5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້ 125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ

5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ - 555 e1564970459565 - 5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ
5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ - kitchen vibe - 5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ

ໃນ 5 ປີ ຕໍ່ໜ້ານີ້, ແຂວງຫົວພັນ ມີຄວາມຕ້ອງການໃນການລົງທຶນ ນັບທັງການລົງທຶນຂອງລັດ, ການລົງທຶນຂອງພາກສ່ວນເອກະຊົນພາຍໃນ, ຕ່າງປະເທດ ແລະ ທຶນຊ່ວຍເຫຼືອທາງດ້ານການພັດທະນາ (ODA) ແລະ ການປ່ອຍສິນເຊື່ອຂອງທະນາຄານ, ອີງຕາມການສັງລວມຂໍ້ມູນແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX (2021-2025) ລວມຄວາມຕ້ອງການທັງໝົດ 3.801,34 ຕື້ກີບ ກວມເອົາ 20,22% ຂອງ GDP, ໃນນີ້ ການລົງທຶນຂອງລັດ ຄາດວ່າໃນ 5 ປີ ຕໍ່ໜ້າຈະໄດ້ຮັບທຶນອະນຸມັດຂອງລັດຈາກສະພາແຫ່ງຊາດທັງໝົດເປັນມູນ​ຄ່າປະມານ 950 ຕື້ກີບ ກວມເອົາ 5,05% ຂອງGDP (ຄວາມຕ້ອງການພັດທະນາຂອງແຕ່ລະຂະແໜງການ ແລະ ເມືອງ), ສິ່ງທີ່ສໍາຄັນແມ່ນຈະເຮັດໃຫ້ທຸກໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິດທິຜົນສູງ, ໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກໂຄງການ ພ້ອມທັງໃຫ້ຖືກຕ້ອງຕາມລະບຽບການ ແລະ ກົດໝາຍທີ່ໄດ້ວາງໄວ້ ໂດຍຈະໄດ້ສັງລວມເປັນແຜນງານ, ໂຄງການລະອຽດ.

ສໍາລັບການລົງທຶນພາຍໃນ ແລະ ຕ່າງປະເທດ ຄາດ​ວ່າ​ຈະສາມາດອອກໃບອະນຸຍາດການລົງທຶນກິດຈະການສໍາປະທານໃຫ້ໄດ້ທັງ​ໝົດປະມານ 125 ໂຄງການ ແລະ ຄາດ​ວ່າຈະມີມູນຄ່າການລົງທຶນທັງໝົດປະມານ 184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ, ກວມເອົາ 8,31% ຂອງ GDP, ຄາດວ່າ​ຈະ​ມີການລົງທຶນ​ພາຍ​ໃນປະ​ມານ 50 ໂຄງ​ການ​ ເປັນມູນ​ຄ່າ​ການ​ລົງ​ທຶນປະ​ມານ 74 ລ້ານໂດ​ລາ​ ແລະ ການລົງ​ທຶນຈາກ​ຕ່າງ​ປະ​ເທດ 75 ໂຄງ​ການ ເປັນມູນ​ຄ່າ​ການ​ລົງ​ທຶນ​ປະ​ມານ 110 ລ້ານໂດ​ລາ​ ແລະ ຈະສືບຕໍ່ສ້າງເງື່ອ​ນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ລົງ​ທຶນ​ເພື່ອຫຼຸດ​ຜ່ອນ​ບັນ​ຫາ​ອຸດ​ຕັນ​ຕ່າງໆ ແລະ ສ້າງແຜນທີ່ຍຸດທະສາດກາຍຍະພາບ (2021-2025) ໃຫ້​ສຳ​ເລັດ. ​ສ້າງ​ບັນ​ຊີ​ຮຽກ​ການລົງທຶນເພື່ອ​ຊຸກ​ຍູ້ແລະ ສົ່ງ​ເສີມ​ໃຫ້​ນັກ​ທຸ​ລະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດເຂົ້າ​ມາ​ລົງ​ທຶນໃຫ້​ໄດ້​ທັງ​ໝົດ​ປະມານ 59 ໂຄງ​ການ​ ຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ການ​ລົງ​ທຶນ​ປະ​ມານ 217,36 ຕື້​ກີບ. ສ່ວນການທຶນຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດ (ODA): ໃນ 5 ປີ ຕໍ່ຫນ້າ ຄາດວ່າຈະມີໂຄງການສືບຕໍ່ ແລະ ໂຄງການສະເໜີໃໝ່ທັງໝົດປະມານ 146 ໂຄງການ ເປັນມູນຄ່າ 822,08 ຕື້ກີບ ກວມເອົາ 4,37% ຂອງ GDP, ໃນນີ້: ທຶນຊ່ວຍເຫຼືອທີ່ຜ່ານລັດຖະບານ ODA 41ໂຄງການ ເປັນມູນຄ່າ 163,80 ຕື້ກີບ, ທຶນຊ່ວຍເຫຼືອທີ່ບໍ່ຜ່ານລັດຖະບານ NGO 4 ໂຄງການ ເປັນມູນຄ່າ 3,01 ຕື້ກີບ, ທຶນກູ້ຢືມ 3 ໂຄງການເປັນມູນຄ່າ 54,93 ຕື້ກີບ, ໃນນີ້ມີທຶນພາຍໃນ 18,03 ຕື້ກີບ, ທຶນກູ້ຢືມ 3,27 ຕື້ກີບ ແລະ ມີທຶນຊ່ວຍເຫຼືອ ODA ສົມທົບ33,62 ຕື້ກີບ. ທຶນຊ່ວຍເຫຼືອຈາກ ສສ ຫວຽດນາມ 4 ໂຄງການມູນຄ່າ 94,56 ຕື້ກີບ, ໃນນີ້, ມີທຶນພາຍໃນ 430 ລ້ານກີບ, ທຶນຊ່ວຍເຫຼືອຈາກ ສປ ຈີນ 94 ໂຄງການ ມູນຄ່າ 505,78 ຕື້ກີບ.

ການປ່ອຍສິນເຊຶ້ອຂອງທະນາຄານ ຄາດວ່າໃນ 5 ປີຕໍ່ໜ້າບັນດາທະນາຄານສາຂາແຂວງຫົວພັນ (ໃນ 4 ສາຂາ) ການປ່ອຍສິນເຊື່ອໃຫ້ໄດ້ທັງໝົດ 720,22 ຕື້ກີບ ກວມເອົາ 3,83% ຂອງ GDP.

5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ - 4 - 5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ
5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ - 3 - 5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ
5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ - 5 - 5 ປີ ຕໍ່ໜ້າຫົວພັນວາງຄາດໝາຍ ດ້ານການລົງທຶນໃຫ້ໄດ້  125 ໂຄງການ ມູນ184 ລ້ານໂດລາ ຫຼື ເທົ່າກັບ 1.564 ຕື້ກີບ