ສະຖານະການໂຄວິດ-19 ໃນແຂວງຫລວງນໍ້າທາ ແລະ ການກຳນົດບ້ານແດງ

- 241265110 1712681782268928 7652668700422006123 n - ສະຖານະການໂຄວິດ-19 ໃນແຂວງຫລວງນໍ້າທາ ແລະ ການກຳນົດບ້ານແດງ
- AGL banner - ສະຖານະການໂຄວິດ-19 ໃນແຂວງຫລວງນໍ້າທາ ແລະ ການກຳນົດບ້ານແດງ

ອີງຕາມການລາຍງານຂອງຄະນະສະເພາະກິດແຂວງຫລວງນໍ້າທາ ວັນທີ 2 ກັນຍາ 2021 ຜ່ານມານີ້ໃຫ້ຮູ້ວ່າ: ແຂວງຫລວງນໍ້າທາ ກໍເປັນແຂວງໜຶ່ງທີ່ມີການລະບາດຂອງພະຍາດໂຄວິດ-19 ເລີ່ມແຕ່ເດືອນ ມັງກອນ ຮອດວັນທີ 1 ກັນຍາ 2021 ທົ່ວແຂວງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 69 ກໍລະນີ, ໃນນັ້ນ 40 ຄົນແມ່ນຕິດເຊື້ອນໍາເຂົ້າ ແລະ ອີກ 29 ຄົນແມ່ນຕິດເຊື້ອໃນຊຸມຊົນ.

ປັດຈຸບັນ, ຄະນະຮັບຜິດຊອບໄດ້ກໍານົດບ້ານແດງ ທີ່ມີເຊື້ອພະຍາດໂຄວິດ-19 ຈຳ ນວນ 7 ບ້ານຄື: ຢູ່ເມືອງຫລວງນໍ້າທາມີ 5 ບ້ານຄື: ບ້ານຫາດຍາວ, ທົ່ງໄຈ້ເໜືອ, ທົ່ງໄຈ້ ໃຕ້, ໜອງບົວວຽງ ແລະ ບ້ານທົ່ງອົ້ມ ແລະ ເມືອງລອງ ມີ 2 ບ້ານຄື: ບ້ານດອນແຍງ ແລະ ບ້ານຈອມແຈ້ງ ໂດຍເຈົ້າໜ້າທີ່ກ່ຽວຂ້ອງໄດ້ປິດການເຂົ້າ-ອອກບ້ານ ດັ່ງກ່າວ ເພື່ອປະຕິບັດວຽກງານໃນການລົງສອບສວນ ແລະ ເກັບຕົວຢ່າງທັງໝົດ ເພື່ອກວດຊອກຫາເຊື້ອພະຍາດ ໂຄວິດ-19.

- Wave100S AD to Website 2020 0 - ສະຖານະການໂຄວິດ-19 ໃນແຂວງຫລວງນໍ້າທາ ແລະ ການກຳນົດບ້ານແດງ

ສຳລັບການຮັບມືກັບການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ການນໍາແຕ່ລະຂັ້ນ ກໍຄື ຄະນະສະເພາະກິດແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນໍາໆພາ ໂດຍປະສານສົມທົບກັບອໍານາດການປົກຄອງບ້ານ ພ້ອມກັນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເຄັ່ງຄັດ, ໄດ້ອອກແຈ້ງການສະບັບຕ່າງໆ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນແຕ່ລະໄລຍະ ຢ່າງຮີບດ່ວນ ເປັນຕົ້ນແມ່ນປິດການສັນຈອນລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ, ເຊິ່ງແຕ່ລະບ້ານໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍໄດ້ມີການປະກາດທາງໂທລະໂຄ່ງຂອງບ້ານເພື່ອ ເຕືອນ ແລະ ຫ້າມປະຊາຊົນ ໃນການເຂົ້າ – ອອກ ບ້ານ ແລະ ຢູ່ຮ່ວມກັນໃຫ້ມີການເວັ້ນໄລຍະຫ່າງ 1 ແມັດຂຶ້ນໄປ ພ້ອມທັງໃຊ້ຜ້າອັດປາກ-ດັງ ແລະ ອື່ນໆ.

-    AD conten website - ສະຖານະການໂຄວິດ-19 ໃນແຂວງຫລວງນໍ້າທາ ແລະ ການກຳນົດບ້ານແດງ
- lattana banner - ສະຖານະການໂຄວິດ-19 ໃນແຂວງຫລວງນໍ້າທາ ແລະ ການກຳນົດບ້ານແດງ
- lattana banner 1 - ສະຖານະການໂຄວິດ-19 ໃນແຂວງຫລວງນໍ້າທາ ແລະ ການກຳນົດບ້ານແດງ
No comments yet! You be the first to comment.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.

error: Alert: ເນື້ອຫາຂ່າວມີລິຂະສິດ !!