ອາເມລິກາຖອນທະຫານຄົນສຸດທ້າຍອອກຈາກອັບການິດສະຖານແລ້ວ ຢຸດຕິ 20 ປີແຫ່ງສົງຄາມຢ່າງເປັນທາງການ


ອາເມລິກາຖອນທະຫານອອກຈາກອັບການິດສະຖານທັງໝົດ ກ່ອນເສັ້ນຕາຍ 31 ສິງຫາແລ້ວ ຖືເປັນການຢຸດຕິ 20 ປີປະຕິບັດການທາງທະຫານໃນອັບການິດສະຖານຢ່າງເປັນທາງການ. ຂະນະທີ່ ກຸ່ມຕາລີບັນຍິງປືນຂຶ້ນຟ້າສະເຫລີມສະຫລອງ.
ວັນທີ 31 ສິງຫາ 2021, ທະວິດເຕີກະຊວງປ້ອງກັນປະເທດອາເມລິກາ (@DeptofDefense) ເຜີຍແຜ່ພາບພົນຕີ ຄຣິສ ໂດນາຮິວ ເຊິ່ງເປັນທະຫານອາເມລິກາຄົນສຸດທ້າຍກຳລັງກ້າວຂຶ້ນເຮືອບິນ ເພື່ອເດີນທາງອອກຈາກອັບການິດສະຖານ ຢຸດຕິປະຕິບັດການທາງທະຫານຂອງກອງທັບອາເມລິກາໃນອັບການິດສະຖານທີ່ຍາວນານເຖິງ 20 ປີຢ່າງເປັນທາງການ.
ລາຍງານລະບຸວ່າ: ເຮືອບິນລຳສຸດທ້າຍທີ່ລຳລຽງກອງກຳລັງອາເມລິກາອອກຈາກອັບການິດສະຖານ ຄືເຮືອບິນທະຫານລຸ້ນ C-17 ໂດຍອອກຈາກສະໜາມບິນຮາມິດ ຄາໄຊ ຢູ່ນະຄອນຫລວງຄາບູລ ພຽງບໍ່ດົນກ່ອນຮອດເສັ້ນຕາຍວັນທີ 31 ສິງຫາ ຕາມທີ່ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ປະກາດໄວ້, ສອດຄ່ອງກັບລາຍງານຈາກນັກຂ່າວສະຖານີໂທລະພາບອັລຈາຊີຣາ ທີ່ຢືນຢັນວ່າ: ຕອນນີ້ບໍ່ມີສຽງເຮືອບິນຂຶ້ນລົງຈາກສະໜາມບິນຢູ່ນະຄອນຫລວງຄາບູລຄືມື້ກ່ອນໆແລ້ວ.
ເວັບໄຊ Al Jazeera ລາຍງານວ່າ: ສະມາຊິກກຸ່ມຕາລີບັນອອກມາສະເຫລີມສະຫລອງ ໂດຍການຍິງປືນຂຶ້ນຟ້າ ຫລັງລັດຖະບານອາເມລິກາປະກາດຢ່າງເປັນທາງການວ່າ: ໄດ້ຖອນທະຫານອາເມລິກາອອກຈາກອັບການິດສະຖານຢ່າງເປັນທາງການແລ້ວ.
ອ້າງອີງ:
https://twitter.com/DeptofDefense/status/1432492782837501956