາວສົ່ງອອກໄປ ສປ ຈີນ ແລະ ປະເທດອື່ນໆ ໃນຊຸມປີຕໍ່ໜ້ານີ້ ພວກເຮົາ ຈະຕ້ອງໄດ້ ສ້າງພື້ນຖານທັກສະແຮງງານລາວໃນດ້ານນີ້ຫຼາຍຂຶ້ນໂດຍປະກອບກັບເງື່ອນໄຂເອື້ອຍອຳນວຍອື່ນໆ.

- 5 - ການຈັດຫາອາຊີບໃຫ້ແຮງງານລາວທີ່ຫລັ່ງໄຫລກັບປະເທດ ເປັນສິ່ງສຳຄັນ ທີ່ຄວນໄດ້ຮັບແກ້ໄຂດ່ວນ
- 4 - ການຈັດຫາອາຊີບໃຫ້ແຮງງານລາວທີ່ຫລັ່ງໄຫລກັບປະເທດ ເປັນສິ່ງສຳຄັນ ທີ່ຄວນໄດ້ຮັບແກ້ໄຂດ່ວນ
- 3 - ການຈັດຫາອາຊີບໃຫ້ແຮງງານລາວທີ່ຫລັ່ງໄຫລກັບປະເທດ ເປັນສິ່ງສຳຄັນ ທີ່ຄວນໄດ້ຮັບແກ້ໄຂດ່ວນ