ໜ້າເປັນຫ່ວງ!! ພະຍາດໂຄວິດ-19 ຍັງມີການພັດທະນາ ແລະ ປັບພັນທຸກໍາທີ່ອັນຕະລາຍ ແລະ ຕິດເຊື້ອໄດ້ງ່າຍ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າຄະນະສະເພາະກິດ ໄດ້ລາຍງານໃນວັນທີ 4 ກັນຍາ 2021 ນີ້ວ່າ: ພະຍາດໂຄວິດ-19 ໄດ້ມີການພັດທະນາ ແລະ ປັບພັນທຸກໍາຂອງໂຕເອງໄປເລື້ອຍໆ, ໂຄວິດ-19 ສາຍພັນເດລຕາ (B.1.617.2) ທີ່ກຳລັງລະບາດໃນຫລາຍປະເທດລວມທັງບ້ານເຮົາ. ປັດຈຸບັນນັກວິທະຍາສາດໄດ້ພົບວ່າສາຍພັນນີ້ໄດ້ມີການປັບປ່ຽນພັນທຸກຳເພີ່ມຂື້ນເອີ້ນວ່າ ເດລຕາບວກ ຫລື ສາຍພັນ ເດລຕາ ຍ່ອຍ ປະກອບມີ: AY,4, AY.6, AY.10, AY.12. ຜ່ານມາອັດຕາການແພ່ເຊື້ອ ຂອງສາຍພັນ ອູຫັນ ມາສາມາດແພ່ໄປໄດ້ 2-3 ຄົນ, ອານຟາ 4-5 ຄົນ ແລະ ເດລຕາ 5-8 ຄົນ. ສຳລັບປັດຈຸບັນຍັງບໍ່ມີການຢັ້ງຢືນວ່າສາຍພັນຍ່ອຍໂຕໃດຂອງເດລຕາ ມີອັດຕາການແພ່ເຊື້ອໄດ້ຫລາຍກວ່າກັນຊຳໃດ. ເຊິ່ງມັນມີຄວາມສາມາດໃນການສົ່ງເຊື້ອ ຈາກຄົນໜຶ່ງໄປຫາອີກຄົນໜຶ່ງໄດ້ໄວຂຶ້ນກວ່າ ສາຍພັນເດລຕາທຳມະດາ ແລະ ມີຄວາມເປັນໄປໄດ້ສູງ ທີ່ວິທີການປິ່ນປົວດ້ວຍພູມຄຸ້ມກັນ Monoclonal antiboday therapy ຫລຸດຜ່ອນປະສິດທິພາບລົງ, ສາຍພັນມີຄວາມກ່ຽວຂ້ອງກັບສາຍພັນເດລຕາ ເປັນສາຍພັນທີ່ໜ້າເປັນຫ່ວງ ພົບເປັນຄັ້ງທຳອິດ ຢູ່ປະເທດອິນເດຍ ໃນປີກາຍນີ້ ຄາດວ່າເປັນສາເຫດ ເຮັດໃຫ້ເກີດການລະບາດ ໃນຊວງລະດູຮ້ອນ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫລວງຫລາຍ.
ນອກຈາກນີ້ ພົບສາຍພັນ ມິວ ພົບຄັ້ງທຳອິດໃນຕົ້ນເດືອນມັງກອນຢູ່ປະເທດໂຄລົມເບຍ ແລະ ປະຈຸບັນໄດ້ແພ່ກະຈ່າຍໄປ ຫລາຍເຖິງ 40 ປະເທດ ເຊິ່ງອົງການອະນາໄມໂລກກໍໄດ້ຈັດເປັນສາຍພັນທີ່ຈະຕ້ອງໄດ້ເຝົ້າລະວັງ ແລະ ຈະຕິດເຊື້ອໄດ້ງ່າຍຄືສາຍພັນເດລຕາ.
ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ປະຊາຊົນໃນທົ່ວສັງຄົມຈົ່ງພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ທີ່ທາງລັດຖະບານ ກໍຄືຄະນະສະເພາະກິດວາງອອກໃຫ້ເຄັ່ງຄັດເຂັ້ມງວດ ພ້ອມທັງປະຕິບັດໃຊ້ຊີວິດເປັນປົກກະຕິແບບໃໝ່ ແລະ ສາມັກຄີ ເພື່ອຜ່ານພົ້ນວິກິດໂຄວິດນີ້ໄປພ້ອມໆກັນ.