ແຂວງອັດຕະປື ມີງົວ-ຄວາຍ ຕິດເຊື້ອພະຍາດຜີວໜັງອັກເສບແລ້ວ 4.313 ໂຕ


ອີງຕາມຂ່າວແຂວງອັດຕະປືໃນວັນທີ 31 ສິງຫາ 2021 ນີ້, ທ່ານ ເພັດທະນົງສັກ ຄໍາພູນວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໃຫ້ສໍາພາດວ່າ: ພະຍາດຜິວໜັງອັກເສບຕິດຕໍໍ່ໃນງົວ-ຄວາຍ ເກີດຈາກເຊື້ອໄວຣັສ ລຳປີສະກິນ ຊຶຶ່ງພະຍາດນີ້ເກີດຂື້ນກັບສັດປະເພດງົວ ແລະ ຄວາຍເທົົ່ານັ້ນ ບໍໍ່ສາມາດຕິດແປດສູ່ຄົນ, ພະຍາດນີ້ຈະມີການແຜ່ລະບາດໃນລະດູທີ່ມີອາກາດອົບອຸ່ນ ແລະ ຊຸ່ມຊື່ນ ແລະ ໃນຍາມທີ່ມີແມງດູດເລືອດອອກເຄື່່ອນໄຫວຫາກິນ, ພະຍາດນີ້ ເຮັດໃຫ້ສູນເສຍການຜະລິດທີ່ສໍາຄັນ ເນື່ອງຈາກການຜະລິດນົມຫຼຸດລົງ, ບັນຫາການຈະເລີນພັນ, ການແທ້ງລູກ,ຜິວໜັງເສຍຫາຍ,ນໍ້າໜັກຫຼຸດລົງ ແລະ ເຮັດໃຫ້ສັດຕາຍ. ປະຈຸບັນຢູ່ແຂວງອັດຕະປື ພົບການລະບາດຂອງພະຍາດຜີວໜັງອັກເສບຕິດຕໍ່ໃນງົວ-ຄວາຍ ແລ້ວທັງໝົດ 4.313 ໂຕ,ມີງົວ 4.163 ໂຕ ແລະ ຄວາຍ 150 ໂຕ, ປິ່ນປົວດີແລ້ວມີງົວ 389 ໂຕ, ຕາຍງົວມີ 60 ໂຕ, ສໍາລັບຄວາຍແມ່ນຍັງສືບຕໍ່ປິ່ນປົວ ແລະ ທາງແຂວງພວມກໍາລັງສຸມໃສ່ການສັກຢາວັກຊີນປ້ອງກັນພະຍາດດັ່ງກ່າວໃຫ້ກັບສັດລ້ຽງ ແລະ ໄດ້ແນະນໍາວິທີການປ້ອງກັນໃນເບື້ອງຕົ້ນໃຫ້ປະຊາຊົນ ຜູ້ທີ່ລ້ຽງສັດ ເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດເປັນວົງກວ້າງ.
ທ່ານ ເພັດທະນົງສັກ ຄໍາພູນວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ກ່າວຕື່ມວ່າ: ເພື່ອສະກັດກັ້ນບໍ່ໃຫ້ພະຍາດຜິວໜັງອັກເສບຕິດຕໍ່ໃນ ງົວ-ຄວາຍ ເກີດມີການລະບາດເປັນວົງກວ້າງ ທາງພາກສ່ວນກ່ຽວຂ້ອງ ໄດ້ໃຫ້ປະຊາຊົນຜູ້ລ້ຽງສັດນໍາເອົາສັກລ້ຽງຂອງຕົນມາຮັບການສັກວັກຊີນ, ພ້ອມທັງໄດ້ສົ່ງວິຊາການສັດຕະວະແພດຂອງແຂວງ, ເມືອງລົງແນະນໍາປະຊາຊົນ ກ່ຽວກັບວິທີການປ້ອງກັນພະຍາດນີ້ ເປັນຕົ້ນ: ການຊື້ງົວ-ຄວາຍເຂົ້າມາໃໝ່ເພື່ອລ້ຽງໃນຝູງຄວນຊື້ຈາກແຫຼ່ງທີ່ເຊື່ອຖືໄດ້, ສັດລ້ຽງ ຄວນໄດ້ຮັບການກວດຫາພະຍາດກ່ອນເຄື່ອນຍ້າຍ ແລະ ຄວນໄດ້ມີການກັກກັນ ກ່ອນນໍາເຂົ້າມາລ້ຽງຮ່ວມໝູ່ນໍາຝຸງເກົ່າຢ່າງໜ້ອຍ 28 ວັນ, ນໍາໃຊ້ຢາຂ້າແມງໄມ້, ຢາຂ້າແມງດູດເລືອດ ທີ່່ມີຄຸນນະພາບ ຢ່າງສະໝໍ່າສະເໜີ ຕາມບໍລິເວນຄອກສັດ, ຮັກສາອະນາໄມຟາມລ້ຽງສັດບໍໍ່ໃຫ້ເປັນບ່ອນເພາະພັນຂອງແມງໄມ້ ແລະ ແມງດູດເລືອດ ເຊັ່ນ: ບໍໍ່ໃຫ້ມີນໍ້າຂັງເປິເປື້ອນ ແລະ ຂີ້ສັດ, ຟາມລ້ຽງສັດຄວນປະຕິບັດຫຫຼັກການຄວາມປອດໄພທາງດ້ານຊີວະພາບ ໃຫ້ເຂັ້ມງວດທີ່ສຸດ, ຜູ້ທີ່ມາຢ້ຽມຟາມລ້ຽງສັດ ຄວນຈໍາກັດສະເພາະການບໍລິການທີ່ຈໍາເປັນ, ຄວນມີການຊີດຜົົ່ນຢາຂ້າເຊື້ອພາຫະນະ ຂອງຜູ້ມາຢ້ຽມຢາມ, ອຸປະກອນ ແລະ ເກີບ ຫຼື ໃສ່ຖົງເກີບດ້ວຍຖົງຢາງກ່ອນເຂົ້າໄປໃນຟາມລ້ຽງສັດ .