ກຳປູເຈຍໃກ້ບັນລຸເປົ້າໝາຍສັກວັກຊີນໂຄວິດ-19 ໃຫ້ປະຊາຊົນ 75% ກ່ອນໝົດປີ 2021

ວັນທີ 3 ກັນຍາ 2021, ກະຊວງສາທາລະນະສຸກກຳປູເຈຍເປີດເຜີຍວ່າ: ກຳປູເຈຍກຳລັງເຂົ້າໃກ້ເປົ້າໝາຍສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາກອນ 12 ລ້ານຄົນ ຫລື 75% ຂອງປະຊາກອນທັງໝົດ 16 ລ້ານຄົນ ໃນທ້າຍປີນີ້.
ທ່ານ ອໍ ແວນດິນ ລັດຖະມົນຕີ ແລະ ໂຄສົກກະຊວງສາທາລະນະສຸກກຳປູເຈຍ ລະບຸວ່າ: ມີຊາວກຳປູເຈຍທີ່ມີຄຸນສົມບັດຕາມເກນ ສັກວັກຊີນປ້ອງກັນໂຄວິດ-19 ຢ່າງໜ້ອຍໜຶ່ງໂດສແລ້ວ 10,9 ລ້ານຄົນ ຫລື 68% ຂອງປະຊາກອນທົ່ວປະເທດ ແລະ ຜູ້ສັກວັກຊີນຄົບໂດສ 8,6 ລ້ານຄົນ ຫລື 53,7% ຂອງປະຊາກອນທັງໝົດ ເມື່ອນັບຮອດວັນທີ 1 ກັນຍາ.
ທ່ານ ແວນດິນ ລະບຸວ່າ: “ເມື່ອນັບຮອດວັນທີ 1 ກັນຍາ ປະມານ 93% ຂອງປະຊາກອນໄວຜູ້ໃຫຍ່ໃນກຸ່ມເປົ້າໝາຍສິບລ້ານຄົນ ແລະ 80% ຂອງໄວລຸ້ນອາຍຸ 12-17 ປີ ໃນກຸ່ມເປົ້າໝາຍສອງລ້ານຄົນ ສັກວັກຊີນຢ່າງໜ້ອຍໜຶ່ງໂດສແລ້ວ”. ພ້ອມກ່າວວ່າ: ກຳປູເຈຍໄດ້ເລີ່ມສັກວັກຊີນປ້ອງກັນໂຄວິດ-19 ມາແຕ່ເດືອນກຸມພາ ໂດຍໃຊ້ວັກຊີນຂອງຈີນເປັນຫລັກ.
ກ່ອນໜ້ານີ້ໃນເດືອນສິງຫາ ໜ່ວຍງານສະຫະປະຊາຊາດ (UN) ໃນກຳປູເຈຍ ລະບຸວ່າ: ກຳປູເຈຍເປັນໜຶ່ງໃນປະເທດພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ (WHO) ທີ່ມີອັດຕາການສັກວັກຊີນປ້ອງກັນໂຄວິດ-19 ໃນປະຊາກອນໄວຜູ້ໃຫຍ່ສູງສຸດ.
ສຳນັກຂ່າວຊິນຮົວລາຍງານວ່າ: ກຳປູເຈຍກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 416 ຄົນ ໃນວັນທີ 2 ກັນຍາ ສົ່ງຜົນໃຫ້ມີຜູ້ຕິດເຊື້ອສະສົມ 93.926 ຄົນ ແລະ ພົບຜູ້ເສຍຊີວິດເພີ່ມ 12 ຄົນ ສົ່ງຜົນໃຫ້ຍອດລວມຜູ້ເສຍຊີວິດມີ 1.928 ຄົນ, ສ່ວນຜູ້ທີ່ຫາຍດີແລ້ວມີຈຳນວນເພີ່ມຂຶ້ນ 286 ຄົນ ເຮັດໃຫ້ຍອດລວມມີ 89.500 ຄົນ.