ແຈ້ງການແຂວງຄຳມ່ວນ ກ່ຽວກັບບຸນຫໍເຂົ້າປະດັບດິນ
ເພື່ອເປັນການປ້ອງກັນສະກັດກັ້ນ ແຕ່ຫົວທີ ພ້ອມທັງເປັນການຫລຸດຜ່ອນຄວາມສ່ຽງທີ່ອາດເກີດຂື້ນ ຕໍ່ສຸຂະພາບ ແລະຊີວິດຂອງພໍ່ແມ່ປະຊາຊົນໃນທົ່ວແຂວງ ຫ້ອງວ່າການແຂວງຄໍາມ່ວນ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານ ປະຕິບັດດັ່ງນີ້:
1. ໃຫ້ປະຕິບັດຕາມຄໍາສັ່ງຂອງເຈົ້າແຂວງ ສະບັບເລກທີ 07/ຈຂ, ລົງວັນທີ 31 ສິງຫາ 2021 ຢ່າງເຂັ້ມງວດ.
2. ຫ້າມຈັດງານບຸນປະເພນີ (ບຸນຫໍ່ເຂົ້າປະດັບດິນ) ໃນວັນທີ 06/09/2021 ຢູ່ຕາມວັດຕ່າງໆ ໃນທົ່ວແຂວງ(ອະນຸຍາດໃຫ້ພະສົງ ເທດສະຫນາ-ບູຊາ ຕາມຫລັກພະສົງພາຍໃນວັດ).
3. ມອບໃຫ້ ບັນດາເມືອງ, ອໍານາດການປົກຄອງບ້ານ ແລະການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນ ແຈ້ງໃຫ້ພະນັກງານລັດຖະກອນ, ພໍ່ແມ່ປະຊາຊົນໃນທົ່ວແຂວງ ຫ້າມຈັດກິດຈະກຳທາງສາສະໜາຢູ່ວັດໃນມື້ບຸນດັ່ງກ່າວຢ່າງເດັດຂາດ.
4. ມອບໃຫ້ເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບແຂວງ, ພະແນກກ່ຽວຂ້ອງ, ເມືອງ, ບ້ານ ເປັນເຈົ້າການໃນເຄື່ອນໄຫວຕິດຕາມກວດກາ ລາດຕະເວນ ຖ້າມີການລະເມີດ ຫລື ພົບເຫັນ ຫ້າງຮ້ານກິນດື່ມບ້ານພັກໂຮງແຮມ, ຮ້ານອາຫານ, ຮ້ານປີ້ງແກ້ມ, ແຫລ່ງທ່ອງທ່ຽວ, ຕູບ ແລະສະຖານທີ່ອື່ນໆ ຂາຍເຫລົ້າເບຍ ແລະອະນຸຍາດໃຫ້ຄົນເຂົ້ານັ່ງກິນ-ດື່ມເຫຼົ້າເບຍຢູ່ຮ້ານ, ຊຸມແຊວ ຕັ້ງວົງດື່ມເຫລົ້າ ຢູ່ບ້ານເຮືອນ ໃຫ້ເຈົ້າຫນ້າທີ່ປະຕິບັດຕາມລະບຽບກົດໝາຍທີ່ຢ່າງເຂັ້ມງວດ.










