ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021

ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021 - kitchen vibe - ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021

ຄວາມກົດຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມ ມໍລະສຸມຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອ ບທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມ ພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ຂໍ້ມູນອຸຕຸກະເສດ ສໍາລັບເຂົ້ານາປີ ແລະ ພືດຜັກ ປະຈໍາວັນທີ 30 ສິງຫາ ຫາວັນທີ 5 ກັນຍາ 2021. ສໍາລັບເຂົ້ານາປີ ແມ່ນຢູ່ໃນໄລຍະການແຕກກໍ, ສ່ວນເຂົ້າໄຮ່ ແມ່ນຢູ່ໃນໄລຍະການຈະເລີນເຕີບໂຕຂອງເຂົ້າແຕກກໍ ຫລືວ່າ ອອກດອກ. ສະເພາະ ເຂົ້ານາປີລະດູການນີ້ ແມ່ນມີຄວາມອ່ອນໄຫວ, ດັ່ງນັ້ນ ກະສິກອນຄວນເອົາໃຈໃສ່ຕໍ່ໄພພິບັດຄວາມສ່ຽງລະດັບປານກາງ ຫາ ສູງ ແລະ ໃນໜຶ່ງອາທິດຂ້າງໜ້າໃຫ້ປະຊາຊົນເອົາໃຈໃສ່ ຕິດຕາມ ກວດກາ ແລະ ເຝົ້າລະວັງນໍາໃຊ້ມາດຕະການຄວບຄຸມທີ່ເໝາະສົມ ສໍາລັບ ພະຍາດ ໃບໄໝ, ພະຍາດກາບໃບແຫ້ງ, ເພ້ຍຈັກຈັ່ນສີນໍ້າຕານ, ພະຍາດໃບຈຸດ ສີນໍ້າຕານ ແມ່ນມີຄວາມສ່ຽງລະດັບສູງ, ຂະນະດຽວກັນກໍຕິດຕາມ ເພ້ຍຈັກຈັ່ນສີຂຽວ, ເພ້ຍຈັກຈັ່ນສີຂາວ ທີ່ມີຄວາມສ່ຽງລະດັບປານກາງ.
ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 18-30 ອົງສາ.

ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021 - Visit Laos Visit SALANA BOUTIQUE HOTEL - ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021
ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021 - Visit Laos Visit SALANA BOUTIQUE HOTEL - ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021

ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 20-34 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນ ເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 25-34 ອົງສາ.

ພາກກາງ: ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 22-34 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ້ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງແຂວງ, ອຸນຫະພູມ ໃນລະຫວ່າງ 16-28 ອົງສາ.

ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 24-33 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 15-26 ອົງສາ.

ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021 - 4 - ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021
ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021 - 5 - ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021
ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021 - 3 - ປະລິມານນໍ້າຝົນ ແລະ ສະພາບອາກາດປະຈຳວັນທີ 30 ສິງຫາ 2021