ການສ້າງແຜນງົບປະມານແຫ່ງລັດ ປະຈຳປີ 2022ຕ້ອງສອດຄ່ອງກັບທິດທາງລວມ-ຄາດໝາຍສູ້ຊົນຕໍ່ໜ້າ

ກົມງົບປະມານແຫ່ງລັດ ແມ່ນກົງຈັກໜຶ່ງຂອງກະຊວງການເງິນ, ໂດຍມີພາລະບົດບາດເປັນເສນາທິການໃຫ້ ແກ່ກະຊວງການເງິນໃນການຄຸ້ມຄອງວຽກງົບປະມານແຫ່ງລັດ ແລະ ເງິນສະສົມແຫ່ງລັດໃຫ້ມີປະສິດທິພາບປະສິດ ທິຜົນ.
ສຳລັັບການສ້າງແຜນງົບປະມານແຫ່ງລັດ ປະຈຳປີ 2022 ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ,ເພື່ອເປັນບ່ອນອີງໃນການຄົ້ນຄວ້າແຜນງົບປະມານແຕ່ຫົວທີບົນພື້ນຖານ ຕ້ອງສອດຄ່ອງກັບທິດທາງລວມ ແລະ ຄາດໝາຍສູ້ຊົນຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025).
ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ໃຫ້ສຳພາດວ່າ: ກົມງົບປະມານແຫ່ງລັດ, ເປັນໃຈກາງໃນການຄົ້ນຄວ້າ, ສັງລວມ, ສ້າງ, ດັດແກ້, ດັດສະເລ່ຍ ແລະ ຈັດສັນແຜນງົບປະມານແຫ່ງລັດປະຈໍາປີ, ງວດ, ໃຫ້ຂະແໜງການຂັ້ນສູນກາງ-ທ້ອງຖິ່ນ ແລະ ແຜນເງິນສະສົມແຫ່ງລັດຕາມຂອບແຜນງົບປະມານແຫ່ງລັດໄລຍະກາງກໍ່ຄືຂອບແຜນ 5 ປີ.
ຄົ້ນຄວ້າສ້າງຄໍາແນະນໍາສ້າງແຜນງົບປະມານ, ຄໍາແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ, ຊຸກຍູ້, ແນະນໍາ,ຕິດຕາມກວດກາການຈັດສັນແຜນງົບປະມານຂັ້ນສູນກາງ-ທ້ອງຖິ່ນໃຫ້ຖືກຕ້ອງຕາມເປົ້າໝາຍ,ກວດກາຫຼັງການຈັດຕັ້ງປະຕິບັດງົບປະມານ, ພ້ອມທັງເລັ່ງທວງເອົາລາຍຈ່າຍງົບປະມານທີ່ຫົວໜ່ວຍງົບປະມານທີ່ປະຕິບັດບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການເພື່ອມອບຄືນເຂົ້າງົບປະມານແຫ່ງລັດ.
ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໂດຍສະເພາະໃນງວດ 1 ປີ 2021 ແມ່ນດໍາເນີນຕາມແຜນທີ່ກໍານົດໄວ້, ແຕ່ພາຍຫຼັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດງົບປະມານກໍ່ຄືການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍພົບຄວາມຫຍຸ້ງຍາກ ແລະກະທົບຕໍ່ການເກັບລາຍຮັບຢູ່ໃນລະດັບ 4-5 ພັນຕື້ກີບ.
ສະນັ້ນ, ລັດຖະບານຈຶ່ງໄດ້ອອກແຈ້ງການຫ້ອງວ່າການສໍານັກງານນາຍົກ ສະບັບເລກທີ 532/ຫສນຍ, ລົງວັນທີ 20 ພຶດສະພາ 2021 ກ່ຽວກັບການປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມຈາກການແຜ່ລະບາດຂອງພະຍາດໂຄວິດ-19, ກະຊວງການເງິນໄດ້ຄົ້ນຄວ້າອອກມາດຕະການຄຸ້ມຄອງ ການຈັດຕັ້ງປະຕິບັດລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 2084/ກງ, ລົງວັນທີ 30 ເມສາ 2021 ແລະ ອອກມາດຕະການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດແຜນ 6 ເດືອນທ້າຍປີ 2021 ຕາມແຈ້ງການສະບັບເລກທີ 3330/ກງ, ລົງວັນທີ 27 ກໍລະກົດ 2021.
ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດນັບແຕ່ວັນທີ 01 ມັງກອນຮອດວັນທີ 13 ສິງຫາ 2021 ດ້ານລາຍຮັບສາມາດປະຕິບັດໄດ້ 13.459 ຕື້ກີບເທົ່າກັບ 49% ຂອງແຜນປີ. ໃນນັ້ນ, ລາຍຮັບພາຍໃນ 12.248 ຕື້ກີບເທົ່າກັບ 49% ຂອງແຜນການປີ,ຖ້າທຽບໃສ່ໄລຍະດຽວກັນປີຜ່ານມາເພີ່ມຂຶ້ນປະມານ 3% ຄິດເປັນເງິນປະມານ 296 ຕື້ກີບ.
ດ້ານລາຍຈ່າຍປະຕິບັດໄດ້ 13.330 ຕື້ກີບເທົ່າກັບ 42% ຂອງແຜນປີ. ໃນນີ້, ຂັ້ນສູນກາງປະຕິບັດໄດ້ 8.890 ຕື້ກີບເທົ່າກັບ 39% ຂອງແຜນການປີ ແລະ ຂັ້ນທ້ອງຖິ່ນປະຕິບັດໄດ້ 4.439 ຕື້ກີບເທົ່າກັບ 49% ຂອງແຜນການປີ, ສ່ວນໃຫຍ່ແມ່ນການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະເງິນບໍລິຫານທີ່ຈໍາເປັນຂອງລັດຖະບານ ພ້ອມນັ້ນໄດ້ສຸມໃສ່ວຽກງານປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໃຫ້ເຄື່ອນໄຫວໄດ້ເປັນປົກກະຕິ.
ຕໍ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຄາດຄະເນລາຍຮັບໝົດປີ 2021 ຈະບັນລຸໄດ້ແຕ່ 23.683 ຕື້ກີບ ຫຼື ເທົ່າກັບ 86% ຂອງແຜນການປີ (ບໍ່ບັນລຸຕາມແຜນ 14% ປະມານ 3.900 ກ່ວາຕື້ກີບ) ແຕ່ຕາມກົດໝາຍງົບປະມານແຫ່ງລັດມາດຕາ 51 ທີ່ກໍານົດໄວ້, ຖ້າລາຍຮັບຄາດຄະເນບໍ່ໄດ້ເກີນ 5% ຂອງແຜນການປີລັດ ຖະບານສາມາດສະເໜີສະພາແຫ່ງຊາດເພື່ອດັດແກ້ງົບປະມານ, ຕາມການປະເມີນຈາກຄວາມເປັນຈິງ, ຖ້າດັດແກ້ແຜນລາຍຮັບຫຼຸດລົງ, ແຕ່ແຜນລາຍຈ່າຍຫຼຸດລົງບໍ່ໄດ້ຈະເຮັດໃຫ້ການຂາດດຸນເພີ່ມຂຶ້ນ, ການຂາດດຸນເພີ່ມຂຶ້ນກໍ່ມີຄວາມຫຍຸ້ງຍາກທີ່ສຸດໃນການຊອກຫາແຫຼ່ງທຶນມາດຸ່ນດ່ຽງງົບປະມານເພີ່ມ.
ດັ່ງນັ້ນ, ຄະນະນໍາກະຊວງການເງິນ, ຈຶ່ງຕັດສິນໃຈລາຍງານຕໍ່ລັດຖະບານ ແລະ ຄະນະປະຈໍາສະພາແຫ່ງຊາດ, ໂດຍຍັງບໍ່ທັນສະເໜີດັດແກ້ແຜນງົບປະມານ ແລະ ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ກໍານົດໄວ້ໃນ 6 ເດືອນຕົ້ນປີຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ ໂດຍສະເພາະແມ່ນການເກັບລາຍຮັບຈາກຂະແໜງບໍ່ແຮ່ ແລະ ການເກັບກູ້ໜີ້ສິນຕາມຜົນການກວດສອບ, ຖ້າຮອດເດືອນກັນຍາ 2021 ປະເມີນຄືນໃໝ່ຖ້າຫາກວ່າລາຍຮັບບໍ່ໄດ້, ຈຶ່ງລາຍງານລັດຖະບານສະເໜີດັດແກ້ແຜນງົບປະມານຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງທີ 2 ຊຸດທີ IX ໃນເດືອນຕຸລາ 2021 ນີ້.
ທ່ານ ພູວົງ ກິດຕະວົງ ເນັ້ນຕື່ມອີກວ່າ: ການສ້າງແຜນງົບປະມານແຫ່ງລັດປະຈຳປີ 2022 ເປັນປີທໍາອິດໃນການແຈ້ງຂອບງົບປະມານໄລຍະກາງປີ 2022-2024 ໃຫ້ຂະແໜງການຂັ້ນສູນກາງ ແລະ ຂັ້ນທ້ອງຖີ່ນ, ເພື່ອເປັນບ່ອນອີງໃນການຄົ້ນຄວ້າແຜນງົບປະມານຂອງຕົນແຕ່ຫົວທີບົນພື້ນຖານຄວາມສອດຄ່ອງກັບທິດທາງລວມ ແລະ ຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025).
ໂດຍລວມທິດທາງແຜນງົບປະມານແຫ່ງລັດປະຈໍາປີ 2022 ຍັງເປັນແຜນທີ່ມີຄວາມທ້າທາຍສູງ, ເນື່ອງຈາກສະພາບການຂອງໂລກ ແລະ ພາກພຶ້ນຍັງສືບຕໍ່ຜັນແປຢ່າງສັບສົນ ບວກກັບບັນຫາການແຜ່ລະບາດພະຍາດໂຄວິດ-19 ທີ່ຍັງສືບຕໍ່ສົ່ງຜົນກະທົບຕໍ່ລະບົບເສດຖະກິດ-ການເງິນຢ່າງຕໍ່ເນື່ອງ, ລັດຖະບານຈຶ່ງໄດ້ກຳນົດບັນຫາການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນເປັນວາລະແຫ່ງຊາດ ເພື່ອສ້າງພື້ນຖານເຮັດໃຫ້ງົບປະມານແຫ່ງລັດກັບຄືນສູ່ສະພາບປົກກະຕິ ແລະ ຮັບປະກັນບັນດາເປົ້າໝາຍທີ່ເປັນຕົວຊີ້ວັດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ສາມາດບັນລຸໄດ້ບົນຈິດໃຈການບຸກບືນສູ້ຊົນ ແລະ ການປະຢັດມັດທະຍັດຢ່າງແທ້ຈິງ, ໃນການກໍານົດຕົວເລກຄາດໝາຍແຜນລາຍຮັບງົບປະມານແຫ່ງລັດປະຈຳປີ 2022 ຕ້ອງສູ້ຊົນໃຫ້ໄດ້ຫຼາຍກວ່າແຜນລາຍຮັບງົບປະມານປີ 2021 ເພື່ອເປັນພື້ນຖານບັນລຸຄາດໝາຍແຜນງົບປະມານແຫ່ງລັດ 5 ປີ (17%ຂອງ GDP), ສ່ວນຕົວເລກຄາດໝາຍແຜນລາຍຈ່າຍງົບປະມານແຫ່ງລັດປະຈຳປີ 2022 ແມ່ນໃຫ້ຖືເອົາພື້ນຖານຂອງແຜນລາຍຈ່າຍປະຈຳປີ 2021 ເປັນຄາດໝາຍສູງສຸດ, ພ້ອມທັງໃຫ້ມີມາດຕະການປະຢັດຕື່ມອີກເພື່ອຮັບປະກັນການຂາດດຸນງົບ ປະມານແຫ່ງລັດ.
ສຳລັບຕົວເລກຄາດໝາຍດ້ານລາຍຮັບລວມທັງໝົດ 29.423 ຕື້ກີບທຽບໃສ່ແຜນປີ 2021 ເພີ່ມຂຶ້ນ 6,5% ເທົ່າກັບ 15% ຂອງ GDP. ສະເພາະລາຍຮັບພາຍໃນ 26.963 ຕື້ກີບທຽບໃສ່ແຜນປີ 2021 ເພີມຂຶ້ນ 8,4%, ຄາດໝາຍດ້ານລາຍຈ່າຍທັງໝົດ 33.713 ຕື້ກີບເທົ່າກັບ 17,20% ຂອງ GDP ສະເພາະລາຍຈ່າຍພາຍໃນຈໍານວນ 26.963 ຕື້ກີບ (ບໍ່ລວມເງິນລົງທຶນຕ່າງປະເທດ), ການຂາດດູນງົບປະມານ 4.290 ຕື້ກີບຫຼື 2,2% ຂອງ GDP (ຄາດຄະເນມູນຄ່າ GDP ຂອງປີ 2022 ຕາມຂໍ້ມູນຂອງກະຊວງແຜນການ ແລະ ການລົງທຶນເບື້ອງຕົ້ນປະມານ 195.961 ຕື້ກີບ,ຊຶ່ງໄປຕາມຂອບຂອງວິໄສທັດ ແລະ ຍຸດທະສາດການພັດທະນາຂອງຂະແໜງການເງິນທີ່ລັດຖະບານຮັບຮອງ.