ສິງກະໂປ-ອົດສະຕຣາລີ ຈັບມືແລກປ່ຽນວັກຊີນປ້ອງກັນໂຄວິດ-19 ນຳກັນ


ສິງກະໂປ-ອົດສະຕຣາລີ ຈັບມືແລກປ່ຽນວັກຊີນໂຄວິດ ສົ່ງວັກຊີນໄຟເຊີ 500.000 ໂດສ ທີ່ໃກ້ໝົດອາຍຸໃນສິງກະໂປໃຫ້ອົດສະຕຣາລີໃຊ້ກ່ອນ ແລກກັບວັກຊີນຈຳນວນເທົ່າກັນທີ່ອົດສະຕຣາລີຈະສົ່ງຄືນເດືອນທັນວາ ເພື່ອໃຫ້ສິງກະໂປນຳເອົາໄປໃຊ້ເປັນວັກຊີນກະຕຸ້ນຕໍ່ໄປ.
ວັນທີ 31 ສິງຫາ 2021, ເວັບໄຊ ABD News ສື່ອົດສະຕຣາລີ ລາຍງານວ່າ: ລັດຖະບານອົດສະຕຣາລີກຽມຮັບວັກຊີນໂຄວິດ-19 ຂອງໄຟເຊີ (Pfizer) ຈຳນວນ 500.000 ໂດສ ທີ່ຈະສົ່ງມາຈາກສິງກະໂປພາຍໃນອາທິດນີ້ ໂດຍຈະເລີ່ມຕົ້ນສັກໃຫ້ປະຊາຊົນນັບແຕ່ອາທິດໜ້າ.
ສຳລັບວັກຊີນໄຟເຊີຈາກສິງກະໂປນີ້ ເປັນວັກຊີນໃກ້ໝົດອາຍຸທີ່ທາງການອົດສະຕຣາລີຂໍສິງກະໂປມາໃຊ້ກ່ອນ ຕາມໂຄງການແລກປ່ຽນວັກຊີນໂຄວິດ-19 ເຊິ່ງທາງການອົດສະຕຣາລີຈະໃຊ້ຄືນໃໝ່ໃນໄລຍະເດືອນທັນວາເປັນຕົ້ນໄປ.
ທ່ານ ສະກ໊ອດ ມໍຣິສັນ ນາຍົກລັດຖະມົນຕີອົດສະຕຣາລີ ລະບຸວ່າ: ໂຄງການແລກປ່ຽນວັກຊີນທີ່ອົດສະຕຣາລີຈັບມືກັບສິງກະໂປ ເປັນຕົວຢ່າງຂອງການຮ່ວມມືລະດັບປະເທດທີ່ສອງປະເທດເຮັດວຽກຮ່ວມກັນ ເພື່ອໃຊ້ວັກຊີນທີ່ກຳລັງຈະໝົດອາຍຸໃຫ້ເປັນປະໂຫຍດຫລາຍທີ່ສຸດ, ພ້ອມຂອບໃຈນາຍົກລັດຖະມົນຕີສິງກະໂປທີ່ອະນຸມັດໂຄງການນີ້ໃຫ້ເກີດຂຶ້ນໄດ້.
ຜ່ານມາ ອົດສະຕຣາລີຖືກວິຈານຢ່າງໜັກເຖິງໂຄງການສັກວັກຊີນໃຫ້ປະຊາຊົນທີ່ຊັກຊ້າ ໂດຍສະເພາະຫລັງເກີດການລະບາດຮອບຫລ້າສຸດ ເຊິ່ງລັດຖະບານກຳລັງເລັ່ງສັກວັກຊີນໂຄວິດ-19 ຈົນມີປະຊາຊົນປະມານ 27% ໄດ້ຮັບວັກຊີນຄົບໂດສແລ້ວ ແລະ ກຳລັງເດີນໜ້າສັກເນັ້ນໃສ່ກຸ່ມໄວໜຸ່ມ.
ຂະນະທີ່ສິງກະໂປເປັນປະເທດທີ່ໄດ້ຮັບສຽງຍ້ອງຍໍເຖິງການຈັດຫາວັກຊີນ ແລະ ສັກໃຫ້ປະຊາຊົນໄດ້ຢ່າງວ່ອງໄວ ເຊິ່ງປັດຈຸບັນມີການຄາດຄະເນວ່າ: ມີປະຊາຊົນໃນສິງກະໂປຫລາຍກວ່າ 80% ໄດ້ຮັບວັກຊີນໂຄວິດ-19 ຄົບໂດສແລ້ວ ຈົນສາມາດຜ່ອນຄາຍມາດຕະການຄວບຄຸມພະຍາດໂຄວິດ-19 ເປີດໃຫ້ປະຊາຊົນໃຊ້ຊີວິດໃກ້ຄຽງປົກກະຕິທີ່ສຸດ.
ກະຊວງສາທາລະນະສຸກສິງກະໂປຢືນຢັນຂໍ້ຕົກລົງແລກປ່ຽນວັກຊີນໄຟເຊີກັບອົດສະຕຣາລີ. ພ້ອມເປີດເຜີຍວ່າ: ວັກຊີນໄຟເຊີທີ່ອົດສະຕຣາລີຄາດວ່າຈະສົ່ງຄືນໃຫ້ໃນເດືອນທັນວາເປັນປະໂຫຍດກັບສິງກະໂປ ທີ່ຈະເອົາວັກຊີນຈຳນວນທີ່ໄດ້ຮັບຄືນດັ່ງກ່າວໄປເປັນວັກຊີນກະຕຸ້ນ ສັກໃຫ້ປະຊາຊົນໃນທ້າຍປີຕໍ່ໄປ.
ອ້າງອີງ: