ຟີລິບປິນປະທ້ວງຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກລາອອກ ຫລັງບໍລິຫານງົບໂຄວິດຜິດພາດ ຍອດຕິດເຊື້ອສະສົມສູງເຖິງ 2 ລ້ານຄົນ

- 639e4fb61542eb231e66e51cfc90adc1 - ຟີລິບປິນປະທ້ວງຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກລາອອກ ຫລັງບໍລິຫານງົບໂຄວິດຜິດພາດ ຍອດຕິດເຊື້ອສະສົມສູງເຖິງ 2 ລ້ານຄົນ
- AGL banner - ຟີລິບປິນປະທ້ວງຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກລາອອກ ຫລັງບໍລິຫານງົບໂຄວິດຜິດພາດ ຍອດຕິດເຊື້ອສະສົມສູງເຖິງ 2 ລ້ານຄົນ

ວັນທີ 4 ກັນຍາ 2021, ບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ສາທາລະນະສຸກຂອງຟີລິບປິນອອກມາລວມຕົວກັນຊຸມນຸມປະທ້ວງ ຮຽກຮ້ອງໃຫ້ທ່ານ ຟຣານຊິສໂກ ດູເກ ລັດຖະມົນຕີກະຊວງສາທາລະນະສຸກລາອອກຈາກຕຳແໜ່ງ ຫລັງຖືກກ່າວຫາວ່າບໍລິຫານງົບໂຄງວິດຜິດພາດ, ບໍ່ໄດ້ຈັດສັນຄ່າຈ້າງ ແລະ ສະຫວັດດີການທີ່ແຮງງານໃນລະບົບສາທາລະນະສຸກຂອງປະເທດສົມຄວນຈະໄດ້ຮັບ.

ສ່ວນທ່ານ ດູເກ ປະຕິເສດ ຈະກ້າວລົງຈາກຕຳແໜ່ງ ພ້ອມຢືນຢັນວ່າ: ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຍັງໄວ້ວາງໃຈທ່ານໃຫ້ບໍລິຫານແກ້ໄຂວິກິດໂຄວິດຂອງຟີລິບປິນຕໍ່ໄປ.

ຫລ້າສຸດ ຟີລິບປິນມີຍອດຜູ້ຕິດເຊື້ອສະສົມແລ້ວ 2.040.568 ຄົນ ເປັນຜູ້ຕິດເຊື້ອໃໝ່ໃນໄລຍະ 28 ວັນຜ່ານມາ 392.668 ຄົນ, ເສຍຊີວິດແລ້ວ 33.873 ຄົນ ຖືເປັນປະເທດທີ່ມີຜູ້ຕິດເຊື້ອສະສົມຫລາຍທີ່ສຸດເປັນອັນດັບ 2 ໃນອາຊຽນ ຮອງຈາກອິນໂດເນເຊຍທີ່ມີຍອດຜູ້ຕິດເຊື້ອສະສົມສູງເຖິງ 4.116.890 ຄົນແລ້ວ.

- Wave100S AD to Website 2020 0 - ຟີລິບປິນປະທ້ວງຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກລາອອກ ຫລັງບໍລິຫານງົບໂຄວິດຜິດພາດ ຍອດຕິດເຊື້ອສະສົມສູງເຖິງ 2 ລ້ານຄົນ

ໂດຍຟີລິບປິນຖືເປັນປະເທດທີ່ມີອັດຕາສ່ວນປະຊາກອນເຂົ້າຮັບວັກຊີນໜ້ອຍເປັນອັນດັບທ້າຍໆຂອງອາຊຽນ ນຳໜ້າພຽງມຽນມາທີ່ມີພົນລະເມືອງເຂົ້າຮັບວັກຊີນຄົບໂດສແລ້ວພຽງ 3,3% ເທົ່ານັ້ນ (21 ສິງຫາ). ຂະນະທີ່ທາງການເດີນໜ້າສັກວັກຊີນໄປແລ້ວ 34,11 ລ້ານໂດສ ມີພົນລະເມືອງປະມານ 16,8% ຂອງພົນລະເມືອງທົ່ວປະເທດທີ່ເຂົ້າຮັບວັກຊີນແລ້ວຢ່າງໜ້ອຍ 1 ເຂັມ. ຂະນະທີ່ມີພຽງ 12,7% ທີ່ເຂົ້າຮັບວັກຊີນຄົບໂດສແລ້ວ ແລະ ກຳລັງຢູ່ລະຫວ່າງພິຈາລະນາສັກວັກຊີນເຂັມກະຕຸ້ນວ່າມີຄວາມຈຳເປັນຫລາຍໜ້ອຍຊໍ່າໃດ.

ອ້າງອີງ:

- lattana banner - ຟີລິບປິນປະທ້ວງຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກລາອອກ ຫລັງບໍລິຫານງົບໂຄວິດຜິດພາດ ຍອດຕິດເຊື້ອສະສົມສູງເຖິງ 2 ລ້ານຄົນ
-    AD conten website - ຟີລິບປິນປະທ້ວງຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກລາອອກ ຫລັງບໍລິຫານງົບໂຄວິດຜິດພາດ ຍອດຕິດເຊື້ອສະສົມສູງເຖິງ 2 ລ້ານຄົນ
- lattana banner 1 - ຟີລິບປິນປະທ້ວງຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກລາອອກ ຫລັງບໍລິຫານງົບໂຄວິດຜິດພາດ ຍອດຕິດເຊື້ອສະສົມສູງເຖິງ 2 ລ້ານຄົນ
No comments yet! You be the first to comment.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.

error: Alert: ເນື້ອຫາຂ່າວມີລິຂະສິດ !!