ການປະຢັດແມ່ນພາລະກິດຂອງທຸກຄົນໃນຊາດ


ໂດຍ: ທິດກໍ່າ
ໃນກອງປະຊຸມສະໄໝວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ໄຂຂຶ້ນແຕ່ວັນທີ 5 ຫາ 10 ກໍລະກົດ 2021 ຜ່ານມາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ມີຄຳເຫັນເຈາະຈີ້ມຕໍ່ຄຳຊັກຖາມ ກໍຄືມີບັນຫາໃນກອງປະຊຸມສະພາຜ່ານ 2 ຮ່າງວາລະແຫ່ງຊາດ ຄືວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາເສດຖະກິດການເງິນ ແລະ ວາລະແຫ່ງຊາດກ່ຽວກັບການແກ້ໄຂຢາເສບຕິດ ເຊິ່ງມີບາງຕອນສຳຄັນທ່ານກ່າວວ່າ: ໜຶ່ງໃນພາລະກິດການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາເສດຖະກິດການເງິນກໍແມ່ນການປະຢັດ. ຈຸດໜັກແມ່ນເລັ່ງໃສ່ການນຳໃຊ້ລົດໃນຂົງເຂດບໍລິຫານຂອງລັດ ເປັນຕົ້ນໃນບັນດາທ່ານກົມການເມືອງຂັ້ນຕໍ່ໄປນີ້ຈະໃຫ້ແຕ່ລົດ 2 ຄັນ ຄືລົດຕູ້ 1 ຄັນ ແລະ ລົດປະຈຳຕຳແໜ່ງ 1 ຄັນ, ພະນັກງານຂັ້ນນຳ ນັບແຕ່ກົມການເມືອງລົງມາ ຖ້າຜູ້ໃດພັກຜ່ອນບຳນານຈະບໍ່ໄດ້ເອົາລົດໄປນຳຄືເກົ່າອີກແລ້ວ ຫລື ຖ້າຜູ້ໃດຈະເອົາຕ້ອງຈ່າຍຊື້ເອົາຕາມມູນຄ່າເຫລືອຕົວຈິງ.
ສ່ວນພະນັກງານຜູ້ເພິ່ນອອກບຳນານໄປແລ້ວໄດ້ເອົາລົດໄປນຳໃຊ້ໃນເມື່ອກ່ອນນັ້ນກໍຢ່າເພິ່ນຊະ ຖືວ່າບຸນຂອງເພິ່ນ, ແຕ່ວ່ານັບຈາກນີ້ໄປແມ່ນບໍ່ອະນຸຍາດ. ພວກເຮົາຕ້ອງເສຍສະຫລະເພື່ອປະເທດຊາດ. ພວກເຮົາມາພາກັນຄິດໄລ່ເບິ່ງວ່າ: ຖ້າຊື້ລົດປະຈຳຕຳແໜ່ງລາຄາແພງໆຄັນໜຶ່ງສາມາດຊື້ລົດຈັກໄດ້ຮອດສອງສາມຮ້ອຍຄັນ. ຖ້າເຮົາເອົາລົດຈັກໄປໃຫ້ແຕ່ລະເມືອງນຳໃຊ້ກໍອາດຈະພຽງພໍ. ນີ້ຄືໜຶ່ງທາງອອກໃນການປະຢັດເພື່ອສະສົມທຶນຮອນເພື່ອປະເທດຊາດ. ນອກຈາກນັ້ນ ກໍຍັງມີຫລາຍປັດໄຈທີ່ພົວພັນເຖິງການປະຢັດມັດທະຍັດ. ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກ່າວ.
ກໍຂໍຊົມເຊີຍເປັນຢ່າງຍິ່ງທີ່ລັດຖະບານຊຸດທີ IX ໄດ້ສ້າງຕົ້ນແບບໃນການປະຢັດເພື່ອປະເທດຊາດບ້ານເມືອງ ແລະ ຈະກາຍເປັນແບບຂອງການປະຢັດໃຫ້ຄົນລາວທັງມວນສືບທອດຕໍ່ໆກັນໄປ ໂດຍສະເພາະໃນຂົງເຂດບໍລິຫານລັດ. ໃນເງື່ອນໄຂທີ່ປະເທດຊາດພວມມີຄວາມຫຍຸ້ງຍາກ, ພວມເລັ່ງລັດພັດທະນາ ການທີ່ລັດຖະບານມີນະໂຍບາຍ ຫລື ມາດຕະການນີ້ອອກມາ ປະຊາຊົນບັນດາເຜົ່າຮູ້ສຶກພາກພູມໃຈ, ມີສັດທາ ທັງເຊື່ອໝັ້ນຕໍ່ການນຳພາບໍລິຫານປະເທດຊາດບ້ານເມືອງຂອງພັກ ແລະ ລັດຖະບານ.
ເຖິງຢ່າງໃດກໍດີ, ຕາມທິດກໍ່າວ່າ, ໃນເງື່ອນໄຂທີ່ປະເທດຊາດບ້ານເມືອງຂອງພວກເຮົາພວມປະສົບກັບບັນຫາເສດຖະກິດການເງິນ ທັງໄດ້ຮັບຜົນກະທົບຈາກໂຣຄາພະຍາດຄືແນວນີ້ ການປະຢັດມັດທະຍັດມີຄວາມສຳຄັນເປັນຢ່າງຍິ່ງຕໍ່ທຸກຄົນ ແລະ ປະເທດຊາດບ້ານເມືອງ.
ເວົ້າເຖິງການປະຢັດຍັງມີຫລາຍຂົງເຂດທີ່ພວກເຮົາຕ້ອງໄດ້ເຮັດໃຫ້ເຖິງກົກເຖິງຮາກ ເປັນຕົ້ນປະຢັດເວລາ, ປະຢັດເງິນ, ປະຢັດແຮງງານ, ປະຢັດຄົນ, ປະຢັດວັດຖຸ ແລະ ສາລະພັດປະຢັດ. ແຕ່ສິ່ງທີ່ທຸກຄົນຕ້ອງບຸກທະລຸໄປຄຽງຄູ່ກັບການປະຢັດແມ່ນຕ້ອງເຮັດການຜະລິດທີ່ເຂັ້ມແຂງ ແລະ ມີຄຸນນະພາບ ປະເທດຊາດຈຶ່ງບໍ່ເປັນຕະຫລາດຈຳໜ່າຍສິນຄ້າໃຫ້ປະເທດເພື່ອນບ້ານດັ່ງເຮົາເຫັນທຸກວັນນີ້.