ບໍ່ພໍໃຈທີ່ລູກໄຫ້ບໍ່ເຊົາ ຈຶ່ງເອົາແຂນຮັດຕົວລູກຊາຍ 8 ເດືອນ ຈົນເສຍຊີວິດ

- Capture 2 - ບໍ່ພໍໃຈທີ່ລູກໄຫ້ບໍ່ເຊົາ ຈຶ່ງເອົາແຂນຮັດຕົວລູກຊາຍ 8 ເດືອນ ຈົນເສຍຊີວິດ
- kitchen vibe - ບໍ່ພໍໃຈທີ່ລູກໄຫ້ບໍ່ເຊົາ ຈຶ່ງເອົາແຂນຮັດຕົວລູກຊາຍ 8 ເດືອນ ຈົນເສຍຊີວິດ

ເຈົ້າໜ້າທີ່ຕຳຫລວດ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 27 ມີນາ 2021 ຜ່ານມາ, ໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານລາດບົກວ່າມີຄົນເສຍຊີວິດເປັນເດັກນ້ອຍ ອາຍຸ 8 ເດືອນ ຢູ່ເຮືອນຂອງ ທ້າວປອນວິໄລ ອາຍຸ 22 ປີ ຢູ່ບ້ານລາດບົກ ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງເຄື່ອນໄຫວສົມທົບກັບພາກສ່ວນກ່ຽວຂ້ອງຊັນນະສູດສະຖານທີ່ເກີດເຫດ.

ພາຍຫລັງກວດກາສະຖານທີ່ເກີດເຫດພົບເຫັນຊາກສົບຂອງ ເດັກຊາຍ ອາຍຸໄດ້ 8 ເດືອນ ນອນເສຍຊີວິດຢູ່ໃນເຮືອນ; ໃນຂະນະນັ້ນ, ພົບເຫັນ ທ້າວປອນວິໄລ (ຜູ້ເປັນພໍ່) ຈຶ່ງໄດ້ສອບຖາມ ແລະ ຜູ້ກ່ຽວກໍສາລະພາບວ່າ: ຜູ້ກ່ຽວໄດ້ໃຊ້ແຂນຮັດລໍາຕົວລູກຊາຍຂອງຕົນເອງຈົນເສຍຊີວິດຄາທີ່ ຍ້ອນຄວາມບໍ່ພໍທີ່ລູກໄຫ້. ຈາກນັ້ນ, ຈຶ່ງໄດ້ກັກຕົວຜູ້ກ່ຽວໄປສອບສວນ ແລະ ຜ່ານການສືບສວນ-ສອບສວນຜູ້ກ່ຽວຮັບ ສາລະພາບວ່າ: ໃນປີ 2018, ຜູ້ກ່ຽວໄດ້ເຄື່ອນໄຫວ ເສບຢາບ້າຈໍານວນຫລາຍຄັ້ງ ໂດຍໄດ້ຊື້ນໍາໄວໜຸ່ມເຂດບ້ານໃກ້ຄຽງ ແລະ ມາຮອດປີ 2019 ໄດ້ສ້າງຄອບຄົວກັບນາງ ດໍາ ອາຍຸ 27 ປີ (ຄົນບ້ານດຽວກັນ) ມີລູກຊາຍນໍາກັນ 1 ຄົນ. ຮອດວັນທີ 26 ມີນາ 2021, ຜູ້ກ່ຽວໄດ້ຊື້ ຢາບ້າມາເສບອີກຈໍານວນ 1 ເມັດ. ຫລັງຈາກນັ້ນ, ກໍໄປນອນ ແລະ ມື້ຕໍ່ມາເວລາປະມານ 8:00 ໂມງຜູ້ກ່ຽວ ໄດ້ຕື່ນນອນແລ້ວ ໃຊ້ເມຍໄປແຕ່ງກິນ, ສ່ວນຕົນເອງແມ່ນໄດ້ເອົາລູກ. ໃນເວລານັ້ນ, ລູກໄດ້ຮ້ອງໄຫ້ບໍ່ເຊົາຕົນຈຶ່ງເກີດມີແນວຄິດຢາກຮ້າຍ ແລະ ໄດ້ອູ້ມເອົາລູກປິ່ນໜ້າເຂົ້າຫາລໍາຕົວແລ້ວເອົາຄາງລູກກ່າຍໃສ່ບ່າໄຫລ່ເບື້ອງຂວາ ກ່ອນໃຊ້ແຂນຮັດເຂົ້າລໍາຕົວຂອງລູກຊາຍຢ່າງແຮງຈົນເຮັດໃຫ້ລູກເສຍຊີວິດຄາທີ່, ຈົນຮອດເວລາ 11:00 ໂມງ ຂອງວັນດຽວກັນຈຶ່ງຖືກເຈົ້າ ຫນ້າທີ່ຕໍາຫລວດ ປກສ ເມືອງບາຈຽງຈະເລີນສຸກ ກັກຕົວໄປດໍາເນີນຄະດີ.

ປັດຈຸບັນຄະດີດັ່ງກ່າວແມ່ນກຳລັງສົ່ງສຳນວນຄະດີໃຫ້ ປກສ ແຂວງ ເພື່ອສົ່ງຟ້ອງໄອຍະການປະຊາຊົນແຂວງຈຳປາສັກດຳເນີນຄະດີຕໍ່ໄປ.

- 5 - ບໍ່ພໍໃຈທີ່ລູກໄຫ້ບໍ່ເຊົາ ຈຶ່ງເອົາແຂນຮັດຕົວລູກຊາຍ 8 ເດືອນ ຈົນເສຍຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!