ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ

ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ - AsuransiJiwa09 - ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ
ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ - kitchen vibe - ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ

ໂດຍ: ທິດກໍ່າ

ໄດ້ຫລາຍທົດສະວັດຜ່ານມາແລ້ວ ທີ່ເງິນໂດລາສະຫະລັດກັບເງິນບາດໄທສະໜຸກທ້າທາຍຂົ່ມຂູ່ເງິນກີບລາວຈົນເກືອບເວົ້າໄດ້ວ່າເງີຍຄໍບໍ່ຂຶ້ນ. ສິ່ງທີ່ເຮັດໃຫ້ເຮົາເຫັນປະຈັກຕາ ກໍຄືອັດຕາແລກປ່ຽນລະຫວ່າງເງິນກີບລາວກັບສອງສະກຸນເງິນນີ້ຄ່ອຍໆຕູດຂຶ້ນເປັນໄລຍະໆ ເຊິ່ງໃນຜ່ານມານັ້ນ ເຖິງວ່າຈະມີມາດຕະການ ແລະ ວິທີການຕ້ານປະຄັບປະຄອງມັນເທົ່າໃດກໍຫ້າມບໍ່ຢູ່.

ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ - Visit Laos Visit SALANA BOUTIQUE HOTEL - ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ

ມາຮອດປັດຈຸບັນ ອັດຕາແລກປ່ຽນເງິນບາດໄທກັບເງິນກີບລາວແມ່ນຫຍັບຂຶ້ນມາສາມສິບຫ້າພັນປາຍກີບຕໍ່ຮ້ອຍບາດແລ້ວ. ສ່ວນເງິນໂດລາສະຫະລັດກໍແມ່ນສິບເອັດພັນປາຍກີບຕໍ່ໜຶ່ງໂດລາແລ້ວ. ໃນຂັ້ນຕໍ່ໄປກໍຍັງບໍ່ທັນຮູ້ວ່າອີກຈັກເດືອນຈັກປີອັດຕາແລກປ່ຽນລະຫວ່າງສອງສະກຸນເງິນນີ້ມັນຈະຢຸດຄົງທີ່ໃຫ້ເຮົາເຫັນຢ່າງຊັດເຈນ.

ເມື່ອຕັ້ງໂຈດກັນວ່າ ດ້ວຍສາເຫດໃດຈຶ່ງເປັນຄືແນວນີ້ ? ຕາມທິດກໍ່າວ່າ ມັນເກີດມາຈາກສອງປັດໄຈຄື: ອັນທີໜຶ່ງ ແມ່ນການຜະລິດສິນຄ້າທີ່ເປັນຜະລິດຕະພັນຂອງລາວເຮົາເອງ ເພື່ອມາຮັບໃຊ້ສັງຄົມຢູ່ພາຍໃນປະເທດບໍ່ທັນຫລາກຫລາຍເຂັ້ມແຂງ ຈຶ່ງເປັນຕົ້ນເຫດໃຫ້ຄົນລາວມັກໄປຊື້ສິນຄ້າໄທຈົນກາຍເປັນອາຈີນເຂົ້າກະດູກດຳໄປໃນຕົວ ສຸດທ້າຍມາລາວເຮົາກໍກາຍເປັນຕະຫລາດອັນມະຫຶມາຈຳໜ່າຍສິນຄ້າໄທໄປຕາມວາດ, ຊ້ຳບໍ່ໜຳ ສິນຄ້າອັນໃດທີ່ລາວເຮົາຜະລິດເອງໄດ້ບາງຢ່າງພັດບໍ່ມາດຕະຖານ ແຖມລາຄາແພງກວ່າສິນຄ້ານຳເຂົ້າຈາກໄທ ມັນກໍເລີຍແກ້ງແຍ່ງສິນຄ້າເຂົາບໍ່ໄດ້.
ສ່ວນວ່າການຜະລິດເພື່ອສົ່ງອອກນັ້ນ ກໍຖືວ່າຍັງມີໜ້ອຍ ຈຶ່ງເຮັດໃຫ້ມີການຂາດດູນໄປຕະຫລອດ.

ສ່ວນປັດໄຈອັນທີສອງນັ້ນ ແມ່ນຍ້ອນຄ່ານິຍົມຂອງຄົນລາວເຮົາເອງທີ່ບໍ່ເປັນເຈົ້າເງິນກີບຫັນໄປມັກໃຊ້ແຕ່ເງິນບາດກັບເງິນໂດລາ. ສິ່ງທີ່ໄດ້ເຫັນ ແລະ ໜັກໃຈໃນປັດຈຸບັນ ກໍຄືການຊື້ຂາຍພາຍໃນປະເທດ ບໍ່ວ່າຂາຍເປັດຂາຍໄກ່, ຂາຍງົວຂາຍຄວາຍ, ຂາດດິນດອນຕອນຫຍ້າ, ຂາຍເຮືອນຂາຍຊານ, ຂາຍລົດລາງພາຫະນະ ນັບທັງຄາດຄ່າດອງໃນບາງທ້ອງຖິ່ນກໍມັກເວົ້າແຕ່ເງິນບາດ, ເງິນໂດລາ ລາມໄປຮອດພວກໝໍພອນຜູກແຂນໃນງານປະເພນີຕ່າງໆກໍວ່າ “ເງິນບາດໃຫ້ໄຫລມາ ເງິນໂດລາໃຫ້ໄຫລເຂົ້າ” ພວກທຸລະກິດຂາຍດິນຂາຍດອນ, ຂາຍສິນຄ້າຕ່າງໆທີ່ທຳທຸລະກິດໃນລາວບາງບ່ອນຂຶ້ນປ້າຍປະກາດຂາຍເປັນເງິນບາດເງິນໂດລາຢ່າງເປີດແປນ ໂດຍບໍ່ຄຳນຶງເຖິງ “ນີ້ຄືປະເທດລາວ” ນີ້ລະເຂົາວ່າຄ່ານິຍົມຂົ່ມຂູ່ເງິນກີບໃຫ້ຕົກຕໍ່າໄປນັບມື້.

ຕໍ່ສະພາບທີ່ມັນເກີດຂຶ້ນແບບທ້າທາຍຄືແນວນີ້ ເຮົາຈະແກ້ໄຂກັນແນວໃດ ແລະ ໃຜຈະເປັນຜູ້ແກ້. ຕາມທິດກໍ່າວ່າ ມັນຕ້ອງແມ່ນກົດໝາຍກັບມະຫາພາກເປັນຜູ້ນຳພາແກ້. ການແກ້ໄຂກໍຕ້ອງເລີ່ມຈາກສ້າງຈິດສຳນຶກໄປຮອດການໃຊ້ມາດຕະການອັນເດັດຂາດ. ສ່ວນວິທີອັນທີສອງນັ້ນ ແມ່ນຕ້ອງຜະລິດສິນຄ້ານາໆຊະນິດຫລາກຫລາຍ ເພື່ອມາຮັບໃຊ້ສັງຄົມພາຍໃນ ແລະ ສົ່ງອອກໃຫ້ຫລາຍໆ ທັງສາມາດແກ້ງແຍ່ງຕະຫລາດພາຍໃນພາຍນອກຢ່າງແຂງແຮງ ຈຶ່ງຈະເຮັດໃຫ້ເງິນກີບລາວແຂງຕົວຫວນຄືນມາຢູ່ຄູ່ກັບຄົນລາວທົ່ວທັງປະເທດຕະຫລອດໄປ.

ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ - 3 - ກະແສນິຍົມເງິນໂດລາ-ເງິນບາດ ອາດເຮັດໃຫ້ເງິນກີບນັບມື້ຕົກຕໍ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!