ສະພາກາແດງສະວິດຊ່ວຍເຫລືອອຸປະກອນປ້ອງກັນໂຄວິດ ຢູ່ 7 ແຂວງ

ວັນທີ 25ສິງຫາ 2021ນີ້ ທີ່ ອົງການກາແດງລາວໄດ້ພິທີມອບຮັບເຄື່ອງຊ່ວຍເຫລືອອຸປະກອນປ້ອງກັນໂຄວິດຂື້ນໂດຍແມ່ນການຊ່ວຍເຫລືອຂອງສະພາກາແດງສະວິດປະຈຳລາວ ,ເຄື່ອງດັ່ງກ່າວປະກອບມີ:ຊຸດປ້ອງກັນPPE,ເຈວລ້າງມື,ສະບູເດັດຕໍ,ຜ້າອັດປາກ-ດັງ,ເຄື່ອງວັດແທກອຸນຫະພູມ,ຖົງມື,ສະເປຂ້າເຊື້ອ ແລະ ເຄື່ອງສິດ-ພົ່ນຢາຂ້າເຊື້ອ ລວມມູນຄ່າ 131 ລ້ານກວ່າກີບ ໂດຍການກ່າວມອບຂອງທ່ານ ຊັງມາກ ໂຕເມ ຕາງໜ້າຈາກກາແດງສະວິດປະຈຳລາວ ແລະ ຮັບໂດຍ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ມີບັນດາທ່ານຈາກອົງການກາແດງສະວິດ ແລະ ອົງການກາແດງລາວເຂົ້າຮ່ວມ.
ທ່ານ ຊັງມາກ ໂຕເມ ກ່າວເຖິງຄວາມສຳຄັນຕໍ່ການມີສ່ວນຮ່ວມວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19ໃນ ສປປລາວ ສະນັ້ນອົງການກາແດງລາວເປັນຄູ່ຮ່ວມງານກັບກາແດງສະວິດ ແລະເຄີຍໄດ້ໃຫ້ການສະໜັບສະໜູນຕະຫຼອດມາ ສຳລັບເຄື່ອງທີ່ມາມອບໃນຄັ້ງນີ້ແມ່ນມີເປົ້າໝາຍມອບໃຫ້ອົງການກາແດງ7ແຂວງເຊິ່ງປະກອບມີ ນະຄອນຫຼວງວຽງຈັນ,ຄຳມ່ວນ,ສະຫວັນ,ສາລະວັນ,ຈຳປາກສັກ,ເຊກອງ ແລະ ແຂວງອັດຕະປື ເພື່ອໃຫ້ເຂົາເຈົ້າໄດ້ມີວັດຖຸອຸປະກອນຮັບໃຊ້ເຂົ້າໃນການຂ້າເຊື້ອ,ປ້ອງກັນໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ-19 ຢູ່ຂັ້ນແຂວງ.
ທ່ານ ຮອງປະທານອົງການກາແດງລາວກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງສະພາກາແດງສະວິດທີ່ຍາມໃດກໍໄດ້ປະກອບສ່ວນທາງດ້ານວັດຖຸ,ປັດໄຈ ເຂົ້າໃນວຽກງານກາແດງ ເຊິ່ງມັນໄດ້ສະແດງໃຫ້ເຫັນເຖິງຄູ່ຮ່ວມງານທາງດ້ານມະນຸດສະທຳທີ່ດີ ແລະ ຈະນຳເອົາເຄື່ອງຈຳນວນດັ່ງກ່າວນີ້ໄປມອບຕໍ່ໃຫ້ບັນດາແຂວງເປົ້າໝາຍໃນໄວໆນີ້.