ເປີດຂໍ້ມູນປະຫວັດການເຄື່ອນໄຫວຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ກໍລະນີທີ 3 ຢູ່ແຂວງເຊກອງ

- 22124858 - ເປີດຂໍ້ມູນປະຫວັດການເຄື່ອນໄຫວຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ກໍລະນີທີ 3 ຢູ່ແຂວງເຊກອງ
- kitchen vibe - ເປີດຂໍ້ມູນປະຫວັດການເຄື່ອນໄຫວຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ກໍລະນີທີ 3 ຢູ່ແຂວງເຊກອງ

ໃນວັນທີ 17 ສິງຫາ 2021 ນີ້, ທ່ານ ນາງ ດຣ. ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ກອງເລຂາຄະນະສະເພາະກິດຂັ້ນແຂວງ ໄດ້ລາຍງານກ່ຽວກັບຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນກໍລະນີທີ 3 ວ່າ: ຜູ້ຕິດເຊື້ອກໍລະນີທີ 3 ແມ່ນເພດຊາຍ, ອາຍຸ 46 ປີ, ອາຊີບ ພະນັກງານແພດ ປະຈໍາຢູ່ໂຮງໝໍເມືອງກະລຶມ, ອາໃສຢູ່ບ້ານແກ້ງກຽນ ເມືອງກະລຶມ ແຂວງເຊກອງ (ໂດຍສໍາຜັດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 2), ໄດ້ມີຜູ້ສໍາຜັດໃກ້ຊິດທັງໝົດ 54 ຄົນ ເຊິ່ງມີລາຍລະອຽດຄື:

  • ຕອນເຊົ້າວັນທີ 10/8/2021 ເວລາ 8:30 ໂມງ ໄດ້ເຂົ້າຮ່ວມກອງປະຊຸມ ຢູ່ຫ້ອງການສາທາລະນະສຸກເມືອງກະລຶມ, ມີຜູ້ເຂົ້າຮ່ວມທັງໝົດ 31 ຄົນ ຜູ້ກ່ຽວໄດ້ນັ່ງທາງຂ້າງຜູ້ຕິດເຊື້ອກໍລະນີທີ 2, ເວລາ 11:30 ໂມງ ໄດ້ກັບເມືອເຮືອນ ຢູ່ເຮືອນມີ ຫລານຢູ່ນໍາກັນ 2 ຄົນ, ເວລາ 13:30 ໄດ້ເຂົ້າຮ່ວມກອງປະຊຸມຕໍ່ຈົນຮອດເວລາ 16:00 ໂມງເລີກປະຊຸມແລ້ວກັບເມືອເຮືອນ, ຕອນກັບມີພະນັກງານແພດ 1 ຄົນຂີ່ລົດເມືອນໍາກັນ, ເວລາ 19:00 ໂມງ ໄດ້ໄປນອນຍາມຢູ່ໂຮງໝໍ ແຕ່ບໍ່ໄດ້ມີການສໍາຜັດກັບໃຜ, ເວລານັ້ນເລີ່ມມີອາການໄອ, ນໍ້າມູກຍ້ອຍ.
  • ວັນທີ 11/8/2021 ເວລາ 8:00-11:30 ໂມງ ໄດ້ເຂົ້າການປົກກະຕິ ບໍ່ໄດ້ສໍາຜັດກັບໃຜ, ເວລາ 11:30 ໂມງ ໄດ້ກັບເມືອເຮືອນ ບໍ່ໄດ້ສໍາຜັດກັບໃຜ, ເວລາ 12:00 ໄດ້ເດີນທາງໄປເມືອງກະລຶມເກົ່າ ໄດ້ມີຕໍາຫລວດ 1 ຄົນ ຂີ່ລົດໄປນໍາກັນ, ເວລາເດີນທາງໄດ້ໃສ່ຜ້າອັດປາກ-ດັງ ຕະຫລອດໄລຍະການເດີນທາງ ແລະຕອນແລງໄດ້ເດີນທາງກັບເມືອງກະລຶມໃໝ່ ມີປະຊາຊົນຂີ່ລົດມານໍາ 1 ຄົນ. ວັນທີ 12/8/2021 ເວລາ 8:00 ໂມງ ໄດ້ເຂົ້າຮ່ວມປະຊຸມວຽກງານສະເພາະກິດ ຢູ່ສະໂມສອນເມືອງ, ມີຜູ້ເຂົ້າຮ່ວມທັງໝົດ 16 ຄົນ, ໃນເວລາປະຊຸມແມ່ນຮັກສາໄລຍະຫ່າງ ບໍ່ໄດ້ສໍາຜັດກັບໃຜ ຈົນຮອດ 11:00 ໂມງ ເລີກປະຊຸມ ແລະກັບເມືອເຮືອນ, ເວລາ 13:30 ໂມງ ສືບຕໍ່ປະຊຸມ ຈົນຮອດເວລາ 16:30 ໂມງ ເລີກປະຊຸມ ແລ້ວກັບເມືອເຮືອນບໍ່ໄດ້ໄປທາງໃດ.
  • ຕອນເຊົ້າວັນທີ 13/8/2021 ໄດ້ເຂົ້າໄປໂຮງຫມໍ ເພື່ອເກັບຕົວຢ່າງ ສົ່ງໄປກວດວິເຄາະຫາເຊື້ອ, ເວລາ 10:00 ໂມງ ໄດ້ເຂົ້າໄປຫ້ອງປະຊາສໍາພັນ ເພື່ອປິ່ນເອກະສານ ໃນນັ້ນມີພະນັກງານ 2 ຄົນ ໄດ້ສໍາຜັດກັບວັດຖຸອຸປະກອນປິ່ນເຕີ ແລະ ເອກະສານ ແຕ່ທັງ 2 ຄົນໄດ້ໃສ່ຜ້າອັດປາກ-ດັງ.
  • ວັນທີ 14/8/2021 ຜູ້ກ່ຽວໄດ້ມີອາການໄຂ້, ໄອ, ລີ້ນບໍ່ຮູ້ລົດຊາດ ຈຶ່ງໄດ້ຈໍາກັດຕົນເອງຢູ່ເຮືອນ ຈົນຮອດວັນທີ 15/8/2021.
  • ວັນທີ 16/8/2021 ໄດ້ຮູ້ຂ່າວວ່າຜົນກວດຂອງຕົນອອກມາເປັນບວກແມ່ນຕິດເຊື້ອ ແລະ ໃນວັນດຽວກັນຜູ້ກ່ຽວໄດ້ຖືກນໍາສົ່ງໄປສູນປິ່ນປົວ ທີ່ທາງຄະນະສະເພາະກິດຂັ້ນແຂວງໄດ້ກຳນົດໄວ້.

 

- Visit Laos Visit SALANA BOUTIQUE HOTEL - ເປີດຂໍ້ມູນປະຫວັດການເຄື່ອນໄຫວຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ກໍລະນີທີ 3 ຢູ່ແຂວງເຊກອງ
- 3 - ເປີດຂໍ້ມູນປະຫວັດການເຄື່ອນໄຫວຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ກໍລະນີທີ 3 ຢູ່ແຂວງເຊກອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!