ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02

ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02 - 79a59cbc dcab 4308 befb 67b9f2e1f3e0 - ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02
ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02 - kitchen vibe - ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02

ໃນວັນທີ 30 ສິງຫາ 2021 ຜ່ານມານີ້, ກົມບັນຊີ ຮ່ວມກັບ ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ໃຫ້ພະ ນັກງານຂະແໜງສ່ວຍສາອາກອນ ຊຸດທີ 02, ໂດຍການເປັນປະທານຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ ກະຊວງການເງິນ, ມີຕາງໜ້າຈາກສະຖາບັນເສດຖະກິດ-ການເງິນ, ກົມຈັດຕັ້ງ ແລະ ພະນັກງານ, ມີວິທະຍາກອນ ຈາກກົມບັນຊີ ແລະ ນັກສໍາມະນາກອນຈາກຂະແໜງສ່ວຍສາອາກອນເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0369/ກງ, ລົງວັນທີ 04 ກຸມພາ 2020 ວ່າດ້ວຍການຮັບຮອງຮູບແບບເອກະສານລາຍງານການເງິນ ແລະ ຜັງບັນຊີສໍາລັບວິສາຫະກິດທີ່ບໍຮັບໃຊ້ຜົນປະ ໂຫຍດສາທາລະນະ ແລະ ຕາມຂໍ້ຕົກລົງ ສະບັບເລກທີ 2381/ກງ, ລົງວັນທີ 07 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບປັບປຸງກົນໄກການຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ຖືບັນຊີໃຫ້ຖືກຕ້ອງຄົບຖ້ວນຕາມກົດໝາຍ.

ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02 - Visit Laos Visit SALANA BOUTIQUE HOTEL - ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02
ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02 - Visit Laos Visit SALANA BOUTIQUE HOTEL - ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02

ຊຸດຝຶກອົບຮົມການບັນຊີຄັ້ງນີ້ແມ່ນເປັນການຝຶກອົບຮົມໃຫ້ພະນັກງານສ່ວຍສາອາກອນ ທີ່ປະຈໍາຢູ່ກົມສ່ວຍ ສາອາກອນ, ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ແລະ ສ່ວຍສາອາກອນ ປະຈໍາ 9 ຕົວເມືອງຂອງນະ ຄອນຫຼວງວຽງຈັນ, ໂດຍຈະໃຊ້ເວລາຝຶກອົບຮົມເປັນເວລາ 5 ວັນ, ຊຶ່ງຈະໄດ້ພ້ອມກັນລົງເລິກຄົ້ນຄວ້າບັນຫາສໍາຄັນ ເຊັ່ນ: ການສົມທຽບຜັງບັນຊີ ປີ 2020 ໃສ່ 2009 ແລະ 1992, ການສະເໜີຮູບແບບເອກະສານລາຍງານການເງິນ, ການບັນຊີສໍາລັບຈຸນລະວິສາຫະກິດ, ຫຼັກການບັນຊີວິສາຫະກິດ, ການບັນຊີຂອງບັນດາລາຍການເກີດຂຶ້ນໃນວິສາຫະ ກິດ, ການສ້າງເອກະສານລາຍງານການເງິນຕາມຮູບແບບໃໝ່ ແລະ ການນໍາໃຊ້ເຄື່ອງມືທັນສະໄໝ (ໂປຣແກຣມບັນຊີ) ເຂົ້າໃນການບັນທຶກບັນຊີ ເພື່ອສ້າງເອກະສານລາຍງານການເງິນ.

ໂອກາດດັ່ງກ່າວ,ທ່ານ ນາງ ດາວອນ ທອງຈັນ ໄດ້ມີຄຳເຫັນກ່ຽວກັບຊຸດຝຶກອົບຮົມບັນຊີສໍາລັບຈຸນລະວິສາ ຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02 ເພື່ອສຸມໃສ່ແກ້ໄຂການພັດທະນາ ຊັບ ພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຈຸດສຸມ, ສົ່ງເສີມວິຊາຊີບ ແລະ ການຫັນເປັນຊ່ຽວຊານຕິດພັນກັບການຫັນເປັນທັນສະໄໝ ແລະ ວິຖີຊີວິດແບບໃໝ່.

ພ້ອມດຽວກັນນີ້, ສໍາລັບພະນັກງານຂະແໜງສ່ວຍສາອາກອນທີ່ຈະໄດ້ພ້ອມກັນຄົ້ນຄວ້າ, ລະບຽບຫຼັກການ ດ້ານການບັນຊີໃຫ້ໄປຕາມມາດຖານບັນຊີ ໃຫ້ມີຄວາມສອດຄ່ອງກັບການເຄື່ອນໄຫວຂອງວິສາຫະກິດ ແລະ ຮູບແບບວິ ທີການກວດກາບັນຊີແບບໃໝ່, ແນ່ໃສ່ໃຫ້ມີຄວາມເປັນເອກະພາບທາງດ້ານທັດສະນະ, ທາງດ້ານວິຊາການ ແລະ ເປັນ ພື້ນຖານບ່ອນອີງເພື່ອຈັດຕັ້ງປະຕິບັດວຽກງານຕົວຈິງ.

ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02 - 3 - ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02
ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02 - 4 - ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02
ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02 - 5 - ຝຶກອົບຮົມການບັນຊີສໍາລັບຈຸນລະວິສາຫະກິດ ແລະ ການບັນຊີວິສາຫະກິດ (ລະບົບປັບປຸງ) ຊຸດທີ 02