ໜ່ວຍງານປາບປາມການສໍ້ລາດບັງຫລວງມາເລເຊຍກຽມສືບສວນ ກໍລະນີຂ່າວແພດໃນຄລີນິກຫລາຍແຫ່ງຮັບສິນບົນຈາກຜູ້ບໍ່ຕ້ອງການສັກວັກຊີນແລກກັບການອອກໃບຮັບຮອງສັກວັກຊີນ

ທ່ານ ອາຊຳ ບາກີ ຫົວໜ້າຄະນະກຳມະການປ້ອງກັນ ແລະ ປາບປາມການສໍ້ລາດບັງຫລວງມາເລເຊຍ (Malaysian Anti-Corruption Commission: MACC) ປະກາດກຽມດຳເນີນການສືບສວນກໍລະນີມີຜູ້ຮ້ອງຮຽນວ່າແພດຫລາຍຄົນຮັບສິນບົນຈາກຜູ້ທີ່ບໍ່ຕ້ອງການສັກວັກຊີນເພື່ອແລກກັບການອອກໃບຮັບຮອງການສັກວັກຊີນ.
ທ່ານ ບາກີ ລະບຸໃນຖະແຫລງການຂອງ MACC ທີ່ເຜີຍແຜ່ໃນວັນທີ 31 ສິງຫາຜ່ານມາວ່າ: ມີຂໍ້ກ່າວອ້າງຈາກສາທາລະນະວ່າແພດ ຫລື ບາງຝ່າຍທີ່ກ່ຽວຂ້ອງ ອາດໄດ້ຮັບການສະເໜີໃຫ້ເງິນສິນບົນເພື່ອອອກໃບຮັບຮອງການສັກວັກຊີນ ເຖິງວ່າຈະບໍ່ມີການສັກວັກຊີນເກີດຂຶ້ນ ເຊິ່ງທ່ານເບິ່ງວ່າກໍລະນີເປັນເລື່ອງທີ່ຮ້າຍແຮງ.
“ການກະທຳນີ້ບໍ່ພຽງແຕ່ກ່ຽວຂ້ອງກັບບັນຫາສໍ້ລາດບັງຫລວງເທົ່ານັ້ນ, ແຕ່ຍັງກະທົບຕໍ່ຊື່ສຽງຂອງຜູ້ເຮັດວຽກແພດນຳ ເຊິ່ງຈະເຮັດໃຫ້ພາບພົດຂອງພວກເຂົາໝົ່ນໝອງ ຖ້າເລື່ອງນີ້ເກີດຂຶ້ນແທ້”. ຖະແຫລງການລະບຸ. ຂະນະທີ່ MACC ຍັງບໍ່ໄດ້ຮັບການຮ້ອງຮຽນໂດຍກົງກ່ຽວກັບເລື່ອງນີ້ ແຕ່ຢືນຢັນວ່າຈະດຳເນີນການສືບສວນ ແລະ ກວດສອບຂ່າວໃນພື້ນທີ່ທີ່ຕ້ອງສົງໄສວ່າມີການໃຫ້ສິນບົນດັ່ງກ່າວເກີດຂຶ້ນ.
ກ່ອນໜ້ານີ້ບໍ່ດົນ, ໜັງສືພິມ The Star ຂອງມາເລເຊຍ ລາຍງານວ່າ: ມີຄລີນິກຫລາຍແຫ່ງໃນລັດປີນັງ ໄດ້ຮັບໂທລະສັບຈາກກຸ່ມຕໍ່ຕ້ານການສັກວັກຊີນ ຫລື Anti Vaxxers ທີ່ຕ້ອງການຊື້ໃບຮັບຮອງການສັກວັກຊີນແບບດີຈີຕອນ.
ຂະນະທີ່ຄລີນິກແຫ່ງໜຶ່ງໃນປີນັງ ໄດ້ໂພສຂໍ້ຄວາມທາງ Facebook ວ່າ: ໄດ້ຮັບໂທລະສັບຫລາຍສາຍຈາກຜູ້ທີ່ສະເໜີຈະຈ່າຍເງິນຄ່າວັກຊີນ, ແຕ່ປະຕິເສດທີ່ຈະສັກ ໂດຍຕ້ອງການພຽງໃບຮັບຮອງການສັກວັກຊີນດີຈີຕອນ.
ທັງນີ້, ຜູ້ທີ່ໄດ້ຮັບການສັກວັກຊີນຄົບ 2 ໂດສ ໃນມາເລເຊຍ ຈະໄດ້ຮັບການອະນຸໂລມ ໂດຍປະຕິບັດຕາມມາດຕະການຄວບຄຸມ ແລະ ປ້ອງກັນໂຄວິດທີ່ເຂັ້ມງວດໜ້ອຍກວ່າຜູ້ຍັງບໍ່ສັກວັກຊີນ.
ຕົວຢ່າງເຊັ່ນ: ຜູ້ທີ່ໄດ້ຮັບການສັກວັກຊີນຄົບໂດສໃນລັດ ແລະ ເຂດແດນຕ່າງໆ ຕາມຂໍ້ກຳນົດຂອງແຜນຟື້ນຟູແຫ່ງຊາດໄລຍະທີໜຶ່ງ (NRP) ໄດ້ຮັບອະນຸຍາດໃຫ້ຮັບປະທານອາຫານພາຍໃນຮ້ານໄດ້ ອີກທັງຍັງສາມາດໄປທ່ຽວຊົມສະຖານທີ່ຕ່າງໆເຊັ່ນ: ຕະຫລາດກາງຄືນ ແລະ ຕະຫລາດປະຈຳອາທິດ.
ຂະນະທີ່ທ່ານ ອິສມາອິລ ຊາບຣີ ຢາຄ໊ອບ ນາຍົກລັດຖະມົນຕີຄົນໃໝ່ຂອງມາເລເຊຍ ກ່າວພາຍຫລັງເຂົ້າຮັບຕຳແໜ່ງ ຮຽກຮ້ອງໃຫ້ປະຊາຊົນເຂົ້າຮັບການສັກວັກຊີນໃນທັນທີ ເພື່ອຊ່ວຍປະເທດໃຫ້ຟື້ນຟູຈາກວິກິດໂຄວິດ.
ໂດຍສະຖານະການໂຄວິດໃນມາເລເຊຍຫລ້າສຸດຍັງທະວີຄວາມຮຸນແຮງ ແລະ ມີຜູ້ຕິດເຊື້ອໃໝ່ສະເລ່ຍວັນລະກວ່າ 20.000 ຄົນ ໃນໄລຍະອາທິດຜ່ານມາ ໂດຍມາຮອດປັດຈຸບັນມີຜູ້ຕິດເຊື້ອສະສົມແລ້ວຫລາຍກວ່າ 1,7 ລ້ານຄົນ ແລະ ເສຍຊີວິດ 1.600 ກວ່າຄົນ. ຂະນະທີ່ປະຊາກອນຜູ້ໃຫຍ່ໃນປະເທດໄດ້ຮັບການສັກວັກຊີນຄົບ 2 ໂດສແລ້ວ ປະມານ 63,6% ເຊິ່ງລັດຖະບານມາເລເຊຍຕັ້ງເປົ້າໃຫ້ເຖິງ 100% ພາຍໃນເດືອນຕຸລານີ້.
ອ້າງອີງ: