ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ

ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ - np file 109361 870x489 1 - ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ
ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ - kitchen vibe - ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ

ຍີ່ປຸ່ນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນມູຄັ້ງທຳອິດໃນປະເທດ ຫລັງກວດຕົວຢ່າງເຊື້ອທີ່ເກັບມາຈາກການຄັດກອງຢູ່ສະໜາມບິນ.

ວັນທີ 2 ກັນຍາ 2021, ກະຊວງສາທາລະນະສຸກຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນມູ (Mu) ເຊິ່ງເປັນສາຍພັນອົງການອະນາໄມໂລກ (WHO) ກຳລັງເຝົ້າຕິດຕາມເປັນຄັ້ງທຳອິດ ຈາກການກວດລັກສະພັນທຸກຳຂອງເຊື້ອທີ່ເກັບຕົວຢ່າງຈາກຜູ້ທີ່ເດີນທາງມາຈາກຕ່າງປະເທດ.

ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ

ຜູ້ຕິດເຊື້ອຄົນທຳອິດທີ່ກວດພົບວ່າຕິດໄວຣັສສາຍພັນມູ ເປັນຜູ້ຍິງອາຍຸ 40 ປີ ເຊິ່ງເດີນທາງມາຈາກສະຫະລັດອາຣັບເອມິເຣດລົງສະໜາມບິນນາຣິຕະ ໃນທ້າຍເດືອນມິຖຸນາ ແລະ ອີກຄົນໜຶ່ງເປັນຜູ້ຍິງອາຍຸ 50 ປີ ເດີນທາງມາຈາກອັງກິດລົງສະໜາມບິນຮາເນດະ ໃນຕົ້ນເດືອນກໍລະກົດຜ່ານມາ ໂດຍຜູ້ຕິດເຊື້ອທັງສອງຄົນບໍ່ສະແດງອາການ.

ການກວດພົບຄັ້ງນີ້ ສົ່ງຜົນໃຫ້ສະຖາບັນພະຍາດຕິດເຊື້ອແຫ່ງຊາດຂອງຍີ່ປຸ່ນອອກມາຮຽກຮ້ອງໃຫ້ມີການເກັບຮວບຮວມຂໍ້ມູນໄວຣັສກາຍພັນສາຍພັນຕ່າງໆໃຫ້ຫລາຍກວ່ານີ້ ເຖິງວ່າຕອນນີ້ຈະມີໄວຣັສໂຄວິດ-19 ຫລາຍພັນທີ່ໄດ້ຮັບການຢືນຢັນແລ້ວ ແຕ່ຄວນເນັ້ນຄວາມສົນໃຈໃສ່ໄວຣັສທີ່ສາມາດແຜ່ເຊື້ອໄດ້ງ່າຍ ແລະ ວ່ອງໄວຫລາຍກວ່າສາຍພັນອື່ນໆ.

ສຳລັບໄວຣັສສາຍພັນມູ (Mu) ຫລື B.1.621 ເຊິ່ງຖືກພົບຄັ້ງທຳອິດໃນປະເທດໂຄລອມເບຍໃນເດືອນມັງກອນຜ່ານມາ ແລະ ໄດ້ແຜ່ລະບາດໄປແລ້ວຢ່າງໜ້ອຍ 39 ປະເທດນັ້ນ ກ່ອນໜ້ານີ້ ອົງການອະນາໄມໂລກ (WHO) ໄດ້ອອກມາລະບຸວ່າ: ເປັນສາຍພັນທີ່ຕ້ອງໄດ້ຮັບຄວາມສົນໃຈ (variant of interest) ເພາະມີການກາຍພັນທີ່ບົ່ງຊີ້ວ່າມີທ່າອ່ຽງຈະສາມາດຫລີກລ່ຽງພູມຕ້ານທານ ຫລື ດື້ຕໍ່ວັກຊີນ.

ອ້າງອີງ:

https://www.japantimes.co.jp/…/japan-coronavirus-mu…/

https://www3.nhk.or.jp/nhkworld/en/news/20210902_02/

ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ - 5 - ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Mu ຄັ້ງທຳອິດໃນປະເທດ ເດີນທາງມາຈາກ UAE ແລະ ອັງກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!